ກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກສູນກາງສະຫະພັນແມ່ຍິງລາວ
ກອງປະຊຸມຄັ້ງນີ້ ໄດ້ສະຫຼຸບຕີລາຄາຜົນສຳເລັດການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ II ຈາກພຶດຕິກຳຕົວຈິງຕະຫຼອດໄລຍະ 5 ປີ (2011-2015) ພ້ອມທັງກຳນົດທິດທາງລວມ ຄາດໝາຍສູ້ຊົນ ແລະ ໜ້າທີ່ວຽກງານຈຸດສຸມໃນໄລຍະ 5 ປີຕໍ່ໜ້າ (2016-2020).
ຕະຫຼອດໄລຍະ 5 ປີ ຄະນະພັກສູນກາງສະຫະພັນແມ່ຍິງລາວ ໄດ້ເອົາໃຈໃສ່ສຶກສາອົບຮົມແນວຄິດ-ການເມືອງ ນຳພາຄົ້ນຄວ້າເຊື່ອມຊຶມແນວທາງນະໂຍບາຍ ມະຕິຄຳສັ່ງ ກົດໝາຍ ແລະ ລະບຽບການຕ່າງໆຂອງພັກ-ລັດເປັນປົກກະຕິ ຊຸກຍູ້ຂະບວນການວຽກງານ 3 ດີ ປັດຈຸບັນ ແມ່ຍິງບັນດາເຜົ່າໃນເກນອາຍຸເປົ້າໝາຍ 15-45 ປີ ສາມາດລົບລ້າງຄວາມບໍ່ຮູ້ໜັງສືໄດ້ 942.018 ຄົນ ຍິງ 527.898 ຄົນ ຈົບຊັ້ນປະຖົມບຳລຸງ 640.743 ຄົນ ຍິງ 338.739 ຄົນ ແລະ ພວມສືບຕໍ່ຮຽນຕາມເງື່ອນໄຂ ພ້ອມທັງເປັນເຈົ້າການ ຄົ້ນຄວ້າປະກອບຄຳເຫັນຕໍ່ຮ່າງກົດໝາຍນິຕິກຳຕ່າງໆ ໂຄສະນາ ເຜີຍແຜ່ລັດຖະທຳມະນູນ ລວມທັງສົນທິສັນຍາທີ່ພົວພັນເຖິງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກນ້ອຍ ຂະຫຍາຍວຽກງານໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ໄດ້ 52 ບ້ານ 57 ເມືອງ 11 ແຂວງ ຈັດອົບຮົມຍົກລະດັບຄວາມຮູ້ກ່ຽວກັບການໃຫ້ຄຳປຶກສາໄດ້ 18 ຄັ້ງ ມີຜູ້ເຂົ້າຮ່ວມ 889 ຄົນ ຍິງ 294 ຄົນ.
ໄປຄຽງຄູ່ກັນນີ້ ກໍ່ໄດ້ສົ່ງເສີມການສ້າງວຽກເຮັດງານທຳ ສ້າງເສດຖະກິດຄອບຄົວຕາມເງື່ອນໄຂຕົວຈິງ ຖືກກົດໝາຍ ເປັນຕົ້ນ ການປູກຝັງລ້ຽງສັດ ຫັດຖະກຳ ການຄ້າຂາຍ ແລະ ກິດຈະກຳອື່ນໆ ເອົາໃຈໃສ່ສຶກສາອົບຮົມວິຊາຊີບໃຫ້ແມ່ຍິງຜູ້ທຸກຍາກດ້ອຍໂອກາດຢູ່ ຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ທັງໝົດ 7.373 ຄົນ ຍິງ 7.293 ຄົນ.
ສຳລັບຄາດໝາຍສູ້ຊົນ 5 ປີຕໍ່ໜ້າ ສືບຕໍ່ແນວຄິດ-ການເມືອງໃຫ້ຖັນແຖວສະມາຊິກພັກ ພະນັກງານ ປັບປຸງການຈັດຕັ້ງ ສູ້ຊົນຮັກສານາມມະຍົດໜ່ວຍພັກແຂງ-ຮູ້ນຳພາຮອບດ້ານ ສ້າງສະມາຊິກພັກແຂງຮອບດ້ານໃຫ້ໄດ້ 90% ຂຶ້ນໄປ ປັບປຸງແບບແຜນວິທີເຮັດວຽກຢ່າງປະດິດສ້າງ ປຸກລະດົມແມ່ຍິງລາວບັນດາເຜົ່າ ເຂົ້າຮ່ວມປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງປະຕິບັດແຜນພັດທະນາແມ່ຍິງ 8 ແຜນງານ 34 ໂຄງການ ຊຸກຍູ້ຂະບວນການຂໍ້ແຂ່ງຂັນ 3 ດີ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຕາມທິດ 3 ສ້າງ ໃຫ້ເປັນຂະບວນກວ້າງຂວາງ ພ້ອມທັງເພີ່ມທະວີການພົວພັນຮ່ວມມືກັບອົງການຈັດຕັ້ງແມ່ຍິງ ບັນດາປະເທດເພື່ອນມິດຍຸດທະສາດ ປະເທດອາຊຽນ ແລະ ສາກົນ.
ກອງປະຊຸມຄັ້ງນີ້ ຜູ້ແທນສົມບູນຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະພັກສູນກາງສະຫະພັນແມ່ຍິງລາວ ສະໄໝທີ III ຈຳນວນ 9 ສະຫາຍ ໃນນັ້ນ ເລືອກເອົາຄະນະປະຈຳ 3 ສະຫາຍ ໂດຍເປັນເອກະສັນເລືອກເອົາສະຫາຍ ດຣ. ນາງ ອິນລາວັນ ແກ້ວບຸນພັນ ເປັນເລຂາ ສະຫາຍນາງ ທຸມມາລີ ວົງພະຈັນ ເປັນຮອງເລຂາ ທັງເປັນປະທານກວດກາ ສະຫາຍນາງ ຈອມແພງ ພູມປັນຍາ ເປັນຄະນະ ແລະ ສະຫາຍນາງ ເຫຼັກ ແສນຄຳວົງສາ ເປັນຮອງປະທານກວດກາ.[post_ad]
ກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກສູນກາງສະຫະພັນແມ່ຍິງລາວ
Reviewed by makarow
on
2:59:00 AM
Rating:
Reviewed by makarow
on
2:59:00 AM
Rating:


