ຂ່າວດ່ວນ

ຂ່າວອື່ນໆ

random

ລາວ-ສິງກະໂປ ສືບຕໍ່ເພີ່ມທະວີການພົວພັ ຮ່ວມມືສອງຝ່າຍ


  ໃນວັນທີ 27 ກໍລະກົດ 2016 ນີ້ ທີ່ກະຊວງການຕ່າງປະເທດ ໄດ້ມີພິທີຕອ້ນຮັບ ແລະ ພົບປະສອງຝ່າຍ ລະຫວ່າງ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ແລະ ທ່ານ ວິວຽນ ບາລາຄຣິສນັນ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສິງກະໂປ ແລະ ຄະນະ ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 27-28 ກໍລະກົດ ນີ້ ພາຍຫລັງ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີ ຕ່າງປະເທດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມ ປິ່ນອ້ອມອື່ນໆ ເພື່ອເສີມຂະຫຍາຍ ສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລາວ-ສິງກະໂປ. ການພົບປະ ໃນຄັ້ງນີ້, ສອງຝ່າຍເຫັນວ່າ ການພົວພັນ ແລະ ການຮ່ວມມືສອງຝ່າຍ ລາວ-ສິງກະໂປ ມີບາດກ້າວຂະຫຍາຍຕົວ ແລະ ແຕກດອກອອກຜົນ ຢ່າງຕໍ່ເນື່ອງ ເຫັນໄດ້ຈາກການ ແລກປ່ຽນຄະນະຜຸູ້ແທນ ໃນລະດັບຕ່າງໆ ຂອງສອງປະເທດ ໃນໄລຍະຜ່ານມາ. ສອງຝ່າຍໄດ້ມີ ຄວາມພະຍາຍາມໃນການສົ່ງເສີມ ການຮ່ວມມື ທາງດ້ານການຄ້າ ແລະ ການລົງທຶນ ເຊິ່ງມີມູນຄ່າ ການຄ້າສອງຝ່າຍ, ມີການຂະຫຍາຍຕົວ ໃນລະດັບດີ ພໍ່ສົມຄວນໃນປີ 2015 ມູນຄ່າການຄ້າລວມ ລະຫວ່າງ ສອງປະເທດມີມູນຄ່າເຖິງ 72,5 ລ້ານໂດລາສະຫະລັດ ແລະ ໃນປີ 2016 ມູນຄ່າການລົງທຶນ ຂອງສິງກະໂປ ຢູ່ ສປປ ລາວ ມີປະມານ 187 ລ້ານໂດລາສະຫະລັດ, ໃນຂະແໜງການ ອຸດສາຫະກໍາ ແລະ ຫັດຖະກໍາ, ການກໍ່ສ້າງ, ການບໍລິການ, ພະລັງງານໄຟຟ້າ, ອຸດສາຫະກໍາໄມ້, ໂທລະຄົມມະນາຄົມ ແລະ ດ້ານອື່ນໆອີກ. ເຮັດໃຫ້ສິງກະໂປ ເປັນປະເທດລົງທຶນ ຕ່າງປະເທດລາຍໃຫຍ່ ອັນດັບ 11 ທີ່ມາລົງທຶນຢູ່ ສປປ ລາວ ແລະ ໃນເດືອນຕຸລາ 2016 ນີ້ ບໍລິສັດ Silk air ຂອງສິງກະໂປ ຈະເລີ່ມເປີດ ສາຍການບິນ ລະຫວ່າງ ສິງກະໂປ-ວຽງຈັນ-ຫລວງພະບາງ 3 ຖ້ຽວ ຕໍ່ອາທິດ ຕາມສັນຍາທີ່ໄດ້ຕົກລົງກັນ ລະຫວ່າງ ບໍລິສັດ Silk air ແລະ ບໍລິສັດ ການບິນລາວ ເຊິ່ງສອງບໍລິສັດ ຈະໄດ້ມີການລົງນາມ ໃນສັນຍາ Codshare ຮ່ວມກັນ, ທັງສອງຝ່າຍເຫັນດີ ໃຫ້ມີການສືບຕໍ່ແລກປ່ຽນ ການຢ້ຽມຢາມ ຂອງຜູ້ນໍາຂັ້ນສູງ ກໍຄື ວິຊາການຂັ້ນຕ່າງໆ ລະຫວ່າງ ສອງປະເທດ ຢ່າງເປັນປົກກະຕິ ດ້ວຍຫລາຍຮູບການ, ຊຸກຍູ້ຂະແໜງ ອຸດສາຫະກໍາ ແລະ ການຄ້າ ຂອງສອງຝ່າຍ ໃນການເຊັນສັນຍາ ການຄ້າສອງຝ່າຍຮ່ວມກັນ ເພື່ອສົ່ງເສີມການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ. ຊຸກຍູ້ໃຫ້ມີ ການແລກປ່ຽນບົດຮຽນທາງດ້ານ ວິຊາການ ກ່ຽວກັບວຽກງານສະສົມ, ການຄຸ້ມຄອງ ຊັບສິນຂອງລັດ, ການແລກປ່ຽນຂໍ້ມູນຂ່າວສານ ດ້ານສ່ວຍສາອາກອນ ແລະ ຊ່ວຍເຫລືອລາວ ໃນການພັດທະນາ ຕະຫລາດທຶນ ແລະ ການເຂົ້າຫາ ແຫລ່ງທຶນສາກົນ, ສືບຕໍ່ຊຸກຍູ້ແຜນ ການຮ່ວມມື ລະຫວ່າງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂອງລາວ ແລະ ສິງກະໂປ ກ່ຽວກັບໂຄງການ ຝຶກອົບຮົມສີມືແຮງງານ ຢູ່ສິງກະໂປ, ສືບຕໍ່ໃຫ້ການຊ່ວຍເຫລືອ ສປປ ລາວ ດ້ານການພັດທະນາ ຊັບພະຍາກອນມະນຸດ ໂດຍສະເພາະ ແມ່ນການກໍ່ສ້າງ ໄລຍະຍາວ ກໍຄື ການຍົກລະດັບ ຄວາມສາມາດດ້ານ ການຄຸ້ມຄອງ-ບໍລິຫານ ແລະ ດ້ານພາສາອັງກິດ ໃຫ້ແກ່ພະນັກງານ ລັດຖະກອນ ແລະ ຄູອາຈານຂອງລາວ. ນອກນັ້ນ, ສອງຝ່າຍຍັງເຫັນດີສະໜັບສະໜູນ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ຫລັງຈາກນັ້ນ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການ ຕ່າງປະເທດລາວ ແລະທ່ານ ວິວຽນ ບາລາຄຣິສນັນ ລັດຖະມົນຕີ ການຕ່າງປະເທດ ສິງກະໂປ ກໍໄດ້ເຂົ້າຮ່ວມ ເປັນສັກຂີພິຍານ ເຊັນສັນຍາຮ່ວມມື ເປີດສາຍການບິນ ວຽງຈັນ-ສິງກະໂປ-ຫລວງພະບາງ ອາທິດລະ 3 ຖ້ຽວ ລະຫວ່າງ ລັດວິສາຫະກິດ ການບິນລາວ ແລະ ສິງກະໂປ[post_ad]
ຂ່າວ: ຂປລ
ລາວ-ສິງກະໂປ ສືບຕໍ່ເພີ່ມທະວີການພົວພັ ຮ່ວມມືສອງຝ່າຍ Reviewed by pk on 2:27:00 AM Rating: 5

Contact Form

Name

Email *

Message *

Powered by Blogger.