ເຂື່ອນໄຟຟ້າເຊລະນອງ 3 ຈະນຳຜົນປະໂຫຍດມາສູ່ປະຊາຊົນ
ເຂື່ອນໄຟຟ້າເຊລະນອງ 3 ຈະນຳຜົນປະໂຫຍດມາສູ່ປະຊາຊົນ
ບໍລິສັດ ໄຟຟ້ານ້ຳຕົກເຊລະນອງ 3 ພາວເວີ ຈຳກັດ ໄດ້ຮັບອະນຸຍາດດຳເນີນການກໍ່ສ້າງ ໂຄງການເຂື່ອນໄຟຟ້ານ້ຳຕົກເຊລະນອງ 3 (ບ້ານຕຸງສະ ເມືອງຕະໂອຍ ແຂວງສາລະວັນ) ຈຳໜ່າຍໃຫ້ລັດວິສາຫະກິດໄຟຟ້າລາວ ເພື່ອສະໜອງໃຫ້ປະຊາຊົນທ້ອງຖິ່ນ ແລະ ເຂດໃກ້ຄຽງ ມີໄຟຟ້າໃຊ້ຢ່າງພຽງພໍ ເພື່ອປະກອບສ່ວນເຂົ້າໃນການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ແລະ ພັດທະນາເສດຖະກິດ-ສັງຄົມ ໃຫ້ນັບມື້ມີຄວາມເຂັ້ມແຂງ ກ້າວໄປສູ່ການຫຼຸດຜ່ອນຄວາມທຸກຍາກ ຕາມນະໂຍບາຍຂອງພັກ ແລະ ລັດຖະບານວາງອອກໃຫ້ປາກົດຜົນເປັນຈິງ.

ພິທີລົງນາມສັນຍາຄຸ້ມຄອງໂຄງການດັ່ງກ່າວ ໄດ້ຈັດຂຶ້ນວັນທີ 2 ສິງຫາ 2016 ຢູ່ພະແນກແຜນການ ແລະ ການລົງທຶນ ແຂວງສາລະວັນ ລະຫວ່າງທ່ານ ໄຊຍະເດດ ວົງສາລະວັນ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງສາລະວັນ ແລະ ທ່ານນາງ ປານີ ທີລະກຸນ ປະທານກຸ່ມບໍລິສັດ ຂະຍຸງຄຳທີລະກຸນ ປະທານບໍລິສັດ ໄຟຟ້ານ້ຳຕົກເຊລະນອງ 3 ພາວເວີ ຈຳກັດ.
ປັດຈຸບັນ ໂຄງການເຂື່ອນໄຟຟ້ານ້ຳຕົກເຊລະນອງ 3 ໄດ້ສຳເລັດການສຳຫຼວດສ້າງບົດວິພາກເສດຖະກິດ-ເຕັກນິກ ບົດສຳຫຼວດຜົນກະທົບທາງດ້ານສິ່ງແວດລ້ອມ-ສັງຄົມ ໄລຍະສຸດທ້າຍ ສຳເລັດການອອກແບບກໍ່ສ້າງ ແລະ ສ້າງຕັ້ງບໍລິສັດ ໄຟຟ້ານ້ຳຕົກເຊລະນອງ 3 ພາວເວີ ຈຳກັດ ສຳເລັດການເກັບກູ້ລະເບີດ ມອບເງິນຄ້ຳປະກັນ ແລະ ເງິນຕິດຕາມໂຄງການຕາມສັນຍາ ເຂື່ອນໄຟຟ້ານ້ຳຕົກເຊລະນອງ 3 ມີກຳລັງການຕິດຕັ້ງ 12 ເມກາວັດ ສາມາດຜະລິດກະແສໄຟຟ້າໄດ້ 54,32 ຈີກາວັດໂມງຕໍ່ປີ ມູນຄ່າການກໍ່ສ້າງ 32 ລ້ານໂດລາສະຫະລັດ ຫຼື ປະມານ 258,69 ຕື້ກີບ ໂດຍແມ່ນກຸ່ມບໍລິສັດ ຂະຍຸງຄຳທີລະກຸນ ລົງທຶນກ່ອນ 100% ພາຍຫຼັງການລົງນາມຄັ້ງນີ້ ພວກເຮົາຈະກະກຽມຄວາມພ້ອມດ້ານຕ່າງໆ ເພື່ອກ້າວສູ່ການກໍ່ສ້າງ ເຊິ່ງຈະສຳເລັດ 100% ພາຍໃນ 3 ປີ ຈາກນັ້ນ ກໍ່ຈະເລີ່ມຜະລິດຂາຍໃຫ້ລັດວິສາຫະກິດໄຟຟ້າລາວ ເພື່ອສະໜອງໃຫ້ປະຊາຊົນທີ່ມີຄວາມຕ້ອງການ ໂຄງການນີ້ນອກຈາກຈະປະກອບສ່ວນ ໃນການພັດທະນາພະລັງງານໄຟຟ້າຂອງພັກ ແລະ ລັດຖະບານແລ້ວ ຍັງຈະນຳຜົນປະໂຫຍດຫຼາຍຢ່າງມາສູ່ປະຊາຊົນ.
[post_ad]
ເຂື່ອນໄຟຟ້າເຊລະນອງ 3 ຈະນຳຜົນປະໂຫຍດມາສູ່ປະຊາຊົນ
Reviewed by pk
on
10:17:00 PM
Rating:
Reviewed by pk
on
10:17:00 PM
Rating: