ກອງປະຊຸມລັດຖະມົນຕີການທ່ອງທ່ຽວກຳບູເຈຍລາວມຽນມາຫວຽດນາມເພື່ອພັດທະນາການທ່ອງທ່ຽວ
ຂໍ່ານັບຮັບຕ້ອນກອງປະຊຸມລະດັບລັດຖະມົນຕີການທ່ອງທ່ຽວ "ກຳບູເຈຍ ລາວ ມຽນມາ ຫວຽດນາມ CLMV ເພື່ອພັດທະນາການທ່ອງທ່ຽວ ພາຍໃຕ້ຫົວຂໍ້: " ສີ່ປະເທດ-ຈຸດໝາຍ ປາຍທາງ ການທ່ອງທ່ຽວໜຶ່ງດຽວ" ວັນທີ 29 ກໍລະກົດ - 1 ສິງຫາ 2016 ນະຄອນຢາງກຸ້ງ ສະຫະພາບ ມຽນມາ. ກອງປະຊຸມດັ່ງກ່າວ, ຈະເປັນເວທີປຶກສາຫາລື ເພື່ອສືບຕໍ່ຜັນຂະຫຍາຍ ຜົນຂອງກອງປະຊຸມຍຸດທະສາດ ຂອງຜູ້ນຳປະເທດ ກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ ຫລື ປະເທດ CLMV ໃນການຂຸດຄົ້ນທ່າແຮງ ທີ່ບົ່ມຊ້ອນ ແລະ ການເພີ່ມທະວີ ການຮ່ວມມື ໃຫ້ແໜ້ນແຟ້ນ ເພື່ອສົ່ງເສີມການທ່ອງທ່ຽວ, ການລົງທຶນ ແລະ ການທະນາຄານ ລະຫວ່າງ 4 ປະເທດ. ນອກຈາກນັ້ນ, ຍັງຈະເປັນການສ້າງເງື່ອນໄຂ ໃນການຊຸກຍູ້ບັນດາ ຫົວໜ່ວຍທຸລະກິດ ຂອງຂະແໜງການ ທີ່ກ່ຽວຂ້ອງທັງ 4 ປະເທດ ໄດ້ມີໂອກາດພົບປະ, ປຶກສາຫາລື ແລະ ແລກປ່ຽນປະສົບການ ເພື່ອກ້າວໄປສູ່ການດຳເນີນທຸລະກິດ ຮ່ວມກັນ. ພ້ອມນີ້, ກອງປະຊຸມດັ່ງກ່າວ ຍັງຈະເປັນເວທີ ສຳລັບການສະແດງ ສິລະປະວັນນະຄະດີ ແລະ ເອກະລັກ ທາງດ້ານອາຫານ ປະຈຳຊາດ ເພື່ອເປັນການສົ່ງເສີມ ຄວາມເປັນເອກະລັກ ພ້ອມທັງເປັນການ ແລກປ່ຽນວັດທະນະທຳ ຮ່ວມກັນ.[post_ad]
ກອງປະຊຸມລັດຖະມົນຕີການທ່ອງທ່ຽວກຳບູເຈຍລາວມຽນມາຫວຽດນາມເພື່ອພັດທະນາການທ່ອງທ່ຽວ
Reviewed by pk
on
6:38:00 PM
Rating:
Reviewed by pk
on
6:38:00 PM
Rating:




