5 ສັນຍານທີ່ບົ່ງບອກວ່າສາວໆຫາກໍມີເພດສຳພັນມາ
ຫາກເບີ່ງກັນຜິວເຜີນຈະເຫັນວ່າເລື່ອງເຊັກເປັນເລື່ອງທີ່ຜູ້ຊາຍເປີດເຜີຍ ຫລາຍກວ່າຜູ້ຍິງ ເພາະຈິງແລ້ວເຫຼົ່າສາວໆ ກໍເຂີນທີ່ຈະສະແດງອອກມັນຄືກັນ ແຕ່ບາງຢ່າງທີ່ພວກເຂົາບໍ່ສາມາດປິດບັງມັນໄດ້ ກໍຄືທຳມະຊາດທີ່ຮ່າງກາຍຂອງເຂົາສະແດງອອກມານັ້ນເອງ.

1. ລາວເບິ່ງງາມຂຶ້ນກວ່າເກົ່າ
ຫຼັງຈາກມີເພດສຳພັນລະດັບຮໍໂມນເອສໂຕເຈນຈະສູງຂຶ້ນ ເຮັດໃຫ້ເກີດການປ່ຽນແປງຫຼັກໆ ທີ່ເຫັນໄດ້ແຈ້ງຄື ການທີ່ສາວໆໜ້າມີສີແດງຝາດ ເນື່ອງຈາກເລືອດໄດ້ໄຫຼວຽນໄປທົ່ວຮ່າງ ກາຍ ແຖມໃບໜ້າຍັງເບິ່ງຕຶງຂຶ້ນດ້ວຍ.

2. ຫຼັບສະບາຍຂຶ້ນ
ຜູ້ຍິງທີ່ຫາກໍ່ມີເພດສຳພັນຮໍໂມນໂປຣແລກຕິນຈະເພີ່ມຂຶ້ນ 30% ຊຶ່ງຮໍໂມນນີ້ຊ່ວຍໃຫ້ຫຼັບສະ ບາຍຂຶ້ນ ຫາກເຫັນສາວໆ ຄົນໃດແອບໄປລັກນອນໃນທີ່ເຮັດວຽກໃຫ້ສັນນິຖານໄວ້ກ່ອນເລີຍວ່າເຂົາອາດມີເຊັກມາເມື່ອຄືນ.

3. ລາວເບິ່ງອາລົມດີຂຶ້ນ
ຜົນວິໄຈຈາກມະຫາວິທະຍາໄລໂຄໂລຮາໂດລະບຸວ່າຍິ່ງມີເຊັກຫລາຍເທົ່າໃດ ກໍຍິ່ງມີຄວາມສຸກຫລາຍຂຶ້ນ ຜູ້ຍິງທີ່ມີເຊັກ 2-3 ເທື່ອຕໍ່ອາທິດ ຈະມີຄວາມສຸກຫລາຍກວ່າຄົົນທີ່ບໍ່ມີເຊັກເຖິງ 55%

4. ລາວຈະດຶງດູດເພດຊາຍຫລາຍຂຶ້ນກວ່າເກົ່າ
ຂໍ້ມູນຈາກ Journal of Advanced Research ບອກວ່າ ສານຟີໂຮໂມນໃນເພດຍີງຈະຊ່ວຍເຮົ້າອາລົມໃຫ້ກັບຜູ້ຊາຍ ຍ່ງງຫຼັ່ງຟີໂຮໂມນອອກມາຫລາຍເທົ່າໃດ ກໍດຶງດູດຝ່າຍຊາຍໄດ້ຫລາຍເທົ່ານັ້ນ ເຊັ່ນ ໜຸ່ມໆລອງໄປຢືນຢູ່ຫາຍໃຈໃກ້ໆ ສາວທີ່ແອບມັກຢູ່ ກໍ່ຈະຮູ້ສຶກມີອາລົມຂຶ້ນມາໄດ້.

5. ຢາກຊັອບປິ້ງໜ້ອຍລົງ
ເລື່ອງຊັອບປິ້ງກັບສາວໆ ນັ້ນແທບຈະແຍກກັນບໍ່ອອກແຕ່ຫຼັງຈາກທີ່ລາວມີເພດສຳພັນຄວາມຢາກເຫຼົ່ານັ້ນຈະໜ້ອຍລົງ ເນື່ອງຈາກຮໍໂມນອອກຊິໂຕຊິນ(ຮໍໂມນແຫ່ງຄວາມຮັກຄວາມສຳພັນ)ທີ່ຫຼັ່ງອອກມາຈະເຮັດໃຫ້ລາວຕ້ອງການພຽງແຕ່ຄວາມຮັກຈາກແຟນໜຸ່ມເທົ່ານັ້ນ.
5 ສັນຍານທີ່ບົ່ງບອກວ່າສາວໆຫາກໍມີເພດສຳພັນມາ
Reviewed by makarow
on
1:43:00 AM
Rating:
Reviewed by makarow
on
1:43:00 AM
Rating:








