ແຊຣ໌ເກັບໄວ້ອ່ານ! ພືດຊະນິດນີ້ສາມາດປ້ອງກັນເບົາຫວານ ແລະ ສູ້ກັບພະຍາດມະເຮັງໄດ້ເຖິງ 14 ຊະນິດ
ຫາກເຈົ້າເປັນພະຍາດມະເຮັງ ເຈົ້າຄົງຮູ້ວ່າການບໍລິໂພກຜັກສາມາດຕໍ່ສູ້ກັບພະຍາດ ແລະ ຊ່ວຍເຮັດໃຫ້ຮ່າງ ກາຍທົນຕໍ່ການຮັກສາເຄມີບຳບັດໄດ້ ໂດຍສະເພາະກະທຽມ ກະທຽມມີສານຊະນິດໜຶ່ງທີ່ສາມາດຕໍ່ສູ້ກັບພະ ຍາດມະເຮັງໄດ້ແບບເຕັມປະສິດທິພາບ

ສະຖາບັນວິໄຈພະຍາດມະເຮັງຂອງອາເມລິກາ ໄດ້ກ່າວວ່າ ການເພີ່ມກະທຽມໃນອາຫານຂອງເຈົ້າອາດຊ່ວຍປິ່ນປົວພະຍາດມະເຮັງ
ກະທຽມ ເປັນໜຶ່ງໃນຜັກທີ່ມີປະໂຫຍດຫຼາຍທີ່ສຸດໃນໂລກ ມັນເປັນສະໝຸນໄພທີ່ມີປະສິດທິພາບຫຼາຍແລະເປັນສ່ວນໜຶ່ງຂອງການແພດອົງກອນມີມາດົນຫຼາຍສະຕະວັດ ສາມາດ ປິ່ນປົວພະຍາດໄດ້ຢ່າງຫຼວງຫຼາຍລວມໄປເຖິງ:

-ການຕິດເຊື້ອເຮລິໂຄແບັກເຕີ ໄພໂລໄຣ
-ການຕິດເຊື້ອລາໃນຊ່ອງຄອດ
-ການເຊື້ອລາໃນຊ່ອງປາກ
-ສານພິດທີ່ຜະລິດຈາກເຊື້ອລາ

-ການຕິດເຊື້ອສະແຕບຟິໂລຄອກຄັດ ທີ່ມັນດື້ຢາເມທິຊິລິນ (MRSA)
-ການຕິດເຊື້ອ Klebsiella
-ການຕິດເຊື້ອ HIV-1
-ການຕິດເຊື້ອວິບຮິໂອ

-ແບັກທີເຣຍPseudomonas Aerigonosima (ລວມທັງສາຍພັນທີ່ມັນດື້ຢາ)
-ໄມໂຄແບັກທີຮຽມ ທູເບີຄູໂລຊິດ ເຊື້ອແບັກທີເຣຍດື້ຢາ
-ການຕິດເຊື້ອໄຊໂຕເມກາໂລໄວຮັສ cytomegalovirus
-ການຕິດເຊື້ອໄວຮັສ Herpes Simplex 1 and 2, ພາລາອິນຟູເອນຊາໄວຮັສຊະນິດ 3, ພະຍາດປາກອັກເສບພອງ ແລະ ໄຮໂນໄວຮັສຊະນິດທີ່ 2

ເຫຼົ່ານີ້ເປັນພຽງສ່ວນນ້ອຍໆ ທີ່ກະທຽມສາມາດຕໍ່ສູ້ກັບການຕິດເຊື້ອຕ່າງໆໄດ້ຢ່າງມີປະສິດທິພາບ
ນອກຈາກນີ້ ກະທຽມຍັງຖືກນຳມາໃຊ້ໃນການປິ່ນປົວພະຍາດມະເຮັງໄດ້ເປັນຢ່າງດີ ຊຶ່ງບິດາແຫ່ງການແພດຊາວກຣີກຍົກຍ້ອງພືດຊະນິດນີ້

ຖ້າເຈົ້າຕັດສິນໃຈທີ່ຈະປິ່ນປົວພະຍາດມະເຮັງໂດຍໃຊ້ສິ່ງທີ່ໜ້າອັດສະຈັນນີ້ເປັນຕົວຕ້ານມະເຮັງແລະຕ້ານເຊື້ອລາ ເຈົ້າຄວນໃຊ້ກະທຽມບົດຢ່າງນ້ອຍ 5-6 ກີບຕໍ່ມື້ ກະທຽມບົດມີປະໂຫຍດຕໍ່ສຸຂະພາບຫຼາຍທີ່ສຸດ ມັນຊ່ວຍປ່ອຍເອນໄຊເພື່ອຕ້ານມະເຮັງແລະເຊື້ອລາ ມັນຊື່ວ່າ “ເອນໄຊອັນລິເນດ” ພຽງແຕ່ເຈົ້າບົດກະທຽມຖິ້ມໄວ້ 15 ນາທີກ່ອນບໍລິໂພກ

ເຈົ້າຄວນນຳກະທຽມສຸກ ຫຼື ດິບລວມຢູ່ໃນແຊນວິດ ແລະ ອາຫານອື່ນໆ ຂອງເຈົ້າ ແຕ່ບອກໄວ້ກ່ອນວ່າຜະລິດຕະພັນເສີມອາຫານຈາກກະທຽມບໍ່ສາມາດຕ້ານມະເຮັງແລະເຊື້ອລາໄດ້

ການສຶກສາວິໄຈກວ່າ 4,200 ເທື່ອໄດ້ທົດສອບສັບພະຄຸນທາງຢາຂອງກະທຽມ ແລະບອກໄວ້ວ່າມັນຊ່ວຍປ້ອງກັນ ແລະ ຮັກສາໄດ້ຫຼາຍກວ່າ 150 ຊະນິດຕັ້ງແຕ່ມະເຮັງພະຍາດ ເບົາຫວານ ພະຍາດຕິດເຊື້ອ ການສະສົມຫິນປູນໃນຫຼອດເລືອດແດງ ຄວາມເສື່ອມຂອງດີເອັນເອ ສານພິດຈາກປອດ

ອີກທັງຍັງລະບຸວ່າກະທຽມຊ່ວຍແກ້ບັນຫາສຸກຂະພາບໄດ້ເຖິງ 167 ປະເພດ ການວິໄຈສະແດງໃຫ້ເຫັນບົດບາດສຳຄັນຂອງກະທຽມທີ່ຊ່ວຍໃນການປ້ອງກັນແລະປິ່ນປົວພະຍາດຫົວໃຈຫຼອດເລືອດ ແລະ ພະຍາດມະເຮັງ ຊຶ່ງເປັນສາເຫດຫຼັກຂອງການເສຍຊີວິດ

ການເບິ່ງແຍງດ້ວຍວິທີທຳມະຊາດຈາກຂອງຊະນິດນີ້ໄດ້ຊ່ວຍຊີວິດຜູ້ຄົນມາຕັ້ງແຕ່ສະໄໝບູຮານ ຈຶ່ງກ່າວໄດ້ວ່າກະທຽມນັ້ນມີຄ່າປຽບເໝືອນທອງຄຳ ເຖິງວ່າປະຈຸບັນເຮົາຈະຄິດໜັກເຖິງປະສິດທິພາບຂອງມັນ ແຕ່ກໍເບິ່ງຄືວ່າແພດມັກຈະຈ່າຍຢາເພື່ອໃຊ້ໃນການຮັກສາຂອງເຮົາຄືເກົ່າ

ດັ່ງນັ້ນເຈົ້າຈຶ່ງຕ້ອງຮຽນຮູ້ແລະໃສ່ໃຈສຸຂະພາບຂອງເຈົ້າເອງ ເຈົ້າສາມາດໃຊ້ເຄື່ອງປຸງຈາກທຳມະຊາດນີ້ເພື່ອບຳລຸງສຸຂະພາບແລະຊ່ວຍຮັກສາຮ່າງກາຍຂອງເຈົ້າໄດ້ຢ່າງປອດໄພ
ແຊຣ໌ເກັບໄວ້ອ່ານ! ພືດຊະນິດນີ້ສາມາດປ້ອງກັນເບົາຫວານ ແລະ ສູ້ກັບພະຍາດມະເຮັງໄດ້ເຖິງ 14 ຊະນິດ
Reviewed by makarow
on
12:22:00 AM
Rating:
Reviewed by makarow
on
12:22:00 AM
Rating:












