ຂ່າວດ່ວນ

ຂ່າວອື່ນໆ

random

ເປີດນໍາໃຊ້ເຂດພັດທະນາຄົບວົງຈອນໜອງທາຂອງທະນາຄານຮ່ວມທຸລະກິດລາວ-ຫວຽດ


  ພິທີເປີດນໍາໃຊ້ເຂດພັດທະນາຄົບວົງຈອນໜອງທາຂອງທະນາຄານຮ່ວມທຸລະກິດລາວ-ຫວຽດ (LVB) ຊຶ່ງຕັ້ງຢູ່ບ້ານໜອງທາໃຕ້, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ, ໄດ້ມີຂຶ້ນໃນເຊົ້າວັນທີ 27 ກໍລະກົດນີ້, ໂດຍການເຂົ້າຮ່ວມຂອງທ່ານຮອງນາຍົກລັດຖະມົນຕີ ສົມດີ ດວງດີ, ມີບັນດາລັດຖະມົນຕີ ແລະ ການນໍາຂັ້ນສູງພັກ-ລັດລາວ ແລະ ຫວຽດນາມ, ພ້ອມດ້ວຍຄະນະສະພາບໍລິຫານທະນາຄານການຄ້າຮຸ້ນສ່ວນລົງທຶນ ແລະ ພັດທະນາຫວຽດນາມ (BIDV), ທະນາຄານລາວ-ຫວຽດເຂົ້າຮ່ວມເປັນຈໍານວນຫລາຍ ແລະ ພິເສດ ຍັງໄດ້ຕ້ອນຮັບທ່ານ ທອງສິງ ທໍາມະວົງ ອະດິດນາຍົກລັດຖະມົນຕີ ແລະ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດິດຮອງນາຍົກລັດຖະມົນຕີ ທີ່ໄດ້ໃຫ້ກຽດເຂົ້າຮ່ວມໃນພິທີດັ່ງກ່າວ. ທ່ານອໍານວຍການທະນາຄານຮ່ວມທຸລະກິດລາວ-ຫວຽດ ຫວງຽນ ວັນ ດິງ ລາຍງານວ່າ: ເຂດພັດທະນາຄົບວົງຈອນແຫ່ງນີ້ແມ່ນກິດຈະກໍາໜຶ່ງຂອງການຜັນຂະຫຍາຍນະໂຍບາຍຊຸກຍູ້ການ ຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງລາວ-ຫວຽດນາມເວົ້າລວມ, ເວົ້າສະເພາະແມ່ນລະຫວ່າງທະນາຄານການຄ້າຮຸ້ນສ່ວນລົງທຶນ ແລະ ພັດທະນາຫວຽດນາມ ແລະ ທະ ນາຄານການຄ້າຕ່າງປະເທດລາວມະຫາຊົນ (BCEL), ເພື່ອດໍາເນີນທຸລະກິດບໍລິການທາງດ້ານການເງິນ,ປະກັນໄພ ແລະ ດ້ານອື່ນໆຢູ່ລາວ ໃຫ້ປະສົບຜົນສໍາເລັດ ແລະ ເຕີບໃຫຍ່ຂະຫຍາຍຕົວ, ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວໄດ້ເປັນຢ່າງດີ. ສໍາລັບເຂດພັດທະນາແຫ່ງນີ້ແມ່ນນອນໃນເຂດໂຄງການບ້ານຈັດສັນໜອງທາຂອງກຸ່ມບໍລິ ສັດຫ່າໂດ, ມີເນື້ອທີ່ຫລາຍກວ່າ 3,8 ເຮັກຕາ, ສໍາລັບເນື້ອທີ່ກໍ່ສ້າງອາຄານຕ່າງໆ ເປັນຕົ້ນ: ຫ້ອງ ການ, ຫ້ອງປະຊຸມ, ເຮືອນພັກພະນັກງານ ແລະ ສິ່ງອໍານວຍຄວາມສະດວກອື່ນໆ ກວມພື້ນທີ່ຫລາຍກວ່າ 10 ພັນຕາແມັດ ແລະ ລວມມີມູນຄ່າທັງໝົດ 25 ລ້ານໂດລາສະຫະລັດ, ເພື່ອຮັບໃຊ້ເປັນສະ ຖານທີ່ເຮືອນຮັບແຂກ, ເຮືອນພັກເຊົາຂອງບັນດາພະນັກງານໃນກຸ່ມທຸລະກິດຂອງທະນາຄານ (BIDV), ທັງເປັນຫ້ອງການເຮັດວຽກ, ສູນຝຶກອົບຮົມ-ສໍາມະນາດ້ານການເງິນ ແລະ ທະນາຄານຂອງບັນດາຕົວແທນທຸລະກິດຫວຽດນາມປະຈໍາລາວ ແນ່ໃສ່ເພີ່ມທະວີວຽກງານການລົງທຶນ, ຍົກລະດັບຄວາມຮູ້ວິຊາສະເພາະໃຫ້ພະນັກງານເພື່ອຮັບໃຊ້ໃຫ້ແກ່ການເຄື່ອນໄຫວທຸລະກິດມີປະສິດທິຜົນ, ທັງເປັນການປັບປຸງທັດສະນີຍະພາບແວດລ້ອມໃນຕົວເມືອງໃຫ້ມີຄວາມສວຍງາມ ແລະ ທັງປະກອບ ສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດໄດ້ເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.[post_ad]
ເປີດນໍາໃຊ້ເຂດພັດທະນາຄົບວົງຈອນໜອງທາຂອງທະນາຄານຮ່ວມທຸລະກິດລາວ-ຫວຽດ Reviewed by pk on 9:29:00 PM Rating: 5

Contact Form

Name

Email *

Message *

Powered by Blogger.