ຂ່າວດ່ວນ

ຂ່າວອື່ນໆ

random

ກອງປະຊຸມ ລັດຖະມົນຕີ ຕ່າງປະເທດ ອາຊຽນ ກັບແຕ່ລະ ປະເທດ ຄູ່ເຈລະຈາ ແມ່ນສຸມໃສ່ ໂຄງການ ຮ່ວມມື ຫຼາຍດ້ານ

  


  1-ຫົວເລື່ອງໃຫ່ຍໆໃນ ກອງປະຊຸມ ລັດຖະມົນຕີ ຕ່າງ ປະເທດ ອາຊຽນ ກັບ ຈີນ ແມ່ນການ ຈັດຕັ້ງ ປະຕິບັດ ໂຄງການ ຮ່ວມມື ກັບ ຈີນ ໃນ ການຊ່ວຍເຫລືອ ສ້າງ ປະຊາຄົມ ອາຊຽນ ການຈັດຕັ້ງ ແຜນແມ່ບົດ ເພື່ອ ການເຊື່ອມຈອດ ອາຊຽນ ການຈັດຕັ້ງ ປະຕິບັດ ຂໍ້ລີເລີ່ມ ຂອງ ຈີນ ຮວມທັງ ການຕັ້ງ ທະນາຄານ ລົງທຶນ ພື້ນຖານ ໂຄງລ່າງອາຊີຫລື AIIB. ປຶກສາ ຫາລືກັນ ກ່ຽວການ ສະຫລອງ ຄວາມສັມພັນ ອາຊຽນ-ຈີນ ຄົບຮອບ 25 ປີ ທີ່ ມີກໍານົດ ຈັດຂຶ້ນ ໃນວັນທີ 7 ກັນຍາ ທີ່ ນະຄອນຫຼວງ ວຽງຈັນ.
  2-ກອງປະຊຸມ ອາຊຽນ ກັບ ສາທາຣະນະລັດເກົາຫລີ ເຫັນດີໃຫ້ ສ້າງ ສູນ ວັດທະນະທຳ ອາຊຽນ ຂຶ້ນ ທີ່ ແຂວງປູຊານ ແລະ ກໍານົດ ເອົາປີ 2017 ເປັນ ປີແລກປ່ຽນ ວັດທະນະທຳ ອາຊຽນ-ເກົາຫລີ. 
 3-ກອງປະຊຸມ ອາຊຽນ ກັບ ຍີ່ປຸ່ນ ໄດ້ເວົ້າເຖິງ ການຈັດຕັ້ງ ປະຕິບັດ ຖແລງການ ວິໄສທັດ ອາຊຽນ-ຍີ່ປຸ່ນ ວ່າດ້ວຍ ມິດຕະພາບ ແລະ ການຮ່ວມມື. ຍີ່ປຸ່ນ ສະໜັບສະໜູນ ການເຊື່ອມຈອດ ແລະ ການເຮັດໃຫ້ ຊ່ອງວ່າງ ຄວາມແຕກໂຕນ ພາຍໃນ ອາຊຽນ ແຄບລົງ ໂດຍຜ່ານ ການຈັດຕັ້ງ ປະຕິບັດ ແຜນແມ່ບົດ ການເຊື່ອມຈອດ ອາຊຽນ ແລະ ແຜນວຽກການ ເຊື່ອມໂຍງ ອາຊຽນ ຮວມທັງ ການສະຫນອງທຶນ ເພື່ອ ການພັດທະນາ ໂຄງລ່າງ ພື້ນຖານ ຜ່ານ ທະນາຄານ ພັດທະນາ ອາຊີ ຫລື ເອດີບີ.
  4-ກອງປະຊຸມ ອາຊຽນ ກັບ ອອສເຕຣເລັຍ ແມ່ນໃຫ້ ຄວາມສໍາຄັນ ດ້ານ ການສຶກສາ, ອອສເຕຣເລັຍ ຖືເອົາ ພາກພື້ນ ອາຊຽນ ເປັນ ບຸຣິມະສິດ ໃນ ການຮ່ວມມື. ອອສເຕຣເລັຍ ຊ່ວຍເຫລືອ ພັດທະນາ ອາຊຽນ ໃນຫຼາຍດ້ານ ເພື່ອໃຫ້ ຊ່ອງວ່າງ ຄວາມ ແຕກໂຕນ ພາຍໃນ ອາຊຽນ ຫນ້ອຍລົງ.
 5-ກອງປະຊຸມ ລັດຖະມົນຕີ ອາຊຽນ ກັບ ອິນເດຍ ໄດ້ສຸມໃສ່ ການເຊື່ອມຈອດ ລະຫ່ວາງ ອິນເດຍ ກັບ ອາຊຽນ ໂດຍສະເພາະ ການ ເຊື່ອມຈອດ ທາງໂຄງລ່າງ ພື້ນຖານ ຊຶ່ງ ອິນເດຍ ມີຄວາມ ສາມາດ ສະຫນອງທຶນ ໄດ້ໂດຍ ກອງທຶນສິນເຊື່ອ ທີ່ ອິນເດຍ ໄດ້ປະກາດ ໄປແລ້ວ ໃນ ປີຜ່ານມາ. 6-ກອງປະຊຸມ ອາຊຽນ ກັບ ຄານາດາ ໄດ້ເວົ້າເຖິງ ການຄ້າ ການລົງທຶນ ການ ກໍ່ການຮ້າຍ ແລະ ອາຊະຍາກຳ ຂ້າມຊາດ ການຊ່ວຍ ເຫລືອ ທາງ ດ້ານເທັກນິກ ແລະ ໄດ້ປືກສາ ຫາລືກັນ ເພື່ອ ສະຫລອງຄົບຮອບ 40 ປີ ອາຊຽນ-ຄານາດາ ໃນປີ 2017. ນອກນັ້ນ ຍັງມີ ກອງປະຊຸມ ລັດຖະມົນຕີ ອາຊຽນ-ອາເມລິກາ ແລະ ອາຊຽນ-ນິວຊິແລັນ.
ກອງປະຊຸມ ລັດຖະມົນຕີ ຕ່າງປະເທດ ອາຊຽນ ກັບແຕ່ລະ ປະເທດ ຄູ່ເຈລະຈາ ແມ່ນສຸມໃສ່ ໂຄງການ ຮ່ວມມື ຫຼາຍດ້ານ Reviewed by pk on 9:03:00 PM Rating: 5

Contact Form

Name

Email *

Message *

Powered by Blogger.