ລັດຖະມົນຕີກະຊວງການຕ່າງປະເທດຈີນ-ລາວພົບປະກັນຢູ່ນະຄອນຫຼວງປັກກິ່ງ
ລັດຖະມົນຕີກະຊວງການຕ່າງປະເທດຈີນ-ລາວພົບປະກັນຢູ່ນະຄອນຫຼວງປັກກິ່ງ
ວັນທີ 3 ສິງຫານີ້ຢູ່ນະຄອນຫຼວງປັກກິ່ງ, ທ່ານ ຫວາງຢີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວໃນໂອກາດເດີນທາງຢຽມຢາມຈີນ ໂດຍສອງຝ່າຍຢືນຢັນຈະເລັ່ງຊຸກຍູ້ການຈັດຕັ້ງປະຕິບັດໂຄງການຮ່ວມມືໃຫຍ່ຈຳນວນໜຶ່ງລວມທັງໂຄງການທາງລົດໄຟລາວ-ຈີນ ທັງພະຍາຍາມຮ່ວມກັນຊຸກຍູ້ກອງປະຊຸມສຸດຍອດເພື່ອສະຫຼອງວັນສ້າງຕັ້ງສາຍພົວພັນຄູ່ເຈລະຈາລະຫວ່າງຈີນ-ອາຊຽນຄົບ ຮອບ 25 ປີໃຫ້ປະສົບຜົນສຳເລັດ ແລະຊຸກຍູ້ສາຍພົວພັນລະຫວ່າງຈີນ-ອາຊຽນໃຫ້ກ້າວຂຶ້ນສູ່ລະດັບໃໝ່.
ນີ້ເປັນເທື່ອທຳອິດທີ່ທ່ານ ສະເຫຼີມໄຊ ຢ້ຽມຢາມຈີນຫຼັງທ່ານຂຶ້ນດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງການຕ່າງປະເທດລາວແລະກໍເປັນໜຶ່ງໃນກິດຈະກຳສະເຫຼີມສະຫຼອງລາວ-ຈີນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 55 ປີ. ຂະນະທີ່ພາຍຫຼັງພົບປະສອງຝ່າຍໃນວັນທີ 3 ສິງຫານີ້, ທ່ານ ຫວາງຢີ້ ໄດ້ກ່າວຕໍ່ສື່ມວນຊົນວ່າ, ສອງຝ່າຍເປັນເອກະພາບກັນວ່າ, ຈີນ-ລາວໄດ້ກາຍເປັນປະຊາຄົມຮ່ວມຊະຕາກຳທີ່ມີຄວາມໝາຍທາງຍຸດທະສາດໂດຍສອງປະເທດຈະສືບຕໍ່ຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດໃຫ້ໄດ້ຮັບການພັດທະນາໂດຍຜ່ານການເຊື່ອມຕໍ່ຍຸດທະສາດແລະດຳເນີນໂຄງການຮ່ວມມືໃຫຍ່.
ທ່ານ ຫວາງຢີ້ ກ່າວຕື່ມວ່າ, "ສອງປະເທດຕ້ອງເຊື່ອມຂໍ້ລິເລີ່ມ "ໜຶ່ງແລວທາງໜຶ່ງເສັ້ນທາງ" ຂອງຈີນແລະຍຸດທະສາດ "ຫັນປະເທດບໍ່ມີຊາຍແດນຕິດກັບທະເລເປັນປະເທດໃຈກາງບໍລິການທາງຜ່ານ" ຂອງລາວໃຫ້ດີ, ເລັ່ງຊຸກຍູ້ການລົງນາມໃນແຜນແມ່ບົດການຮ່ວມມືກ່ຽວກັບການສ້າງ "ໜຶ່ງແລວທາງໜຶ່ງເສັ້ນທາງ", ໂຄງການເພີ່ມທະວີການຮ່ວມມືເພີ່ມຂີດຄວາມສາມາດການຜະລິດແລະການລົງທຶນທີ່ສຳຄັນ, ແຜນການຮ່ວມມືເສດຖະກິດເຕັກນິກ 5 ປີແລະສັນຍາຮ່ວມມືວ່າດ້ວຍການເພີ່ມທະວີເສດຖະກິດ-ການຄ້າຕາມເຂດຊາຍແດນສອງປະເທດ; ເລັ່ງຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟຈີນ-ລາວຢ່າງຮອບດ້ານໂດຍໄວ, ຂະນະດຽວກັນພວກເຮົາກໍຍິນດີຊຸກຍູ້ການສ້າງເຂດພັດທະນາເສດຖະກິດພິເສດນະຄອນຫຼວງວຽງຈັນກໍຄືນິຄົມການຮ່ວມມືເສດຖະກິດບໍ່ເຕັນ-ບໍ່ຫານ."
ໃນໂອກາດປີນີ້ເປັນປີແຫ່ງການສ້າງສາຍພົວພັນຄູ່ເຈລະຈາລະຫວ່າງຈີນ-ອາຊຽນຄົບຮອບ 25 ປີແລະລາວໃນຖານະເປັນປະທານອາຊຽນຈະຈັດກອງປະຊຸມສຸດຍອດແລະກອງປະຊຸມທີ່ກ່ຽວຂ້ອງອື່ນໆເພື່ອສະຫຼອງຜົນສຳເລັດດັ່ງກ່າວຢູ່ນະຄອນຫຼວງວຽງຈັນໃນເດືອນກັນຍາປີນີ້, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວກ່າວວ່າ, ປັດຈຸບັນການກະກຽມໃຫ້ແກ່ກອງປະຊຸມດັ່ງກ່າວມີຄວາມພ້ອມແລ້ວໂດຍທັງລາວ, ອາຊຽນແລະພາກພື້ນຕ່າງກໍຄອງຄອຍຜົນສຳເລັດຂອງກອງປະຊຸມ.ທ່ານກ່າວວ່າ, "ແຕ່ໃດມາ, ຈີນໄດ້ເປັນແລະຈະສືບຕໍ່ເປັນໜຶ່ງໃນບັນດາຄູ່ເຈລະຈາສຳຄັນທີ່ສຸດຂອງອາຊຽນ, ຂະນະທີ່ລາວໃນຖານະເປັນປະທານອາຊຽນປີນີ້ໄດ້ເນັ້ນເສີມຂະຫຍາຍການຮ່ວມມືຢ່າງໃກ້ຊິດລະຫວ່າງອາຊຽນ-ຈີນ. ແນວໃດກໍດີ, ພວກຂ້າພະເຈົ້າໄດ້ພະຍາຍາມຮ່ວມກັບຈີນແລະສິງກະໂປທີ່ເປັນປະເທດປະສານງານລະຫວ່າງອາຊຽນ-ຈີນເພື່ອຮັບປະກັນໃຫ້ກອງປະຊຸມດັ່ງກ່າວປະສົບຜົນສຳເລັດຢ່າງຈົບງາມ."
ສຳລັບກອງປະຊຸມສຸດຍອດເພື່ອສະຫຼອງວັນສ້າງຕັ້ງສາຍພົວພັນຄູ່ເຈລະຈາລະຫວ່າງຈີນ-ອາຊຽນຄົບຮອບ 25 ປີທີ່ຈະຈັດຂຶ້ນໃນໄວໆນີ້, ທ່ານ ຫວາງຢີ້ ກ່າວວ່າ, ປີນີ້ແມ່ນປີທີ່ມີຄວາມໝາຍສຳຄັນຍິ່ງຕໍ່ການພັດທະນາສາຍພົວພັນລະຫວ່າງຈີນ-ອາຊຽນໂດຍສອງຝ່າຍຈະອອກຖະແຫຼງການຫຼາຍສະບັບໃນໄລຍະຈັດກອງປະຊຸມ ເພື່ອສົ່ງເສີມການຮ່ວມມືທາງການເມືອງແລະເສດຖະກິດ-ການຄ້າໃຫ້ແໜ້ນແຟ້ນກວ່າເກົ່າ, ຂະນະດຽວກັນກໍເພີ່ມທະວີການແລກປ່ຽນວັດທະນະທຳຕື່ມອີກ. ນອກນີ້, ປີນີ້ຈະມີຫຼາຍປະເທດກຳລັງພັດທະນາລວມທັງລາວໄດ້ຮັບເຊີນເຂົ້າຮ່ວມກອງປະຊຸມສຸດຍອດ G20 ຢູ່ເມືອງຫັງໂຈ່ວ ໂດຍໄດ້ເພີ່ມລັກສະນະຕົວແທນແລະກວມລວມໃຫ້ແກ່ກອງປະຊຸມຄັ້ງນີ້.
ທ່ານ ຫວາງຢີ້ ກ່າວຕື່ມວ່າ, ຈີນໃນຖານະເປັນປະເທດກຳລັງພັດທະນາໃຫຍ່ກວ່າໝູ່, ການປົກປັກຮັກສາແລະເປີດກວ້າງຜົນປະໂຫຍດຂອງບັນດາປະເທດກຳລັງພັດທະນາເປັນໜ້າທີ່ອັນສົມຄວນຂອງຕົນ ຈາກນີ້ຈຶ່ງໄດ້ເຊີນລາວທີ່ເປັນປະທານອາຊຽນ, ປະເທດຈາດທີ່ເປັນປະທານສະຫະພາບອາຟຣິກາ, ປະເທດເຊເນການທີ່ເປັນປະທານແຜນການຄູ່ຮ່ວມມືໃໝ່ເພື່ອການພັດທະນາອາຟຣິກາ, ປະເທດກາຊັກສະຖານແລະເອຢິບທີ່ເປັນຕົວແທນປະເທດກຳລັງພັດທະນາໃຫຍ່ເຂົ້າຮ່ວມກອງປະຊຸມເທື່ອນີ້ ເຊິ່ງສາມາດເວົ້າໄດ້ວ່າ, ກອງປະຊຸມສຸດຍອດເທື່ອນີ້ຈະເປັນກອງປະຊຸມທີ່ມີປະເທດກຳລັງພັດທະນາເຂົ້າຮ່ວມຫຼາຍທີ່ສຸດໃນປະຫວັດສາດຂອງກອງປະຊຸມສຸດຍອດ G20.
[post_ad]
ລັດຖະມົນຕີກະຊວງການຕ່າງປະເທດຈີນ-ລາວພົບປະກັນຢູ່ນະຄອນຫຼວງປັກກິ່ງ
Reviewed by pk
on
5:43:00 AM
Rating:
Reviewed by pk
on
5:43:00 AM
Rating:




