ຂ່າວດ່ວນ

ຂ່າວອື່ນໆ

random

ເຫດລົດໃຫຍ່ຕຳກັບລົດຈັກເສຍຊີວິດໃນເວລາຕໍ່ມາ


 ວັນທີ 30/07/2016 ເວລາ 02:51ໂມງ ໜ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຜ່ານເບີ 1623 ວ່າ ມີລົດໃຫຍ່ຕຳກັບລົດຈັກ ຈຸດເກີດເຫດແມ່ນ ທາງເຂົ້າຕະຫຼາດຊັ່ງຈຽງ ເສັ້ນທາງ T2 ພໍຫນ່ວຍກູ້ໄພມູນນິທິ ອອກກວດສອບພົບເຫັນ ຜູ້ບາດເຈັບ 1ຄົນ ເປັນເພດຍິງ ອາຍຸ 22ປີ ກວດສອບອາການເບື້ອງຕົ້ນແມ່ນ ໄດ້ຮັບບາດເຈັບສາຫັດ ກະທົບຫົວ, ມີບາດເປີດໃຫຍ່ຢູ່ຂາເບື້ອງຂວາ,ດູກມີດເບື້ອງຂວາຫັກ,ບໍ່ມີຊີບພະຈອນ ແລະ ຫົວໃຈຢຸດເຕັ້ນ ໜ່ວຍກູ້ໄພມູນນິທິ 1623 ຈຶ່ງໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວທຳການປຳ້ຫົວໃຈ ແລະ ນຳສົ່ງໂຮງໝໍ 150ຕຽງໂດຍດ່ວນ ແຕ່ເນື່ອງຈາກໄດ້ຮັບບາດເຈັບໜັກ ເມື່ອໄປຮອດໂຮງໝໍທາງກູ້ໄພ ແລະ ທ່ານໝໍໄດ້ພະຍາຍາມກູ້ຊີວິດຂອງຄົນເຈັບໄວ້ແຕ່ບໍ່ສຳເລັດ ແລະ ໄດ້ເສຍຊີວິດໃນເວລາຕໍ່ມາທີ່ໂຮງໝໍ ມິດຕະພາບ 150ຕຽງ ໃນເຫດການຄັ້ງນີ້ ທາງໜ່ວຍກູ້ໄພມູນນິທິ 1623 ຂໍສະແດງຄວາມເສຍໃຈນຳຍາດພີ່ນ້ອງຂອງຜູ້ເສຍຊີວິດ ແລະ ຂໍໃຫ້ວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍ .

ບາດເຈັບສຸກເສີນ ໂທ1623 ຟຣີຕະຫລອດ24ຊົ່ວໂມງ









ເຫດລົດໃຫຍ່ຕຳກັບລົດຈັກເສຍຊີວິດໃນເວລາຕໍ່ມາ Reviewed by pk on 7:34:00 PM Rating: 5

Contact Form

Name

Email *

Message *

Powered by Blogger.