ຂ່າວດ່ວນ

ຂ່າວອື່ນໆ

random

ນັບແຕ່ນີ້ເປັນຕົ້ນໄປ ລັດຖະບານຈະຢຸດຕິ ການອະນຸຍາດຍົກເວັ້ນພາສີ-ອາກອນ



 ນັບແຕ່ນີ້ເປັນຕົ້ນໄປ ລັດຖະບານຈະຢຸດຕິ ການອະນຸຍາດຍົກເວັ້ນພາສີ-ອາກອນ ນຳເຂົ້ານໍ້າມັນເຊື້ອໄຟທຸກປະເພດ ລວມທັງ ຮັບໃຊ້ໂຄງການຊ່ວຍເຫຼືອລ້າ ແລະວຽກງານປ້ອງກັນຄວາມສະຫງົບ. 

  ນີ້ແມ່ນ ບາງຕອນຂອງເນື້ອໃນ ຖະແຫຼງຂ່າວ ຂອງ ທ່ານ ຈະເລີນ ເຢຍປາວເຮີ, ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ ໃນນາມໂຄສົກລັດຖະບານ ໃນຕອນເຊົ້າຂອງວັນທີ 4/08/2016 ທ່ານຍົກໃຫ້ເຫັນວ່າ: ຜ່ານການຈັດຕັ້ງປະຕິບັດຕົວຈິງ ຍັງເປັນຊ່ອງຫວ່າງໃຫຍ່ໃຫ້ແກ່ການລັກລອບການນຳເຂົ້ານໍ້າມັນເຊື້ອໄຟມາຂາຍຕາມທ້ອງຕະຫລາດໃນທົ່ວປະເທດ, ເຮັດໃຫ້ການຄຸ້ມຄອງພົບຄວາມຫຍຸ້ງຍາກຫລາຍສິ່ງຫລາຍຢ່າງ, ທັງເປັນການສູນເສຍລາຍຮັບງົບປະມານຂອງລັດຖະບານເປັນຈຳນວນຫລວງຫຼາຍເຊັ້ນ: ການອະນຸມັດຍົກເວັ້ນພາສີ-ອາກອນ ນຳເຂົ້ານໍ້າມັນເຊື້ອໄຟທຸກປະເພດ ໃນຂອບເຂດທົ່ວປະເທດ ມາຮອດວັນທີ 20 ພຶດສະພາ 2016 ມີທັງໝົດ 1,49 ຕື້ລິດ, ຄິດເປັນມູນຄ່າທັງໝົດ 1. 495 ຕື້ກີບ ຄິດໄລ່ຕາມລາຄານໍ້າມັນເຊື້ອໄຟໃນປະຈຸບັນ. 

  ດ້ວຍເຫດຜົນນີ້ ກອງປະຊຸມ ນາຍົກລັດຖະມົນຕີ-ຮອງນາຍົກລັດຖະມົນຕີ ຈິ່ງຕົກລົງໃຫ້ຢຸດຕິການອະນຸຍາດຍົກເວັ້ນພາສີ-ອາກອນ ນຳເຂົ້ານໍ້າມັນເຊື້ອໄຟທຸກປະເພດ ເພື່ອແນໃສ່ເຮັດໃຫ້ການນຳເຂົ້ານໍ້າມັນທຸກປະເພດຖຶກຕ້ອງຕາມກົດ ໝາຍພ້ອມ ທັງ ຮັບປະກັນການເກັບລາຍຮັບເຂົ້າງົບປະມານຂອງລັດໃຫ້ຄົບຖ້ວນແລະໂປ່ງໃສ. ເຮັດໃຫ້ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກປະຊາຊົນປະຕິວັດລາວກຳນົດວ່າ: ພວກເຮົາຕ້ອງດຳເນີນການກໍ່ສ້າງລັດປະຊາທິປະໄຕປະຊາຊົນລາວ ທີ່ປົກຄອງດ້ວຍກົດໝາຍ ຕາມທິດ ພັກນຳພາ ດ້ວຍກົດໝາຍ , ລັດຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະປະຊາຊົນປະຊາຊົນເປັນເຈົ້າ ສະເໜີພາບຕໍ່ໜ້າກົດໝາຍ ແລະອີງຕາມກົດໝາຍ ຂອງ ສ ປ ປ ລາວ, ອີງຕາມມະຕິຕົກລົງຂອງກອງປະຊຸມສະໄໝສາມັນເທື່ອທີ X ຂອງສະພາແຫ່ງຊາດ ຊຸດທີ 7ຕື່ມອີກ.

[post_ad]
ນັບແຕ່ນີ້ເປັນຕົ້ນໄປ ລັດຖະບານຈະຢຸດຕິ ການອະນຸຍາດຍົກເວັ້ນພາສີ-ອາກອນ Reviewed by pk on 10:22:00 PM Rating: 5

Contact Form

Name

Email *

Message *

Powered by Blogger.