ສະພາແຫ່ງຊາດ ຈະພິຈາລະນາຮັບຮອງເອົາບັນຫາສຳຄັນ
ທ່ານນາງ
ສວນສະຫວັນ ວິຍະເກດ ຄະນະປະຈຳສະພາແຫ່ງຊາດ ເລຂາທິການສະພາແຫ່ງຊາດ
ໄດ້ຖະແຫຼງຂ່າວກ່ຽວກັບການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 4
ຂອງສະພາແຫ່ງຊາດ ຊຸດທີ VIII ຂຶ້ນວັນທີ 11 ຕຸລາ 2017 ທີ່ສະພາແຫ່ງຊາດ
ວ່າ: ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII
ຈະໄດ້ໄຂຂຶ້ນໃນລະຫວ່າງວັນທີ 16 ຕຸລາຫາ 17 ພະຈິກ 2017
ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫຼັກ 6) ນວ ເຊິ່ງກອງປະຊຸມຄັ້ງນີ້
ຈະໄດ້ຮັບຟັງການລາຍງານພິຈາລະນາ ແລະ ຕົກລົງບັນຫາສຳຄັນຕ່າງໆ ຄື:ບົດລາຍງານໂດຍສັງເຂບຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2017 ແຜນການປະຈຳປີ 2018 ບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2017 ແລະ ທິດທາງແຜນການ ປະຈຳປີ 2018 ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2017 ແລະ ທິດທາງແຜນການປະຈຳປີ 2018 ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນເງິນຕາ ປະຈຳປີ 2017 ແລະ ທິດທາງແຜນການ ປະຈຳປີ 2018 ຮັບຟັງລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານທ່ອງທ່ຽວໃນຊຸມປີຜ່ານມາ ແລະ ທິດທາງແຜນການໃນປີ 2018 ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການ ປະຈຳປີ 2017 ແລະ ທິດທາງແຜນການ ປະຈຳປີ 2018 ຂອງສະພາແຫ່ງຊາດ ບົດປະກອບຄຳເຫັນຂອງສູນກາງແນວລາວສ້າງຊາດ ແລະ ຕາງໜ້າອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ຕໍ່ບົດລາຍງານການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2017 ແລະ ແຜນການປະຈຳປີ 2018 ຂອງສະພາແຫ່ງຊາດ ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2017 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈຳປີ 2018 ຂອງອົງການກວດສອບແຫ່ງລັດ ບົດລາຍງານກ່ຽວກັບຜົນການກວດ ສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ສົກປີ 2015-2016 ບົດລາຍງານຂອງອົງການກວດກາລັດຖະບານ ກ່ຽວກັບຜົນການກວດກາຕາມຜົນການກວດສອບ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ສົກປີ 2013-2014 ແລະ ສົກປີ 2014-2015 ແລະ ຮັບຟັງບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2017 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈຳປີ 2018 ຂອງອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ ບົດລາຍງານຂອງກະຊວງຍຸຕິທຳກ່ຽວກັບການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດໃນໄລຍະຜ່ານມາ ແລະ ທິດທາງແກ້ໄຂໃນຕໍ່ໜ້າ ແລະ ພິຈາລະນາຮັບຮອງເອົາຮ່າງກົດໝາຍສ້າງໃໝ່ ແລະ ຮ່າງກົດໝາຍປັບປຸງ ລວມທັງໝົດ 16 ສະບັບ.
ສະພາແຫ່ງຊາດ ຈະພິຈາລະນາຮັບຮອງເອົາບັນຫາສຳຄັນ
Reviewed by makarow
on
8:23:00 PM
Rating:

