ຂ່າວດ່ວນ

ຂ່າວອື່ນໆ

random

ປະຫວັດພະທາດຫຼວງໂດຍຫຍໍ້


  ພຣະທາດຫຼວງ ເປັນຊື່ກ່າວຂານຂອງຄົນໃນຄຸ້ມບ້ານໃກ້ຄຽງ ຫຼັງຈາກມີການປູຣະນະແລ້ວປະມານ 100 ກວ່າປີມານີ້ເອງ, ກ່ອນໜ້ານັ້ນຮຽກວ່າ "ພຣະເຈດີຍ໌ໂລກາຈຸລະມະນີ" - ເຫດທີ່ໃຫ້ມີການຮຽກວ່າພຣະທາດຫຼວງ ມີ 2 ກະແສ ຄື: 1. ເພາະເປັນພຣະເຈດີໃຫຍ່ທີ່ສຸດໃນນະຄອນຫຼວງວຽງຈັນ ຄຳວ່າຫຼວງ ແປວ່າໃຫຍ່. 
2. ເພາະເປັນພຣະເຈດີນີ້ ເປັນເຈດີໃນສວນອຸທິຍານຂອງພຣະຣາຊະອານາຈັກ ເຊິ່ງເປັນຂອງຫຼວງ ຄຳວ່າຫຼວງ ແປວ່າຂອງຣັດ ຂອງປະເທດຊາດ. 
  • - ຕາມການຄົ້ນພົບຫຼັກຖານໃນສີລາຈາຣືກ ທີ່ພຣະທາດຫຼວງ ສະຖາບັນຄົ້ນວັດທະນະທັມຕາເວັນອອກໄກ ຂອງຝຣັ່ງພິມອອກພົບວ່າ ພຣະທາດຫຼວງໃນສະໄໝພຣະເຈົ້າໄຊເຊດຖາທິຣາດເປັນຕົ້ນມາມີຊື່ໜຶ່ງຮຽກວ່າ "ພຣະມະຫາທາດ" ຄຳວ່າ ພຣະທາດຫຼວງທີ່ເຮົາຮຽກປັດຈຸບັນ ສອດຄ່ອງກັນ ເພາະຄຳວ່າ ມະຫາທາດ ກໍແປວ່າພຣະທາດໃຫຍ່ ຫຼືພຣະທາດຫຼວງ. ໑. ປະຫວັດການກໍ່ສ້າງ. 
  • - ພຣະທາດຫຼວງມີການກໍ່ສ້າງສອງສະໄໝ ຄື ກ. ການກໍ່ສ້າງສະໄໝທີ 1 ອິງຕາມປະຫວັດສາດ ຄື ສ້າງແຕ່ປີ ພສ 236 ສຳເລັດ ແລະສະຫຼອງໃນປີ ພສ 238 ໃນສະໄໝພຣະຍາຈັນທະບູຣີປາສິດສິທິສັກ, ເຊິ່ງພຣະອົງໄດ້ຮັບການສະໜັບສະໜູນໃຫ້ເປັນເຈົ້າເມືອງ ແລະນຳພາປະຊາຊົນສ້າງບໍຣິເວນບ້ານໜອງຄັນແທ ແລະຮ່ອງແກ ເປັນເມືອງຈັນທະບູຣີສຳເຣັດ ແລະພຣະອໍຣະຫັນ 5 ອົງໄດ້ນຳເອົາພຣະສາຣີຣີກະທາດມາຈາກເມືອງຣາຊະຄື ພຣະອົງກໍຊົງເປັນຣາຊູປະຖັມ ສ້າງອຸມຸງບັນຈຸພຣະບໍຣົມມະສາຣີຣີກະທາດ(ຊິນະຄຸຫະທາດ-ກະດູແຂງບໍຣິເວນຫົວເນົ່າ) ໃນສີລາຈາຣືກໜ້າພຣະທາດຫຼວງວ່າ ກະດູກທີ່ລັບຂອງພຣະພຸດທະເຈົ້າ, ໄວ້ທີ່ພູເຂົາຫຼວງ ໃນສວນອຸທິຍານກຳ້ຕາເວັນອອກ. 
  • - ນອກຈາກການສ້າງອຸມຸງທີ່ພູເຂົາຫຼວງແລ້ວ ຍັງມີການສ້າງອຸມຸງກວາມພຣະບໍຣົມມະສາຣີຣິກະທາດອີກ ໔ ແຫ່ງ ຄື ທີ່ຊຽງຂວາງ, ທີ່ເມືອງປາກຫ້ວຍຫຼວງ(ໂພນພິໄສ), ໂພນຝີງແດດ ແລະຫ້ວຍບັງພວນ ເຊິ່ງມີຕຳນານກ່າວວ່າ "ພຣະທາດອັນຕົກໃນເມືອງສຸວັນນະພູມນີ້ເປັນຫຼັກເປັນເຄົ້າ ເມື່ອພຣະສີທັມມະໂສກາຣາດໃຫ້ພຣະອໍຣະຫັນເຈົ້າທັງຫຼາຍ ເອົາທາດມາຕົກໃນເມືອງອັນນີ້ ວ່າ "ທີ ໑ ວ່າພຣະຫາງ, ທີ ໑ ວ່າພຣະນາຣາຍ, ທີ ໑ ວ່າພຣະສາດ, ທີ ໑ ວ່າພຣະສະຂຽນ ທີ ໑ ວ່າພຣະນາທຽນ" ການກໍ່ສ້າງໃນສະໄໝທີ 2 
  • - ຄືໃນປີ ພສ 2103 ຄສ 1560 ຫຼັງຈາກພຣະເຈົ້າໄຊຍະເຊດຖາທິຣາດ ໄດ້ຊົງຍ້າຍຈາກພຣະນະຄອນຊຽງໃໝ່ມາຄອງຊຽງທອງ ແລະຊົງເຫັນພຣະນະຄອນຊຽງທອງຄັບແຄບບໍ່ຊົງພັດທະນາໄດ້ ຈຶ່່ງໄດ້ລົງມາສະຖາປານາເມືອງຈັນທະບູຣີ ເປັນຣາຊະທານີຂອງພຣະຣາຊະອານລ້ານຊ້າງສຳເຣັດແລ້ວ ໃນປີ ພສ. 2109 ຄສ 1566 ພຣະອົງກໍຊົງສ້າງພຣະເຈດີກວາມອຸມຸງເກົ່າ ທີ່ສ້າງມາແຕ່ບູຮານ ຢູ່ທີ່ອຸທິຍານຂອງພຣະຣາຊະວັງທິດຕາເວັນອອກ ເມື່ອສ້າງສຳເຣັດແລ້ວຊົງຂະໜານນາມວ່າ "ພຣະເຈດີໂລກາຈະມະນີ" ຄື ພຣະເຈດີຈຸລະມະນີສະຖິດໃນໂລກ, ຄືສ້າງເປັນຕົວແທນພຣະທາດເກດແກ້ວຈຸລະມະນີ ທີ່ບັນຈຸພຣະເກສາທາດຂອງພຣະພຸດທະເຈົ້າໃນສະຫວັນຊັ້ນຕາວະຕິງສາແຕ່ຄົນທົ່ວໄປຮຽກວ່າ ພຣະມະຫາທາດ ຫຼືພຣະທາດໃຫຍ່ ມາໄລຍະຫຼັງ ຄົນສ່ວນໃຫຍ່ຮຽກວ່າພຣະທາດຫຼວງ. 
  •  - ລັກສະນະຂອງພຣະທາດຫຼວງ ມີລັກສະນະເຊັນນີ້.
  •  - ລວງສູງ 45 ແມັດ ເທົ່າອາຍຸຂອງພຣະພຸດທະເຈົ້າ ນັບແຕ່ຊົງຕັດສະຮູ້ຈົນຮອດປະຣິນິບພານ. 
  • - ຖານພຣະທາດ ມີ 4 ຫຼ່ຽມ ອັນມີຄວາມໝາຍເຖິງອະຣິຍະສັດ 4 
  • - ພຣະທາດຫຼວງຊັ້ນທີສອງ ມີລູກພຣະທາດອ້ອມຮອບທັງສີດ້ານ ຈຳນວນ 30 ອົງ ອັນໝາຍເຖິງປາຣະມີ 30 ທັດ ຮຽກວ່າ ສັມມະຕິງສະປາຣະມີ, ແຕ່ລະທາດຂຽນຫົວຂໍ້ປາຣະມີ ເປັນອັກສອນທັມໃສ່ລານຄຳທຸກແຜ່ນ ແຕ່ລະແຜ່ນນ້ຳໜັກ 4 ບາດ. 
  • - ມີຫໍໄຫວ້ ທັງສີ່ທິດ ທີດຕາເວັນອອກ ມີພຣະທາດລູກໜຶ່ງສ້າງມາແຕ່ບູຮານຮຽກວ່າພຣະທາດສີທັມມະຫາຍໂສກ ຄືພະທາດອຸມຸງອົງເດີມ. 
  • - ຖ້ານລຸ່ມສຸດມີກົມມະລຽນ ທັງສີ່ທິດ ສອງທິດ 69 ແມັດ, ສອງທິດ 68 ແມັດ.  
  • - ຄຳວ່າ ພຣະທາດຫຼວງນັ້ນ ບໍ່ຮຽກວ່າ ທາດຫຼວງລ້າໆບໍ່ໄດ້ ເພາະເປັນພຣະທາດທີ່ບັນຈຸ ພຣະບໍຣົມມະສາຣີຣິກະທາດ, ເປັນພຣະທາດທີ່ສ້າງໂດຍພຣະມະຫາກະສັດ ສະນັ້ນຄວນຮຽກວ່າພຣະທາດຫຼວງ ເຕັມພຣະຍົດ ເຕັມພຣະກຽດ. 
  • - ພຣະທາດຫຼວງ ເປັນສັນສະລັກຂອງສາສນາພຸດ ໃນລາວ - ພຣະທາດຫຼວງ ເປັນສັນຍະລັກຂອງຊາດລາວ 
  • - ພຣະທາດຫຼວງ ເປັນສັນຍະລັກຂອງຄວາມຈະເລີນ ຂອງສາສນາພຸດໃນລາວ. 
  • - ພຣະທາດຫຼວງ ເປັນສັນຍະລັກຂອງຄວາມຈະເລີນຂອງຊາດ - ພຣະທາດຫຼວງເປັນສູນລວມຈິດໃຈຂອງຊາວລາວທັງປວງ ທັງຢູ່ນອກ ແລະໃນປະເທດ. 
  • - ຜູ້ທີ່ມາວຽງຈັນ ຕ້ອງໄດ້ໄປໄຫວ້ພຣະທາດຫຼວງ ຫາກບໍ່ໄດ້ໄປໄຫວ້ພຣະທາດຫຼວງເທົ່າກັບບໍ່ໄດ້ໄປຮອດວຽງຈັນ - ຊາວພຸດ ຫາກບໍ່ໄດ້ໄປໄຫວ້ສັງເວສະນິຍະສະຖານທັງສີ່ທີ່ປະເທດອິນເດັຍ ທີ່ເປັນສະຖານທີ່ເກີດຂອງພຣະພຸດທະເຈົ້າ ຫາກໄດ້ໄປໄຫວ້ພຣະທາດຫຼວງ ເທົ່າກັບໄດ້ໄຫວ້ພຣະພຸດທະເຈົ້າ ເພາະພຣະທາດຫຼວງ ເປັນສະຖານທີ່ປະດິດສະຖານພຣະບໍຣົມມະສາຣີຣິກະທາດຂອງພຣະພຸດທະເຈົ້າ



ປະຫວັດພະທາດຫຼວງໂດຍຫຍໍ້ Reviewed by pk on 6:58:00 PM Rating: 5

Contact Form

Name

Email *

Message *

Powered by Blogger.