ຂ່າວດ່ວນ

ຂ່າວອື່ນໆ

random

4 ປະເທດ ເນັ້ນການທ່ອງທ່ຽວ ແບບມີຈຸດໝາຍໜຶ່ງດຽວ

ລັດຖະມົນຕີ ການທ່ອງທ່ຽວ ແລະ ຜູ້ວ່າການ ທະນາຄານຈາກ 4 ປະເທດ (ກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ) ໄດ້ເຫັນດີ ທີ່ຈະເພີ່ມທະວີ ແລະ ຮັດແໜ້ນການຮ່ວມມື ໃນການສົ່ງເສີມ ການທ່ອງທ່ຽວ ໃຫ້ກາຍເປັນຈຸດໝາຍປາຍທາງ ການທ່ອງທ່ຽວ ໜຶ່ງດຽວ ແລະ ເສີມຂະຫຍາຍການຮ່ວມມື ໃນຂະແໜງການ ທະນາຄານ ໃຫ້ເຂົ້າສູ່ລວງເລິກ.

ຂໍ້​ ມູນ​ດັ່ງກ່າວ, ​ໄດ້​ຮັບ​ການ​ ຕົກລົງ​ເຫັນ​ດີ ​ໃນກອງປະຊຸມ ເຊື່ອມຕໍ່ການທ່ອງທ່ຽວ ແລະ ການຮ່ວມມື ຂະແໜງການ ທະນາຄານ ທີ່ມີຈຸດໝາຍປາຍທາງ ໜຶ່ງດຽວ ລະຫວ່າງ 4 ປະ​ເທດ​ດັ່ງກ່າວ ​ເຊິ່ງຈັດຂຶ້ນ ໃນວັນທີ 31 ກໍລະກົດ ທີ່ສະຫະພາບມຽນມາ. ​ໂດຍເປັນກຽດ ເຂົ້າຮ່ວມຂອງ ທ່ານ U Henry Van Thio ຮອງປະທານາທິບໍດີ ສະຫະພາບມຽນມາ, ມີ​ທ່ານຮອງນາຍົກ ລັດຖະມົນຕີ ຂອງກຳປູເຈຍ, ສປປ ລາວ ແລະ ສສ ຫວຽດນາມ, ລັດຖະມົນຕີ ການທ່ອງທ່ຽວ, ຜູ້ວ່າການທະນາຄານ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ​ເຂົ້າ​ຮ່ວມ ຫລາຍກວ່າ 800 ທ່ານ. ສຳລັບ ຄະນະຜູ້ແທນລາວ ນຳໂດຍທ່ານ ສອນໄຊ ສີພັນດອນ ຮອງນາຍົກ ລັດຖະມົນຕີ.

​ໃນ​ກອງ​ປະຊຸມ ລັດຖະມົນຕີ ການທ່ອງທ່ຽວ ທັງ 4 ປະເທດ ກໍໄດ້ເນັ້ນເຖິງ ຄວາມສຳຄັນ ໃນການຮັດແໜ້ນ ການປະສານງານ, ການຮ່ວມມື ໃນການພັດທະນາ ຜະລິດຕະພັນ ທ່ອງທ່ຽວ ໃຫ້ມີຄວາມຫລາກຫລາຍ, ການເຊື່ອມໂຍງ ກິດຈະກໍາທ່ອງທ່ຽວ ກັບພາກພື້ນ ແລະ ສາກົນ, ການສົ່ງເສີມ ການຕະຫລາດ, ການສົ່ງເສີມ ການລົງທຶນພາຍໃນ ຂະແໜງການທ່ອງທ່ຽວ, ການພັດທະນາ ບຸກຄະລາກອນ, ການອໍານວຍຄວາມສະດວກ ໃນການເດີນທາງ ໄປມາຫາສູ່ກັນ ລະຫວ່າງ 4 ປະເທດ ແລະ ການແບ່ງປັນ ນັກທ່ອງທ່ຽວສາກົນ ໃຫ້ກັນ ແລະ ກັນ.

ຂະນະດຽວກັນ, ຜູ້ວ່າການ ທະນາຄານແຫ່ງຊາດຂອງ  4 ປະເທດ ກໍເຫັນດີ ໃນການເພີ່ມທະວີການຮ່ວມມື ແລະ ການຮັດແໜ້ນ ການເຊື່ອມໂຍງ ໃນຂະແໜງການຂອງຕົນ ໃຫ້ເຂົ້າສູ່ລວງເລິກ ໂດຍສະເພາະ ການຮ່ວມມື ທາງດ້ານການເງິນ, ທາງດ້ານ ລະບຽບການຕ່າງໆ ແລະ ທາງດ້ານວິຊາການ.

ໃນປີ 2015 ໄດ້ມີນັກທ່ອງທ່ຽວສາກົນ ເຂົ້າມາທ່ຽວໃນ
4 ປະເທດ ດັ່ງກ່າວຫລາຍກວ່າ 22 ລ້ານຄົນ, ເພີ່ມຂຶ້ນ 11,4% ​ເມື່ອທຽບກັບປີ 2014 ແລະ ຄາດວ່າໃນປີ 2016 ນີ້ ຈະມີນັກທ່ອງທ່ຽວ ເຂົ້າມາປະມານ 24 ລ້ານຄົນ ເນື່ອງຈາກວ່າ ​ໃນ 5 ເດືອນຕົ້ນປີ 2016 ມີນັກທ່ອງທ່ຽວ ເດີນທາງເຂົ້າມາທ່ອງ​ທ່ຽວ ຫລາຍກວ່າ 11 ລ້ານຄົນ ແລະ ຄາດວ່າຈະມີນັກທ່ອງທ່ຽວ ເຂົ້າມາເຖິງ 28,5 ລ້ານຄົນ ໃນປີ 2018.[post_ad]
4 ປະເທດ ເນັ້ນການທ່ອງທ່ຽວ ແບບມີຈຸດໝາຍໜຶ່ງດຽວ Reviewed by makarow on 4:24:00 AM Rating: 5

Contact Form

Name

Email *

Message *

Powered by Blogger.