ຂ່າວດ່ວນ

ຂ່າວອື່ນໆ

random

ຕະຫຼາດຫຼັກຊັບລາວເລັ່ງສ້າງນາຍໜ້າຊື້-ຂາຍຫຼັກຊັບມືອາຊີບ


  ຕະຫຼາດຫຼັກຊັບລາວເລັ່ງສ້າງນາຍໜ້າຊື້-ຂາຍຫຼັກຊັບມືອາຊີບ ຕະຫຼາດຫຼັກຊັບລາວເລັ່ງສ້າງນາຍໜ້າຊື້-ຂາຍຫຼັກຊັບມືອາຊີບ ຕະ­ຫຼາດຫຼັກຊັບລາວ (ຕລຊລ) ຈັດພິ­ທີມອບໃບປະກາ ສະນິຍະບັດຢ່າງເປັນທາງການ ໃຫ້ 29 ຄົນທີ່ໄດ້ສຳ­ເລັດການຝຶກ ອົບ­ຮົມຫຼັກ­ສູດ “ແຜນລາຍ­ການ ຝຶກອົບ­ຮົມ-ການທະ­ນາ­ຄານ ເພື່ອ ການລົງ­ທຶນຢ່າງມືອາ­ຊີບລາວ” ໃນນີ້ມີຊຸດທີ 4 ມີຜູ້ເຂົ້າຝຶກອົບ­ຮົມ ຕົວຈິງທັງໝົດ 62 ຄົນ ແຕ່ສາ ມາດສອບຜ່ານ ແລະໄດ້ຮັບໃບປະ ກາສະນິຍະບັດພຽງແຕ່ 24 ຄົນ ຄິດເປັນ 38,7% ໂດຍມາຈາກ 10 ກວ່າພາກ­ສ່ວນ ແລະເຫຼືອນັ້ນ ແມ່ນຜູ້ສອບ­ເສັງຄືນທີ່ມາຈາກຊຸດ ທີ 1 ຫາຊຸດທີ 3 ມີ 5 ຄົນ ແລະພິ­ທີໄດ້ຈັດຂຶ້ນໃນວັນທີ 26 ກໍລະ ກົດ 2016 ທີ່ອາ­ຄານ ຕລຊລ ນະ­ຄອນ­ຫຼວງວຽງຈັນໂດຍພາຍໃຕ້ການຮ່ວມມືດ້ານວິ­ຊາການລະ ຫວ່າງ ຕລຊລ ກັບຄະ­ນະເສດຖະ ສາດ ແລະບໍ­ລິ­ຫານທຸ­ລະກິດມະ ຫາວິ­ທະ­ຍາ­ໄລແຫ່ງຊາດ ແລະບໍ ລິສັດເອພີ ເອັມ-ລາວ ຈຳ­ກັດ. ການຝຶກອົບ­ຮົມຫຼັກ­ສູດນີ້ ໄດ້ດຳ­ເນີນມາແຕ່ປີ 2014 ເປັນ­ຕົ້ນ ມາລະ­ຫວ່າງ 3 ພາກ­ສ່ວນຊຶ່ງ ເປັນຫຼັກ­ສູດສຳ­ລັບບຸກ­ຄົນທົ່ວໄປ ທີ່ຕ້ອງ­ການໃບ­ຢັ້ງ­ຢືນວິ­ຊາຊີບທຸ ລະກິດຫຼັກຊັບ ເພື່ອນຳ­ໄປປະ­ກອບ ວິ­ຊາຊີບທາງດ້ານນາຍໜ້າຄ້າ ຂາຍຫຼັກຊັບມີ 3 ຊຸດ ໂດຍມີຜູ້ເຂົ້າ ຝຶກອົບ­ຮົມທັງໝົດ 179 ຄົນ ໃນນີ້ມີຜູ້ທີ່ໄດ້ຮັບໃບປະກາສະນິຍະບັດແທ້ໆພຽງແຕ່ 64 ຄົນ ແລະ ການຝຶກອົບ­ຮົມຊຸດທີ 4 ຊຶ່ງເປັນ ລຸ້ນປະ­ຈຸບັນໄດ້ມີຜູ້ຮັບໃບ­ຢັ້ງ­ຢືນ ຜ່ານການຝຶກອົບ­ຮົມທັງໝົດ 100%, ແຕ່ສຳ­ລັບຜົນການສອບ ເສັງເອົາໃບປະກາສະນິຍະບັດທີ່ ແທ້ຈິງ ສາ­ມາດສອບຜ່ານ ແລະ ໄດ້ຮັບໃບປະກາສະນິຍະບັດພຽງ ແຕ່ 24 ຄົນ ຄິດເປັນ 38,7% ໂດຍມາຈາກ 10 ກວ່າພາກ­ສ່ວນ ແລະເຫຼືອນັ້ນແມ່ນຜູ້ສອບ­ເສັງ ຄືນທີ່ມາຈາກຊຸດທີ 1 ຫາຊຸດທີ 3 ມີ 5 ຄົນ ແນ­ໃສ່ຍົກສູງຄຸນນະ ພາບເປັນຫຼັກ, ທັງນີ້ເພື່ອເປັນການ ຈັດຕັ້ງປະ­ຕິ­ບັດການກໍ່­ສ້າງຖັນ ແຖວພະ­ນັກ­ງານຕາມນະ­ໂຍ­ບາຍຂອງລັດ­ຖະ­ບານໃນດ້ານຕະ­ຫຼາດທຶນຂອງ ສປປ ລາວ, ເປັນການ ສ້າງບຸກຄະ­ລາກອນມືອາ­ຊີບຂອງ ຕະ­ຫຼາດຫຼັກຊັບລາວໃນຍຸກເຊື່ອມໂຍງສາ­ກົນ ແລະຍຸກ AEC. ການຝຶກອົບ­ຮົມຫຼັກ­ສູດ “ແຜນ ລາຍ­ການຝຶກອົບ­ຮົມ-ການທະນາ ຄານເພື່ອການລົງ­ທຶນຢ່າງມືອາ ຊີບລາວ” ໄດ້ເລີ່ມແຕ່ວັນທີ 7 ພຶດ ສະ­ພາ–12 ມິ­ຖຸ­ນາ ຂອງປີ 2016 ຫຼື 5 ອາ­ທິດໂດຍເນັ້ນການບໍລິ ຫານການເງິນ, ຂັ້ນພື້ນ­ຖານ, ການຕັດ­ສິນໃຈການລົງ­ທຶນ, ຜະ­ລິດຕະ ພັນທາງການເງິນໃນຕະ­ຫຼາດທຶນ ແລະວິ­ທີປະເມີນມູນຄ່າຊຶ່ງມີຕາ ສານທຶນ, ຕາ­ສານໜີ້, ຫຼັກຊັບປະ ສົມ ແລະກອງທຶນຮ່ວມ, ບົດ­ບາດ ຂອງນາຍໜ້າ ແລະການແລກ ປ່ຽນຊື້-ຂາຍຫຼັກຊັບ, ໜ້າ­ທີ່-ກິດ ຈະກຳຂອງທີ່ປຶກ­ສາທາງດ້ານການ ເງິນ, ກົດ­ໝາຍສະ­ກັດກັ້ນ ແລະ ການຕ້ານການຟອກເງິນ ແລະສະ ໜອງທຶນໃຫ້ແກ່ການກໍ່ການຮ້າຍ, ບັນ­ດາກົດ­ໝາຍ, ນິ­ຕິກຳ ແລະບັນ ຫາອື່ນໆທີ່ປິ່ນອ້ອມວຽກງານຕະ­ຫຼາດທຶນ, ນອກນີ້ ນັກຝຶກອົບ­ຮົມຍັງໄດ້ໄປທັດ­ສະ­ນະສຶກສາຢູ່ຕະ ຫຼາດທຶນຊັ້ນນຳຂອງປະ­ເທດໄທ ເປັນ­ຕົ້ນ ຕະ­ຫຼາດຫຼັກຊັບແຫ່ງປະ ເທດໄທ (SET), ບໍ­ລິ­ສັດນາຍໜ້າ ແລກ­ປ່ຽນຊື້-ຂາຍຫຼັກຊັບ, ບໍ­ລິ­ສັດ ທີ່ປຶກ­ສາທາງການເງິນ ແລະບໍລິ ສັດສຳ­ຄັນຕ່າງໆຈຳ­ນວນໜຶ່ງ. ທ່ານ ວັນຄຳ ວໍຣະວົງ ຜູ້ອຳ ນວຍການໃຫຍ່ ຕລຊລ ກ່າວວ່າ: ການມອບໃບປະ­ກາດວິ­ຊາຊີບ ນາຍໜ້າຄ້າ­ຂາຍຫຼັກຊັບໃນເທື່ອນີ້ ແມ່ນໄດ້ຢັ້ງ­ຢືນເຖິງຄວາມເຕີບໃຫຍ່ຂະ­ຫຍາຍ­ຕົວຂອງຕະ­ຫຼາດ ທຶນລາວ ແລະຜູ້ທີ່ໄດ້ຮັບໃບປະກາ ສະນິຍະບັດລ້ວນແລ້ວ­ແຕ່ເປັນຜູ້ທີ່ ມີຄວາມຮູ້-ຄວາມສາ­ມາດຢ່າງ ແທ້ຈິງ ແລະເຊື່ອໝັ້ນວ່າຜູ້ທີ່ໄດ້ຮັບໃບປະກາສະນິຍະບັດໃນທຸກ ທ່ານ ຈະໄດ້ຮັບຜົນປະ­ໂຫຍດ ແລະເປັນພື້ນ­ຖານອັນສຳ­ຄັນຂອງວຽກ ງານກວດສອບໃຫ້ຖືກ­ຕ້ອງຕາມ ມາດ­ຕະ­ຖານການເປັນສາ­ກົນ ເພື່ອ ຄວາມເຂົ້າ­ໃຈກ່ຽວກັບບັນ­ດາຂໍ້ ກຳ­ນົດທີ່ໄດ້ລະ­ບຸໄວ້ໃນກົດ­ໝາຍ ວ່າດ້ວຍຫຼັກຊັບ ແລະລະ­ບຽບ ການຕ່າງໆທີ່ກ່ຽວ­ຂ້ອງກ່ຽວກັບ ວຽກງານຫຼັກຊັບເປັນຢ່າງດີ. ທ່ານ ສົມຈິດ ສຸກສະຫວັດ ຄະ­ນະ­ບໍ­ດີຄະ­ນະເສດ­ຖະ­ສາດ ແລະບໍ­ລິ­ຫານທຸ­ລະກິດ ມະ­ຫາ­ວິ­ທະ­ຍາ­ໄລແຫ່ງຊາດ ໄດ້ປະ­ກອບຄຳ ເຫັນຄວາມໝາຍສຳ­ຄັນຂອງຫຼັກ ສູດແຜນລາຍ­ການຝຶກອົບ­ຮົມ-ການທະ­ນາ­ຄານ ເພື່ອການລົງ­ທຶນ ຢ່າງມືອາ­ຊີບລາວໂດຍຮຽກ­ຮ້ອງ ໃຫ້ຜູ້ສຳ­ເລັດການສຶກສາເຜີຍ­ແຜ່ ຄວາມຮູ້ດ້ວຍການກະ­ທຳຕົວຈິງ ໃນຖາ­ນະເປັນຄົນທີ່ມີຄວາມຮູ້ຊື້-ຂາຍດ້ານຕະ­ຫຼາດຫຼັກຊັບ ແລະ ກາຍ­ເປັນນາຍໜ້າຊື້-ຂາຍຫຼັກຊັບ ເພາະປະ­ເທດເຮົາ ມີຊ່ອງທາງ ຂອງການລົງ­ທຶນຫຼາຍຂະ­ແໜງ­ການ, ພ້ອມດຽວກັນ ກໍກາຍ­ເປັນ ຜູ້ເຮັດບັນ­ຊີ-ກວດສອບບັນ­ຊີຕື່ມ ເພື່ອສະສົມຄວາມຮູ້-ຄວາມສາ ມາດເພີ່ມຕື່ມໃນການພັດ­ທະ­ນາ ວຽກງານຂອງຕົນ.[post_ad]
ຕະຫຼາດຫຼັກຊັບລາວເລັ່ງສ້າງນາຍໜ້າຊື້-ຂາຍຫຼັກຊັບມືອາຊີບ Reviewed by pk on 7:13:00 PM Rating: 5

Contact Form

Name

Email *

Message *

Powered by Blogger.