ຂ່າວດ່ວນ

ຂ່າວອື່ນໆ

random

ປີ 2015 ຜ່ານມາມູນຄ່າລວມຍອດການຜະລິດພາຍໃນອາຊຽນ (GDP) 2,430 ຕື້ໂດລ່າສະຫະລັດ



ປີ 2015 ຜ່ານມາມູນຄ່າລວມຍອດການຜະລິດພາຍໃນອາຊຽນ (GDP) 2,430 ຕື້ໂດລ່າສະຫະລັດ ເຮັດໃຫ້ອາຊຽນກາຍເປັນພາກພື້ນທີ່ມີເສດຖະກິດໃຫຍ່ເປັນອັນດັບທີ 6 ຂອງໂລກ ແລະ ຄາດວ່າໃນປີ 2016 ການຂະຫຍາຍຕົວ GDP ຂອງອາຊຽນຈະຢູ່ໃນລະດັບ 4.5 ສ່ວນຮ້ອຍ ແລະ ຈະເພີ່ຂຶ້ນເປັນ 4,8 ສ່ວນຮ້ອຍໃນປີ 2017 ເນື່ອງຈາກການເພີ່ມຂຶ້ນຂອງກຳລັງການຈັດຊື້ຂອງພາກລັດ ແລະ ເອກະຊົນ, ລວມທັງການເພີ່ມປະສິດທິພາບຂອງພື້ນຖານໂຄງລ່າງທາງດ້ານເສດຖະກິດຕ່າງຯ ພາຍໃນອາຊຽນ. ສ່ວນມູນຄ່າການຄ້າດ້ານສິນຄ້າຂອງຊຽນບັນລຸປະມານ 2.280 ຕື້ໂດລ່າສະຫະລັດ ໃນປີ 2015 ໃນນັ້ນ 24 ສ່ວນຮ້ອຍແມ່ນການຄ້າຂາຍລະຫວ່າງປະເທດສະມາຊິກອາຊຽນດ້ວຍກັນເອງ. ໃນກອງປະຊຸມລັດຖະມົນຕີເສດຖະກິດອາຊຽນຄັ້ງທີ 48 ທີ່ຈັດຂຶ້ນໃນວັນທີ 3 ສິງຫານີ້ ບັນດາລັດຖະມົນຕີເສດຖະກິດອາຊຽນຕ່າງສະແດງຄວາມຊົມເຊີຍທີ່ເຫັນວ່າ ສະພາບເສດຖະກິດໂລກໃນໄລຍະທີ່ຜ່ານມາຢູ່ໃນສະພາບທີ່ປ່ຽນແປງໄປມາກໍຕາມ ແຕ່ອາຊຽນຍັງສືບຕໍ່ສ້າງເສດຖະກິດຂອງຕົນໃຫ້ເຂັ້ມແຂງ, ພ້ອມນີ້ ບັນດາລັດຖະມົນຕີເສດຖະກິດອາຊຽນ ຍັງໄດ້ເນັ້ນຫນັກເຖີງຄວາມສຳຄັນໃນການສືບຕໍ່ສ້າງເຄື່ອຂ່າຍການຜະລິດພາຍໃນພາກພື້ນໃຫ້ຫລາຍຂຶ້ນກ່ວາເກົ່າ. ການຄ້າຂອງອາຊຽນກັບບັນດາປະເທດຄູ່ຄ້າຢູ່ນອກກຸ່ມອາຊຽນມີຕະຫລາດໃຫຍ່ທີ່ສຸດແມ່ນ ສ,ປ ຈີນ ເຊີ່ງມີມູນຄ່າການຄ້າເຖີງ 15.2 ສ່ວນຮ້ອຍຂອງການຄ້າຂາຍທັງຫມົດຂອງອາຊຽນ, ຮອງລົງມາແມ່ນປະເທດຍິປຸ່ນທີ່ມີມີຄ່າການຄ້າເຖີງ 10.5 ສ່ວນຮ້ອຍ, ສະຫະພາບເອີລົບ ຫລື EU (28ປະເທດ) ມີມູນຄ່າການຄ້າ 10 ສ່ວນຮ້ອຍ ແລະ ສະຫະລັດອາເມລິກາ 9.3 ສ່ວນຮ້ອຍ. ສ່ວນດ້ານຕົວເລກການລົງທຶນໃນອາຊຽນມີເຖີງ 120 ຕື້ໂດລ່າສະຫະລັດໃນປີ 2015, ໃນຂະນະທີ່ການລົງທຶນພາຍໃນອາຊຽນດ້ວຍກັນຢູ່ໃນລະດັບ 22 ຕື້ກ່ວາໂດລ່າສະຫະລັດ, ລວມຍອດການລົງທຶນພາຍໃນອາຊຽນເພີ່ມຂຶ້ນຈາກ 17 ສ່ວນຮ້ອຍໃນປີ 2014 ມາເປັນ 18.5 ສ່ວນຮ້ອຍໃນປີ 2015 ຊຶ່ງເປັນສັນຍານທີ່ດີອັນເປັນຜົນຈາກການເຊື່ອມໂຍງເສດຖະກິດອາຊຽນໃນການໂຄສະນາໃຫ້ພາກພື້ນນີ້ກາຍເປັນເປົ້າຫມາຍການລົງທຶນທີ່ສຳຄັນຂອງຕ່າງປະເທດ ໂດຍນັກລົງທຶນສ່ວນໃຫຍ່ມາຈາກປະເທດເອີຣົບ, ຍິປຸ່ນ, ສະຫະລັດອາເມລິກາ ແລະ ສ.ປ ຈີນ ຕາມລຳດັບ ຊຶ່ງສ່ວນໃຫຍ່ແມ່ນການລົງທຶນໃນຂະແຫນງການບໍລິການ ແລະ ອຸດສາຫະກຳການຜລິດ. ແນວໃດກໍຕາມ ໃນກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 48 ໄດ້ສັງເກດຕີລາຄາແລ້ວວ່າ ໃນປິ 2015 ຜ່ານມາເສດຖະກິດຂອງອາຊຽນຂະຫຍາຍຕົວດີຂຶ້ນກໍຕາມ ແຕ່ອາຊຽນຍັງມີສິ່ງທ້າທາຍຫລາຍຢ່າງທັງພາຍໃນ ແລະ ພາຍນອກ ໂດຍສະເພາະການຂະຫຍາຍຕົວຊ້າຂອງເສດຖະກິດຈີນ ດັງນັ້ນ ບັນດາລັດຖະມົນຕີເສດຖະກິດອາຊຽນໄດ້ໃຫ້ຄຳໝັ້ນສັນຍາໃນກອງປະຊຸມຄັ້ງນີ້ວ່າ ຈະສືບຕໍ່ຈັດຕັ້ງປະຕິບັດພັນທະຕ່າງຯ ໃນການເຊື່ອມໂຍງເສດຖະກິດໃຫ້ເລິກເຊີ່ງກ່ວາເກົ່າ ແລະ ສ້າງພາກພື້ນອາຊຽນໃຫ້ກາຍເປັນປະຊາຄົມເສດຖະກິດທີ່ມີຄວາມເຂັ້ມແຂງຮ່ວມກັນ ເພື່ອໃຫ້ມີການພັດທະນາໃນລະດັບສູງ, ມີຄວາມຍືນຍົງ ແລະ ຄວາມໝັ້ນຄົງຮອບດ້ານ.

[post_ad]
ປີ 2015 ຜ່ານມາມູນຄ່າລວມຍອດການຜະລິດພາຍໃນອາຊຽນ (GDP) 2,430 ຕື້ໂດລ່າສະຫະລັດ Reviewed by pk on 12:49:00 AM Rating: 5

Contact Form

Name

Email *

Message *

Powered by Blogger.