ລາວ-ຫວຽດນາມ ປະເມີນການຮ່ວມມືວຽກງານປ່າໄມ້
ກອງປະຊຸມທົບທວນຄືນ
ຜົນການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ (MOU)
ກ່ຽວກັບການຮ່ວມມືທາງດ້ານການບັງຄັບໃຊ້ກົດໝາຍວ່າດ້ວຍປ່າໄມ້
ກົດໝາຍວ່າດ້ວຍສັດນ້ຳ ແລະ ສັດປ່າ ເພື່ອກວດກາ ແລະ ສະກັດກັ້ນການຄ້າຂາຍ
ການເຄື່ອນຍ້າຍເຄື່ອງປ່າຂອງດົງ ສັດນ້ຳ ແລະ ສັດປ່າ ໄລຍະ 2012 ຫາ 2017
ແລະ ສືບຕໍ່ປຶກສາຫາລືການສ້າງ MOU ໄລຍະ 2018-2020 ລະຫວ່າງກົມປ່າໄມ້
ກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ ແລະ ກົມປ້ອງກັນປ່າໄມ້ ສສ ຫວຽດນາມ
ຈັດຂຶ້ນໃນວັນທີ 10 ຕຸລາ 2017 ທີ່ໂຮງແຮມຄຣາວພລາຊາ
ຝ່າຍລາວນຳໂດຍທ່ານ ຄຳພຸດ ພັນດານຸວົງ ຫົວໜ້າກົມກວດກາປ່າໄມ້
ກະຊວງກະສິກຳ ແລະ ປ່າໄມ້ ຝ່າຍ ສສ ຫວຽດນາມ ນຳໂດຍທ່ານ ຫງຽນ ກວັກ ຈິ
ຮອງຫົວໜ້າກົມໃຫຍ່ປ່າໄມ້ ຫົວໜ້າກົມປ້ອງກັນປ່າໄມ້ ກະຊວງກະສິກຳ ແລະ
ພັດທະນາຊົນນະບົດ ສສ ຫວຽດນາມ
ພ້ອມດ້ວຍເຈົ້າໜ້າທີ່ທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.ກອງປະຊຸມຄັ້ງນີ້ ທັງສອງຝ່າຍໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ເຊິ່ງທັງສອງກົມໄດ້ແລກປ່ຽນຂໍ້ມູນຂ່າວສານດ້ານກົດໝາຍ ແລະ ບັນດານິຕິກຳຂອງລາວ-ຫວຽດນາມ ກ່ຽວກັບການຄຸ້ມຄອງ ການກວດກາ ການນຳເຂົ້າ-ການສົ່ງອອກໄມ້ ເຄື່ອງປ່າຂອງດົງ ສັດນ້ຳ-ສັດປ່າຂອງສອງປະເທດ ໂດຍຜ່ານກອງປະຊຸມປະຈຳປີ ເຊິ່ງກົມກວດກາປ່າໄມ້ ໄດ້ຊຸກຍູ້ໃຫ້ບັນດາແຂວງຂອງລາວ ແລະ ຫວຽດນາມ ເຊິ່ງໄດ້ກຳນົດເອົາໄວ້ໃນແຜນປະຈຳປີ ມາຮອດປັດຈຸບັນ ມີແຂວງທີ່ມີບົດບັນທຶກຮ່ວມກັນ ປະກອບມີ: ແຂວງຫົວພັນກັບແຂວງແທ້ງຫົວ ແລະ ເຊີນລາ ແຂວງບໍລິຄຳໄຊ-ຄຳມ່ວນກັບແຂວງຮ່າຕິ້ງ ແລະ ກວາງບິ່ງ ແຂວງເຊກອງກັບແຂວງເທື່ອທຽນເຫວ້ ແລະ ແຂວງກວາງນາມ ແຂວງອັດຕະປື ແລະ ແຂວງກອນຕຸມ ແຂວງສາລະວັນກັບແຂວງເທື້ອທຽນເຫວ້.
ໃນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວ ປະຈຳປີ 2016-2017 ພາຍຫຼັງທີ່ໄດ້ວາງແຜນການເຄື່ອນໄຫວຮ່ວມມືກັນ ໃນກອງປະຊຸມປະຈຳປິ 2015-2016 ທີ່ແຂວງດານັງ ໄດ້ມີການແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບການອອກລະບຽບການ ນະໂຍບາຍໃໝ່ ກ່ຽວກັບການປົກປັກຮັກສາການຄຸ້ມຄອງປ່າໄມ້ ການຄ້າຂາຍໄມ້ ສັດນ້ຳ ແລະ ສັດປ່າ ພ້ອມທັງໄດ້ຈັດກອງປະຊຸມສະຫຼຸບປະຈຳປີ ລະຫວ່າງສອງພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງຮ່າຕິ້ງ ກັບພະແນກກະສິກຳ ແລະ ປ່າໄມ້ ແຂວງຄຳມ່ວນ ແລະ ບໍລິຄຳໄຊ ໃນລະຫວ່າງວັນທີ 8-9 ຕຸລາ 2017 ຜ່ານມາ ພ້ອມທັງຊຸກຍູ້ໃຫ້ບັນດາກອງກວດກາປ່າໄມ້ ສປປ ລາວ ແລະ ກອງປ້ອງກັນປ່າໄມ້ ໃຫ້ມີການເຊັນບົດບັນທຶກກ່ຽວກັບການຈັດຕັ້ງປະຕິບັດກົດໝາຍປ່າໄມ້ ແລະ ການຄ້າຂາຍສັດນ້ຳ ແລະ ສັດປ່າ ຢູ່ລະດັບແຂວງຮ່ວມກັນ ເຊັ່ນ: ແຂວງອັດຕະປຶ ແລະ ແຂວງກອນຕຸມ ແຂວງຜົ້ງສາລີ ແລະ ດຽນບຽນ ແຂວງເຊກອງກັບແຂວງກວາງນາມ ແຂວງຄຳມ່ວນກັບແຂວງກວາງບິ່ນ ແຂວງສາລະວັນກັບແຂວງເທື້ອທຽນເຫວ້ ແລະ ໃນວັນທີ 19 ຕຸລາ 2017 ທີ່ຈະມາເຖິງ ພະແນກກະສິກຳ ແລະ ປ່າໄມ້ ແຂວງອັດຕະປື ແລະ ພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງກອນຕຸມ ຈະໄດ້ເຊັນບົດບັນທຶກຮ່ວມກັນ ກ່ຽວກັບກົນໄກການຮ່ວມມືເຂດຊາຍແດນ ລາວ-ຫວຽດນາມ ໃນການກວດກາລາດຕະເວນ ສະພາບການຂຸດຄົ້ນໄມ້ ການຕັດໄມ້ທຳລາຍປ່າ ເຄື່ອງປ່າຂອງດົງ ສັດນ້ຳ ແລະ ສັດປ່າທີ່ຜິດກົດໝາຍ ປະຈຳປີ 2017 ແລະ ບັນຫາອື່ນໆທີ່ຕິດກັບວຽກງານກົດໝາຍ ແລະ ນິຕິກຳຕ່າງໆທີ່ກ່ຽວຂ້ອງກ່ຽວກັບວຽກງານປ່າໄມ້ຂອງສອງປະເທດ. (ຂ່າວຫນັງສືພິມວຽງຈັນໃຫ່ມ)
ລາວ-ຫວຽດນາມ ປະເມີນການຮ່ວມມືວຽກງານປ່າໄມ້
Reviewed by makarow
on
8:21:00 PM
Rating:

