ຂ່າວດ່ວນ

ຂ່າວອື່ນໆ

random

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມປີ່ນອ້ອມສຳຄັນ



 
  ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມປີ່ນອ້ອມສຳ ຄັນທີ່ ສປປລາວ ເປັນເຈົ້າພາບຈັດຂື້ນໃນລະຫວ່າງວັນທີ 21 ຫາ 26 ກໍລະກົດ 2016 , ທີ່ນະຄອນຫລວງວຽງຈັນ ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ. ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຖະແຫຼງຕໍ່ຜົນສຳເລັດໃນການເປັນເຈົ້າພາບຄັ້ງນີ້ວ່າ: ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລືຫຼາຍບັນຫາສຳຄັນ ເປັນຕົ້ນບັນຫາດ້ານການເມືອງ, ຄວາມໝັ້ນຄົງ ແລະ ການຮ່ວມມືເພື່ອການພັດ ທະນາພາຍໃນອາຊຽນ ແລະ ລະຫວ່າງອາຊຽນ ແລະ ຄູ່ຮ່ວມເຈລະຈາ ແລະ ຄູ່ຮ່ວມພາຍນອກຢ່າງມີໝາກຜົນ. ກອງປະຊຸມໄດ້ຮັບຮອງຖະແຫລງການຂອງລັດຖະມົນຕີຕ່າງປະເທດອາຊຽນ ເພື່ອ ຢ້ຳຄືນຄວາມໝາຍຄວາມສຳຄັນຂອງສົນທິສັນຍາສະບັບນີ້ ເຊິ່ງເປັນກົດແຫ່ງການປະພຶດ ທີ່ສຳຄັນສຳລັບການດຳເນີນການພົວພັນລະຫວ່າງລັດ ແລະ ພາກພື້ນ ແລະ ການສົ່ງເສີມການຮ່ວມມືລະຫວ່າງອາຊຽນກັບພາຍນອກ ເພື່ອສົ່ງເສີມສັນຕິພາບ ແລະ ການພັດທະນາໃນພາກພື້ນ. ກອງປະຊຸມຍັງໄດ້ມີຄວາມຍິນ ດີທີ່ຫລາຍປະເທດໄດ້ຮັບຮູ້ສົນທິສັນຍາດັ່ກ່າວ ແລະ ເຫັນດີຮັບຮອງເອົາ 4 ປະເທດ ຄື: ຈີເຣ, ເອຢິບ, ອີຣານ ແລະ ມາລົບ ເຂົ້າເປັນພາຄີຂອງສົນທິສັນຍານີ້. ກອງປະຊຸມໄດ້ອອກຖະແຫລງການຮ່ວມຂອງລັດຖະມົນຕີຕ່າງ ປະເທດອາຊຽນ ວ່າດ້ວຍການຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ. ລັດ ຖະມົນຕີຕ່າງປະເທດອາຊຽນ ຈະສືບຕໍ່ຮັດແໜ້ນການຮ່ວມມືກັບຄູ່ເຈລະຈາ ກໍຄືການຮັດ ແໜ້ນກັບຄູ່ຮ່ວມມືພາຍນອກອື່ນໆ ຜ່ານບັນດາກົນໄກທີ່ອາຊຽນເປັນຜູ້ລິເລີ່ມເຊັ່ນ: ອາຊຽນບວກ 1, ອາຊຽນບວກ 3; ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນບວກ, ເວທີພາກພື້ນອາຊຽນ ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ ເພື່ອຜົນປະໂຫຍດຮ່ວມກັນ ພ້ອມທັງຮັດແໜ້ນຄວາມເປັນແກນກາງຂອງອາຊຽນ ໃນບັນດາກົນໄກເຫລົ່ານັ້ນ ແລະ ໃນໂຄງສ້າງພາກພື້ນທີ່ພວມຜັນແປ ໃນນີ້ ເຫັນດີຮັບຮອງເອົາເຢຍລະມັນ ເປັນຄູ່ຮ່ວມພັດທະ ນາ ແລະ ສະວິດເປັນຄູ່ຮ່ວມຂະແໜງການ. ລັດຖະມົນຕີອາຊຽນໄດ້ຮັບຮອງຖະແຫລງການຮ່ວມຂອງກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 49. ບັນດາລັດຖະມົນຕີຕ່າງປະເທດອາຊຽນໄດ້ພົບປະກັບຄູ່ຮ່ວມຕຳແໜ່ງຈາກ 10 ປະເທດຄູ່ເຈລະຈາ ໃນແຕ່ລະກອງປະຊຸມລັດຖະມົນຕີຕ່າງປະເທດ ກັບຄູ່ຮ່ວມເຈລະຈາບວກ ເຊັ່ນ: ອົດສະຕຣາລີ, ການາດາ, ຈີນ, ສະຫະພາບເອີຣົບ, ອິນເດຍ, ຍີ່ປຸ່ນ, ນູແວເຊລັງ, ສ ເກົາຫລີ, ສະຫະພັນຣັດເຊຍ ແລະ ສະຫະລັດອາເມລິກາ ໄດ້ທົບທວນຄືນຄວາມຄືບໜ້າຂອງການຮ່ວມມືລະຫວ່າງອາຊຽນ ແລະ ຄູ່ເຈລະຈາໃນໄລຍະຜ່ານມາ ພ້ອມທັງໄດ້ກຳນົດ ທິດທາງໃນອະນາຄົດ ເພື່ອການຮັດແໜ້ນການຮ່ວມມືໃນທຸກຂະແໜງການໃຫ້ໃກ້ຊິດກວ່າເກົ່າເຊັ່ນ: ການຄ້າ, ການລົງທຶນ, ການເຊື່ອມຈອດ, ການທ່ອງທ່ຽວ ແລະ ການໄປມາຫາ ສູ່ລະຫວ່າງປະຊາຊົນ. ບັນດາລັດຖະມົນຕີຕ່າງປະເທດອາຊຽນໄດ້ພົບປະກັບຄູ່ຮ່ວມຕຳແໜ່ງພາຍໃຕ້ຂອບການຮ່ວມມືອາຊຽນບວກ 3 ເຊິ່ງໄດ້ຢ້ຳຄືນຄວາມໝາຍໝັ້ນ ເພື່ອສົ່ງເສີມກົນໄກອາຊຽນບວກ 3 ເຊິ່ງເປັນກົນໄກສຳຄັນ ເພື່ອໄປສູ່ການສ້າງປະຊາຄົມເສດຖະກິດອາຊີຕາເວັນອອກ ໃນໄລຍະຍາວ. ພ້ອມທັງປຶກສາຫາລືບັນດາກິດຈະກຳ ເພື່ອສະເຫລີມສະຫລອງ ການຮ່ວມມືອາຊຽນ+3 ຄົບຮອບ 20 ປີ ໃນປີ 2017. ໃນຖານະເປັນປະທານອາຊຽນ ແລະ ປະ ທານອາຊຽນບວກ 3, ລາວ ໄດ້ສະເໜີຮ່າງຖະແຫລງການວ່າດ້ວຍການສົ່ງເສີມການຮ່ວມມື ເພື່ອການພັດທະນາແບບຍືນຍົງ ທີ່ຈະຖືກຮັບຮອງໃນກອງປະຊຸມສຸດຍອດອາຊຽນບວກ 3 ຄັ້ງທີ 19 ໃນເດືອນກັນຍາ 2016 ທີ່ນະຄອນຫລວງວຽງຈັນ, ເຊິ່ງຂໍ້ສະເໜີດັ່ງກ່າວ, ກໍໄດ້ຮັບການສະໜັບໜູນຈາກບັນດາປະເທດສະມາຊິກອາຊຽນບວກ 3 ຢ່າງກວ້າງຂວາງ. ໃນກອງປະຊຸມລັດຖະມົນຕີຕ່າງປະເທດຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ໄດ້ຢໍ້າຄືນຄວາມສຳຄັນຂອງການສ້າງຄວາມເຂັ້ມແຂງໃຫ້ແກ່ກົນດັ່ງກ່າວ ເຊິ່ງເປັນເວທີຜູ້ນຳ ສຳລັບການປຶກສາຫາລືກ່ຽວກັບບັນຫາຍຸດທະສາດການເມືອງ ແລະ ເສດຖະກິດທີ່ມີຄວາມ ເປັນຫ່ວງ ແລະ ສົນໃຈຮ່ວມກັນ ໂດຍມີເປົ້າໝາຍເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກໃນອາຊີຕາເວັນອອກ, ໄດ້ປຶກສາຫາລືກ່ຽວກັບທິດທາງເພື່ອຈັດຕັ້ງປະຕິບັດ 6 ຂົງເຂດບຸລິມະສິດ. ກອງປະຊຸມໄດ້ສະແດງການສະໜັບສະໜູນຢ່າງກວ້າງ ຂວາງຕໍ່ຮ່າງຖະແຫລງການວຽງຈັນ ວ່າດ້ວຍການສົ່ງເສີມການຮ່ວມມືເພື່ອພັດທະນາ ພື້ນ ຖານໂຄງຫລ່າງ ໃນອາຊີຕາເວັນອອກ ທີ່ສະເໜີໂດຍ ສປປ ລາວ ແລະ ຈະໄດ້ຮັບຮອງເອົາໂດຍບັນດາ ຜູ້ນຳອາຊີຕາເວັນອອກ ໃນກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງທີ 11 ໃນເດືອນກັນຍາ 2016 ນີ້ ທີ່ນະຄອນຫລວງວຽງຈັນ. ຖະແຫລງການດັ່ງກ່າວ, ມີຈຸດປະສົງ ເພື່ອລະດົມຄວາມສາມາດຂອງພາກພື້ນໃນການສົ່ງເສີມບັນດາໂຄງການພັດທະ ນາພື້ນຖານໂຄງລ່າງ ເພື່ອກ້າວໄປສູ່ການຮັດແໜ້ນການເຊື່ອມຈອດພາກພື້ນ ອັນເປັນການປະກອບສ່ວນສົ່ງເສີມການພັດທະນາແບບຍືນຍົງ, ການເຕີບໂຕທາງດ້ານເສດຖະກິດ ແລະ ການເຊື່ອມໂຍງພາກພື້ນ. ໃນກອງປະຊຸມເວທີພາກພື້ນອາຊຽນ ກໍໄດ້ຢ້ຳຄືນຄວາມສຳຄັນຂອງເວທີດັ່ງກ່າວ, ເຊິ່ງເປັນເວທີເພື່ອການປຶກສາຫາລືຢ່າງສ້າງສັນ ແລະ ການຮ່ວມມືທາງດ້ານການເມືອງ ແລະ ຄວາມໝັ້ນຄົງທີ່ທຸກຝ່າຍມີຄວາມເປັນຫ່ວງ ແລະ ມີຄວາມສົນໃຈຮ່ວມກັນ, ທັງຢ້ຳຄືນບົດບາດ ຄວາມສຳຄັນ ຂອງເວທີພາກພື້ນອາຊຽນ ໃນການປະກອບສ່ວນຮັບມືກັບບັນ ດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານໃຫ້ນັບມື້ເພີ່ມຂຶ້ນ. ລັດຖະມົນຕີເວທີພາກພື້ນອາຊຽນໄດ້ຮັບຮອງເອົາ 23 ກິດຈະກຳສຳລັບສົກປີ 2016-2017 ແລະ ເຫັນດີຮັບຮອງເອົາ 3 ຖະແຫລງ ການ ຄື: ຖະແຫລງການເວທີພາກພື້ນອາຊຽນວ່າດ້ວຍການຮັດ ແໜ້ນການຮ່ວມມື ເພື່ອຄຸ້ມຄອງການ ເຄື່ອນໄຫວຂ້າມຊາຍແດນ ຂອງກຸ່ມອາຊະຍາກອນ, ຖະແຫລງການເວທີພາກພື້ນອາຊຽນ ວ່າດ້ວຍການຮັດແໜ້ນການຮ່ວມມື ລະຫວ່າງບັນດາອົງກອນ ທີ່ຮັບຜິດຊອບການ ບັງຄັບໃຊ້ ກົດໝາຍທາງທະເລ, ຖະແຫລງການລັດຖະມົນຕີເວທີພາກພື້ນອາຊຽນກ່ຽວກັບການກໍ່ການຮ້າຍ. ສປປ ລາວ ໃນນາມປະທານອາຊຽນ ໄດ້ນຳສະເໜີປຶ້ມວິໄສທັດປະຈຳປີຂອງເວທີພາກພື້ນອາຊຽນ 2016 ເຊິ່ງເປັນສະບັບທີ 17 ທີ່ໄດ້ຮວບຮວມເອົາການປະກອບຄຳຄິດຄຳເຫັນ ຈາກບັນດາປະເທດເຂົ້າຮ່ວມເວທີພາກພື້ນອາຊຽນ, ປຶ້ມວິໄສທັດນີ້ ຖືເປັນເອກະສານສຳຄັນເພື່ອ ສົ່ງເສີມຄວາມເຂົ້າໃຈ, ການໄວ້ເນື້ອເຊື່ອໃຈ ແລະ ຄວາມໂປ່ງໃສ ລະຫວ່າງປະເທດຜູ້ເຂົ້າຮ່ວມ ເວທີພາກພື້ນອາຊຽນ. ໃນບັນດາກອງປະຊຸມດັ່ງກ່າວນີ້, ໄດ້ມີການແລກປ່ຽນທັດສະນະຢ່າງເປີດເຜີຍກົງໄປກົງມາ ແລະ ສ້າງສັນກ່ຽວກັບພາກພື້ນ ແລະ ສາກົນ ທີ່ທຸກຝ່າຍມີຄວາມສົນໃຈ ແລະ ເປັນຫ່ວງຮ່ວມກັນ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມປີ່ນອ້ອມສຳຄັນ Reviewed by pk on 10:15:00 PM Rating: 5

Contact Form

Name

Email *

Message *

Powered by Blogger.