ຂ່າວດ່ວນ

ຂ່າວອື່ນໆ

random

ນາຍົກເນັ້ນ ແກ້ຈຸດຫຍໍ້ທໍ້ຂອງພາກທຸລະກິດ

  
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີໄດ້ກ່າວ ໃນກອງປະຊຸມພົບປະທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ພາກທຸລະກິດ ໄດ້ຈັດຂຶ້ນຕອນບ່າຍວານນີ້ ທີ່ໂຮງແຮມດອນຈັນພາເລດ ວ່າ: ກ່ອນອື່ນ ເຮົາຕ້ອງເຂົ້າໃຈຈຸດຢືນຂອງປະເທດເຮົາ, ດຽວນີ້ເຮົາຢູ່ຈຸດໃດ? ເສັ້ນທາງໃດ? ເຊິ່ງພາກທຸລະກິດຕ້ອງເຂົ້າໃຈແນວທາງຂອງລັດ ຖະບານ, ພ້ອມດຽວກັນນັ້ນ ພາກລັດ - ທຸລະກິດ ຕ້ອງພ້ອມກັນຫາລືແກ້ໄຂບັນຫາທີ່ເກີດຂຶ້ນ, ປັບປຸງກົນໄກການປະສານງານ, ວາງວິໄນການເງິນ, ວິໄນແຜນການ, ຂະຫຍາຍການຜະລິດ, ຂະຫຍາຍຕະຫຼາດ, ສ້າງເງື່ອນໄຂ ໃຫ້ເກີດໜໍ່ແໜງທຸລະກິດໃຫ້ມີການຂະຫຍາຍໂຕ ແລະ ໝັ້ນຄົງ;ອຳນວຍຄວາມສະດວກ ຄວບຄຸມການລົງທຶນພາຍໃນ ແລະ ຕ່າງປະເທດ ບຸກທະລຸໃຫ້ມີບາດກ້າວໃໝ່ ປັບປຸງການບໍລິການທີ່ດີ, ໂປ່ງໃສ, ວ່ອງໄວ ແລະ ສ້າງເງື່ອນໄຂໃນການເຊື່ອມໂຍງ, ແກ້ໄຂພະຍາດອາຍາສິດ ການສໍ້ລາດບັງຫຼວງ, ສ້າງຕັ້ງ ແລະ ປັບປຸງສະຖາບັນຄົ້ນຄວ້າວິທະຍາສາດ ເພື່ອຄົ້ນຄວ້າວິໄຈ ໃຫ້ມີຄວາມຫຼາກຫຼາຍ. ທ່ານ ນາຍົກ ກ່າວຕື່ມອີກວ່າ: ເຫັນດີປັບປຸງ ດຳລັດ 115/ນຍ ແລະ 316/ນຍ ເພື່ອເພີ່ມບົດບາດຂອງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ໃຫ້ມີການພັດທະນາໄວຂຶ້ນ, ແກ້ບັນຫາຂົນສົ່ງ, ເນັ້ນ ໃຫ້ພາກທຸລະກິດນຳໃຊ້ແຮງງານລາວໃຫ້ຫຼາຍຂຶ້ນ, ສ່ວນຄຳສັ່ງເລກທີ່ 15/ນຍ ລັດຖະບານເດັດຂາດ ເນັ້ນໜັກຕໍ່ບັນຫານີ້, ເຫັນດີແຕ່ງຕັ້ງລັດຖະມົນຕີປະຈຳສຳນັກງານນາຍົກ ເປັນຜູ້ປະສານງານລະຫວ່າງພາກລັດ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດໂດຍກົງ ເພື່ອສົ່ງເສີມການດຳເນີນທຸລະກິດ.
 ຂ່າວເສດຖະກິດການຄ້າ:[post_ad]


ນາຍົກເນັ້ນ ແກ້ຈຸດຫຍໍ້ທໍ້ຂອງພາກທຸລະກິດ Reviewed by pk on 7:59:00 PM Rating: 5

Contact Form

Name

Email *

Message *

Powered by Blogger.