ເຫດລົດໃຫຍ່ເສຍຫລັກຕຳເຮືອນປະຊາຊົນ
ວັນທີ31/7/16 ເວລາ00:09 ໂມງ ຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຮົບແຈ້ງເຫດຜ່ານເບີ1623ວ່າ ມີລົດໃຫຍ່ເສຍຫລັກຕໍາເຮືອນຂອງປະຊາຊົນ ຈຸດເກີດເຫດແມ່ນບ້ານ ດົງໂພສີ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ພໍຫນ່ວຍກູ້ໄພມູນນິທິອອກກວດສອບພົບ ມີຜູ້ບາດເຈັບ2ຄົນ ຄົນທີ່1 ເພດຍິງ ປະຈຸບັນຢູ່ ບ້ານ ທ່ານາແລງ ເມືອງ ຫາດຊາຍຟອງ ນະຄອນຫລວງວຽງຈັນ ມີອາການເບື້ອງຕົ້ນ ວິນຫົວແລະເຈັບຂາເບື້ອງຊ້າຍ(ມີສະຕິດີ) ຄົນທີ່2 ເພດຍິງ ປະຈຸບັນຢູ່ບ້ານ ດົງໂພສີ ເມືອງ ຫາດຊາຍຟອງ ນະຄອນຫລວງວຽງຈັນ ມີອາການແຂນຊາແລະເຈັບກົກແຂນຊ້າຍ ດັ່ງນັ້ນຫນ່ວຍກູ້ໄພມູນນິທິ 1623 ຈຶ່ງປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງ ໂຮງຫມໍເຊດຖາ.
ບາດເຈັບສຸກເສີນໂທ 1623 ຕະຫລອດ24ຊົ່ວໂມງ
ເຫດລົດໃຫຍ່ເສຍຫລັກຕຳເຮືອນປະຊາຊົນ
Reviewed by pk
on
6:21:00 PM
Rating:
Reviewed by pk
on
6:21:00 PM
Rating:





