ຄຸນປະໂຫຍດຂອງການດື່ມນໍ້າໃບຢານາງ .
ໃບຢານາງ ເປັນໃບໄມ້ຊະນິດໜຶ່ງ ທີ່ເປັນເຄືອ ແລະ ມີໃບເປັນສີຂຽວ ເຊິ່ງຄົນລາວເຮົາ ນິຍົມກັນເອົາໃບຢານາງ ມາຄັ້ນເອົານ້ຳແລ້ວມາແຕ່ງ ເປັນອາຫານເຊັ່ນ ນ້ຳແກງໜໍ່ໄມ້ ຫລື ນໍາມາດື່ມກໍ່ໄດ້ ນອກຈາກນີ້ແລ້ວ ໃບຢານາງຍັງມີ ຄຸນປະໂຫຍດອີກຫລາຍຢ່າງດັ່ງລຸ່ມນີ້:
1 ເຮັດໃຫ້ຮ່າງກາຍບໍ່ເມື່ອຍຫລາຍ ຖ້າດື່ມເວລາຮ່າງກາຍອອ່ນເພຍ.
2 ຫລຸດຄວາມດັນເລືອດ ຫລຸດບັນຫາເສັ້ນເລືອດຫົວໃຈຕີບ.
3 ຊ່ວຍຄວບຄຸມ ລະດັບນ້ຳຕານໃນເລືອດ ສຳລັບຜູ້ເປັນພະຍາດເບົາຫວານ.
4 ສ້າງພູມຄຸ້ມກັນພະຍາດພູມແພ້ອາກາດ.
5 ຂັບກົດຈາກຂໍ້ຕ່າງໆ ເຮັດໃຫ້ອາການເຈັບຂໍ້, ປວດຕາມຕົນໂຕດີຂຶ້ນ.
6 ໄລ່ສານຕົກຄ້າງ ໃນອາຫານອອກ ເຮັດໃຫ້ຮ່າງກາຍມີພູມຕ້ານທານ.
7 ເພີ່ມປະສິດທິພາບໃຫ້ເມັດເລືອດແດງ ແລະ ເຮັດໃຫ້ລະບົບການໝູນວຽນເລືອດດີຂຶ້ນ.
8 ຢັບຢັ້ງການຂະຫຍາຍຕົວຂອງພະຍາດມະເຮັງ.
9 ຢັບຢັ້ງການຂະຫຍາຍຕົວຂອງແບັກທີເດຍ, ບາດອັກເສບ, ບາດເປື່ອຍ, ບາດຊ້ຳເຮື້ອ ແລະ ບາດໃນປາກ.
10 ບັນເທົາອາການເຈັບຫົວທົ່ວໄປ ແລະ ອາການເຈັບຫົວຈາກພະຍາດໄມຣເກນ.
11 ຊ່ວຍໃຫ້ຜູ້ເປັນແກ້ວຕາເສື່ອມ ຫລື ຕໍ້ຕາເສື່ອມເບິ່ງເຫັນໄດ້ດີຂຶ້ນ.
ຄຸນປະໂຫຍດຂອງການດື່ມນໍ້າໃບຢານາງ .
Reviewed by pk
on
9:56:00 PM
Rating:
Reviewed by pk
on
9:56:00 PM
Rating:




