ຂ່າວດ່ວນ

ຂ່າວອື່ນໆ

random

ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ23 ທີ່ຈັດຂື້ນໃນວັນທີ 26 ກໍລະກົດ


 ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 23 ທີ່ຈັດຂື້ນໃນວັນທີ 26 ກໍລະກົດ 2016, ທີ່ນະຄອນຫລວງວຽງຈັນ ໄດ້ຮັບຮອງເອົາຖະແຫລງການ 3 ສະບັບຄື: ຖະແຫລງການເວທີພາກພື້ນອາຊຽນ ວ່າດ້ວຍການຮັດແໜ້ນການພົວພັນຮ່ວມມື ເພື່ອຄຸ້ມຄອງການເຄື່ອນໄຫວຂ້າມຊາຍແດນຂອງກຸ່ມອາດຍາກອນ, ຖະແຫລງການເວທີພາກພື້ນອາຊຽນວ່າດ້ວຍການຮັດແໜ້ນການຮ່ວມມື ລະຫວ່າງບັນດາອົງກອນທີ່ຮັບຜິດຊອບບັງຄັບໃຊ້ກົດໜາຍທາງທະເລ ແລະ ຖະ ແຫລງການລັດຖະມົນຕີຕ່າງປະເທດເວທີພາກພື້ນອາຊຽນກ່ຽວກັບການກໍ່ການຮ້າຍ, ນອກ ຈາກນີ້ລາວໃນນາມປະທານອາຊຽນ ໄດ້ນຳສະເໜີປື້ມວິໃສທັດຄວາມໜັ້ນຄົງປະຈຳປີຂອງເວທີພາກພື້ນອາຊຽນ 2016 ຊື່ງເປັນສະບັບທີ 17 ທີ່ໄດ້ຮວບຮວມເອົາຄວາມຄິດຄວາມເຫັນຈາກບັນດາປະເທດເຂົ້າຮ່ວມເວທີພາກພື້ນອາຊຽນ. ປື້ມຫົວນີ້ຖືເປັນເອກະ ສານສຳຄັນໃນການສົ່ງເສີມຄວາມເຂົ້າໃຈ, ການໄວ້ເນື້ອເຊື່ອໃຈ ແລະ ຄວາມໂປ່ງໃສ ລະ ຫວ່າງປະເທດຜູ້ເຂົ້າຮ່ວມເວທີພາກພື້ນອາຊຽນ. ກອງປະຊຸມຄັ້ງນີ້ໄດ້ແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ ໂດຍສະເພາະບັນຫາ ແລະ ສະພາບການຕ່າງໆທີ່ເກີດຂື້ນຢູ່ພາກພື້ນອາຊີປາຊີຟິກກໍ່ຄືໃນໂລກເຊັ່ນ: ໄພ ພິບັດທຳມະຊາດ, ການປ່ຽນແປງດິນຟ້າອາກາດ, ການກໍ່ການຮ້າຍອາຊະຍາກຳຂ້າມຊາດ, ບັນຫາໂລກລະບາດ, ການເຄື່ອນຍ້າຍຖີ່ນຖານແບບຜິດປົກກະຕິ, ການຄ້າມະ ນຸດ ແລະ ສະພາບການຕ່າງໆໃນພາກພື້ນຕ່າງໆຂອງໂລກ ຊື່ງລວມມີສະພາບຢູ່ຕາເວັນອອກກາງ, ອາຟຣິກກາ, ແຫລມເກົາຫລີ ແລະ ທະເລຈີນໃຕ້. ກອງປະຊຸມຍັງໄດ້ປຶກສາຫາ ລືກ່ຽວກັບທິດທາງການຮ່ວມມືໃນຂອບເວທີພາກພື້ນອາຊຽນໃນຕໍ່ໜ້າ.[post_ad]
ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ23 ທີ່ຈັດຂື້ນໃນວັນທີ 26 ກໍລະກົດ Reviewed by pk on 12:54:00 AM Rating: 5

Contact Form

Name

Email *

Message *

Powered by Blogger.