

ພະທາດສີໂຄດຕະບອງ ຕັ້ງຢູ່ບ້ານສີໂຄດ ແຄມຝັ່ງແມ່ນໍ້າຂອງໃນວັດເກົ່າ
ເຊິ່ງບໍລິເວນນີ້ ເຄີຍເປັນໃຈກາງຂອງອະດີດ
ເມືອງຫຼວງທີ່ເກົ່າແກ່ຂອງອານາຈັກລ້ານຊ້າງ. ຕາມທາງເລກທີ 13
ໃຕ້ຫ່າງຈາກເມືອງທ່າແຂກ 6 ກິໂລແມັດ. ເສດຕະສັດ 7 ຊັ້ນ ໃນແກນເປັນເຫຼັກ,
ເສດຕະສັດເຮັດ
ດ້ວຍ ເງິນ ແລະ ຄໍາ, ປາຍເສດຕະສັດມີໂຄມແກ້ວ (ສະເພາະເສດຕະສັດສູງ 2 ແມັດ),
ບໍລິເວນຕີນພະທາດ ກ້ວາງດ້ານລະ 25 ແມັດ, ສູງ
30 ແມັດ). ພະທາດນີ້ ສ້າງຂຶ້ນໃນສະໄໝອານາຈັກສີໂຄດຕະບອງລະຫວ່າງສັດຕະວັດທີ
VI–VIII. ພະທາດໜ່ວຍນີ້ເປັນ ບ່ອນບັນຈຸກະດູກອັດ
ຖິຂອງພະພຸດທະເຈົ້າ ໃນສັດຕະວັດ ທີ VI.
ໃນນີ້ຍັງມີຮູບປັ້ນຂອງພະຍາສີໂຄດຕະບອງຢືນຢ່າງສະຫງ່າລາສີ. ພົງສາວະດານ
ກ່າວເຖິງພະທາດ
ໜ່ວຍນີ້ວ່າ: ໃນ ສັດຕະວັດທີ XVI,
ເຊິ່ງເປັນໄລຍະທີ່ອານາຈັກລ້ານຊ້າງຄອບຄອງແຖບນີ້,
ພຸດທະສາສະໜານິກາຍຫິນະຍານໄດ້ແຜ່ອິດທິພົນເຂົ້າມາໃນຂົງເຂດນີ້ ແລະ
ເຈົ້າຊີວິດໃນສັດຕະວັດທີ່ 16 (ຄ.ສ 15201-1747
ໄດ້ສັ່ງໃຫ້ມີການບູລະນະພະທາດໜ່ວຍ ນີ້). ໃນ ຄ.ສ 1539,
ການປະຕິສັງຂອນເປັນແບບສິລະປະລ້ານຊ້າງໂດຍເພີ່ມແບບປະຕິມະກຳທີ່ຕິດດອກບົວໃສ່
ຈອມທາດ. ໃນຍຸກສະໄໜຂອງພະເຈົ້າໄຊຍະເສດຖາທິລາດ
ພະອົງໄດ້ບູລະນະຈົນເປັນແບບດັ່ງທີ່ເຫັນໃນປະຈຸບັນນີ້. ມາເຖິງປີ ຄ.ສ 1806. ຕໍ່
ມາ,ໃນສະໄໝການປົກຄອງຂອງເຈົ້າ ອານຸວົງ ພະທາດໜ່ວຍນີ້ກໍ່ໄດ້ຮັບໄພ ແລະ
ການທໍາລາຍຈາກສົງຄາມຈົນຖືກປ່ອຍປະລະໃຫ້ພະທາດສີໂຄດເສົ້າໝອງ ຢ່າງສິ້ນເຊີງ.
ໃນສະໄໝ ທີ່ຝຣັ່ງຄອບຄອງອິນດູຈີນ ໃນປີຄ.ສ 1893 ຫາ 1949, ປະຊາຊົນຄໍາມ່ວນ
ໄດ້ຮ່ວມກັນສ້າງວິຫານ ໃສ່ດ້ານເໜືອຂອງພະທາດແລ້ວກໍ່ນິມົນເອົາພະພິກຂຸສົງ
ມາຈໍາວັດຕະຫຼອດມາ. ພາຍຫຼັງປະກາດເອກະລາດລາວ ໃນວັນ ທີ່ 12 ຕຸລາ 1945,
ຊາວພຸດກໍ່ໄດ້ພາກັນບູລະນະພະທາດໜ່ວຍນີ້ດ້ວຍຄວາມສັດທາເຫຼື້ອມໃສ. ໃນປີ 1950
ປະຊາຊົນລາວ ເຊິ່ງດໍາລົງຊີວິດໃນບ້ານ ແລະ ເມືອງທີ່ຢູ່ອ້ອມແອ້ມພະ
ທາດສີໂຄດຕະບອງໄດ້ພາກັນມາຖາກຖາງ,
ອະນາໄມເຄືອໄມ້ໃບຫຍ້າ ແລະ ຂູດໂໝກສີດຳອອກ. ຖັດນັ້ນມາ, ຫຼາຍສິ່ງ ຫຼາຍຢ່າງ
ອ້ອມຂ້າງພະທາດໄດ້ຮັບການກໍ່ສ້າງຄືນໃໝ່ ໂດຍສະ
ເພາະແມ່ນ “ສິມ” ໃນຊຸມປີ 1970 ແລະ
ມີພະໃຫ່ຍອົງພະປະທານສະຖິດຢູ່ພາຍໃນໄວ້ໃຫ້ຄົນສັກກາລະບູຊາ. ໃນຊຸມປີ 2010,
ເພີ່ນໄດ້ສ້າງຮູບປັ້ນພະຍາສີໂຄດຕະບອງ ທີ່ຢືນຢ່າງ
ສະຫງ່າຜ່າເຜີຍໃນບໍລິເວນເດີ່ນພະທາດນີ້. ປະຈຸບັນນີ້,
ພະທາດສີໂຄດຕະບອງເປັນປູສະນີຍະສະຖານ
ແລະ ກາຍເປັນສັນຍາລັກຂອງແຂວງ. “ຄົນທີ່ເດີນທາງໄປ ແຂວງ ຄຳມ່ວນ ບໍ່ໄດ້
ໄປກາບໄຫ້ວພະທາດສີໂຄດຕະບອງຖືວ່າບໍ່ໄດ້ໄປຮອດ,
ໄປເຖິງແຂວງຄຳມ່ວນ”.[post_ad]

ພະທາດສີໂຄດຕະບອງ
Reviewed by
makarow
on
2:55:00 AM
Rating:
5