ຂ່າວດ່ວນ

ຂ່າວອື່ນໆ

random

ແຂວງໄຊສົມບູນ


  ເຂດພິເສດໄຊສົມບູນ ເຄີຍເປັນເຂດປົກຄອງພິເສດ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງກອງ ທັບປະຊາຊົນລາວ ໃນຊ່ວງປີ 1975-2006 ເນື່ອງຈາກເປັນເຂດທີ່ມີບັນດາຊາວມົ້ງອາໄສຢູ່ ຢ່າງໜາແໜ້ນເຂດນຶ່ງໃນລາວ ໂດຍລັດຖະບານລາວໄດ້ປະກາດຍົກເລີກເຂດພິເສດໄຊສົມບູນດັ່ງກ່າວໃນປີ 2006 ແລ້ວກໍໄດ້ໂອນຍ້າຍເມືອງໄຊສົມບູນແລະເມືອງຮົ່ມໄປຢູ່ພາຍໃຕ້ ອໍານາດການປົກຄອງແຂວງວຽງຈັນ. ການສ້າງຕັ້ງແຂວງໄຊສົມບູນ ເປັນແຂວງທີ່18 ຂອງ ສປປ.ລາວ ພິທີການປະກາດການສ້າງຕັ້ງແຂວງໄຊສົມບູນ ເປັນແຂວງທ່ີ 17 ຂອງ ສປປ.ລາວ ໄດ້ມີຂຶ້ນຢ່າງເປັນທາງການໃນວັນທີ 31 ທັນວາ ປີ 2013 ທີ່ຜ່ານມາ ໂດຍມີທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີ ພ້ອມດ້ວຍການນໍາພັກ-ລັດ ອໍານາດການປົກຄອງທ້ອງຖິ່ນ ພະນັກງານລັດຖະກອນ ແລະປະຊາຊົນລາວ ເຂົ້າຮ່ວມໃນພິທີດັ່ງກ່າວ. ແຂວງໄຊສົມບູນ ເປັນແຂວງໜຶ່ງໃນ 18 ແຂວງຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ຊຶ່ງມີທີ່ຕັ້ງຢູ່ໃນເຂດພາກກາງຂອງປະເທດ ຂອບເຂດຊາຍແດນ: ແຂວງໄຊສົມບູນ ມີຂອບເຂດຊາຍແດນຕິດກັບບັນດາແຂວງອອ້ມຂ້າງໃກ້ຄຽງດັ່ງນີ້: - ທິດເໜືອ ມີຊາຍແດນ ຕິດກັບ ເມືອງພູຄູນ ແຂວງຫຼວງພຣະບາງ, ເມືອງພູກູດ,ເມືອງຜາໄຊ ແລະ ເມືອງຄູນ ແຂວງຊຽງຂວາງ. - ທິດໃຕ້ ມີຊາຍແດນ ຕິດກັບ ເມືອງທຸລະຄົມ ແຂວງວຽງຈັນ ແລະ ເມືອງທ່າພະບາດ ແຂວງບໍລິຄໍາໄຊ - ທິດຕາເວັນຕົກ ມີຊາຍແດນ ຕິດກັບ ເມືອງກາສີ, ເມືອງວັງວຽງ, ແລະ ເມືອງແກ້ວອຸດົມ ແຂວງວຽງຈັນ - ທິດຕາເວັນອອກ ມີຊາຍແດນ ຕິດກັບ ເມືອງໝອກໃໝ່ ແຂວງ ຊຽງຂວາງ ແລະ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ແຂວງໄຊສົມບູນມີເນື້ອທີ່ໃນເຂດການປົກຄອງທັງໝົດ 8.500 ຕາລາງກິໂລແມັດ ໂດຍໄດ້ມີການຈັດສັນພື້ນທີ່ອອກເປັນ 8 ປະເພດ ດັ່ງນີ້: ດິນກະສິກຳ 138. 340 ເຮັກຕາ ດິນປຸກສ້າງ 5. 371 ເຮັກຕາ ດິນອຸດສາຫະກຳ 17. 631 ເຮັກຕາ ດິນປ່າໄມ້ 599. 570 ເຮັກຕາ ດິນຄົມມະນາຄົມ 3. 375ເຮັກຕາ ດິນວັດທະນະທຳ1. 523 ເຮັກຕາ ດິນບໍລິເວນນ້ຳ 45.169 ເຮັກຕາ ດິນ ປກສ ແລະ ປກຊ 2.018 ເຮັກຕາ ແຂວງໄຊສົມບູນພາຍຫຼັງໄດ້ຖືກຂະໜານນາມໃຫ້ເປັນແຂວງໜຶ່ງໃນ 18 ແຂວງຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ຕາມມະຕິຕົກລົງຂອງສະພາແຫ່ງຊາດສະບັບເລກທີ 12/ສພຊ, ລົງວັນທີ 13 ທັນວາ 2013 ແລະ ໄດ້ປະກາດເປັນທາງການໃນວັນທີ 31 ທັນວາ 2013 ແລ້ວແຂວງໄຊສົມບູນກໍໄດ້ມີລະບົບການຈັດການປົກຄອງເປັນຂອງຕົນເອງຄືກັນກັບແຂວງໆອື່ນໆໃນ ສປປ ລາວ ທີ່ດໍາເນີນການປົກຄອງດ້ວຍ “ລະບອບປະຊາທິປະໄຕປະຊາຊົນ” ໂດຍມີທ່ານເຈົ້າແຂວງເປັນປະມຸກລັດຂອງແຂວງພາຍໃຕ້ການຊີ້ນຳຂອງຄະນະບໍລິຫານງານພັກແຂວງ. ແຂວງໄຊສົມບູນ ປະກອບມີເຂດການປົກຄອງ 5 ເມືອງດ້ວຍກັນກໍຄື : ເມືອງຮົ່ມ ເມືອງທ່າໂທມ ເມືອງອະນຸວົງ ເມືອງລອງຊານ ແລະ ເມືອງລ່ອງແຈ້ງ ຊຶ່ງໃນນີ້ກໍມີຢູ່ 3 ເມືອງ ທີ່ສ້າງຕັ້ງຂຶ້ນໃໝ່ ກໍຄື ເມືອງລອງຊານ ທີ່ແຍກອອກຈາກ ເມືອງຮົ່ມ ກັບ ເມືອງລ່ອງແຈງ ແລະ ເມືອງອະນຸວົງ ທີ່ສ້າງຕັ້ງຂຶ້ນມາ ແທນ ເມືອງໄຊສົມບູນນັ້ນເອງ.[post_ad]




ແຂວງໄຊສົມບູນ Reviewed by pk on 6:30:00 PM Rating: 5

Contact Form

Name

Email *

Message *

Powered by Blogger.