ອາເມລິກາພ້ອມຮ່ວມມືຟີລິບປິນແກ້ໄຂຂໍ້ພິພາດທະເລຈີນໃຕ້
ອາເມລິກາພ້ອມຮ່ວມມືຟີລິບປິນແກ້ໄຂຂໍ້ພິພາດທະເລຈີນໃຕ້ ອາເມລິກາພ້ອມຮ່ວມມືຟີລິບປິນແກ້ໄຂຂໍ້ພິພາດທະເລຈີນໃຕ້ລວມເຖິງປະເດັນບັນຫາຫລັກທີ່ຟີລິບປິນຕ້ອງແກ້ໄຂ ທ່ານ ຈອນແຄຣີ ລັດຖະມົນຕີຕ່າງປະເທດອາເມລິກາ ເຂົ້າພົບທ່ານ ໂຣດຣິໂກ ດູແຕເຕ ປະທານາທິບໍດີຟີລິບປິນເພື່ອປຶກສາຫາລືຮ່ວມກັນເຖິງນະໂຍບາຍທີ່ສຳຄັນຂອງລັດຖະບານທ່ານ ດູແຕເຕ ເພື່ອພັດທະນາຟີລິບປິນ ລວມເຖິງວິທີການທີ່ຈະລຸດຄວາມຕຶງຄຽດກ່ຽວກັບຂໍ້ພິພາດທະເລຈີນໃຕ້ກັບປະເທດຈີນອີກນຳ ໂດຍທ່ານ ແຄຣີໄດ້ລະບຸຢ່າງຊັດເຈນວ່າ ແມ່ນວ່າອາເມລິກາຈະບໍ່ມີໜ້າທີ່ກ່ຽວຂ້ອງກັບການອ້າງສິດເປັນເຈົ້າຂອງພື້ນທີ່ໃນທະເລຈີນໃຕ້ ແຕ່ການເຂົ້າມາມີສ່ວນຮ່ວມຄັ້ງນີ້ກໍ່ເພື່ອຈະສະແດງຈຸດຢືນໃນການໃຫ້ຄວາມສຳຄັນຂອງການຮັກສາສິດ ອິສລະພາບ ແລະການຄອບຄອງພື້ນທີ່ທາງທະເລ ແລະອາກາດຂອງທຸກປະເທດຢ່າງຖືກຕ້ອງຕາມຂັ້ນຕອນຂອງກົດໝາຍນານາຊາດທີ່ວາງຮ່ວມກັນໄວ້[post_ad]
ອາເມລິກາພ້ອມຮ່ວມມືຟີລິບປິນແກ້ໄຂຂໍ້ພິພາດທະເລຈີນໃຕ້
Reviewed by pk
on
12:12:00 AM
Rating:
Reviewed by pk
on
12:12:00 AM
Rating:



