ຣັດເຊຍ-ຕວກກີ ເຫັນດີຜັນຂະຫຍາຍທໍ່ສົ່ງແກັສ “ສາຍ ຕວກກີ”
ຣັດເຊຍ-ຕວກກີ ເຫັນດີຜັນຂະຫຍາຍທໍ່ສົ່ງແກັສ “ສາຍຕວກກີ”
01 Aug 2016
ໃນການພົບປະກັນລະຫວ່າງລັດຖະມົນຕີພະລັງງານ ຂອງຣັດເຊຍ ອາເລັກຊານເດີຣ ໂນວັກ ກັບລັດຖະມົນຕີເສດຖະກິດຕວກກີ ນີຮັດ ເຊເບັກຊີ ແລະ ຕວກກີ ເມື່ອອາທິດທີ່ຜ່ານມາ ຢູ່ນະຄອນຫຼວງມົສກູ ນັ້ນ ສອງຝ່າຍເຫັນດີທີ່ຈະສ້າງຕັ້ງກຸ່ມປະຕິບັດງານຮ່ວມຂຶ້ນມາ ເພື່ອປະຕິບັດໂຄງການທໍ່ສົ່ງແກັສ “ສາຍຕວກກີ”.
ເມື່ອປີ 2014 ກຸ່ມບໍລິສັດແກັສ Gazprom ຂອງຣັດເຊຍ ແລະ ບໍລິສັດ Botas ຂອງຕວກກີ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ກ່ຽວກັບການກໍ່ສ້າງທໍ່ສົ່ງແກັສ “ສາຍຕວກກີ” ຕາມນັ້ນແລ້ວ ທໍ່ສົ່ງທີ່ຄາດວ່າມີຄວາມຍາວ 1.100 ກມ ຈະໄດ້ແບ່ງອອກເປັນສີ່ສາຍ ດ້ວຍກຳລັງການສົ່ງແກັສ 63 ຕື້ແມັດກ້ອນ/ປີ ໃນນັ້ນ ປະມານ 16 ຕື້ແມັດກ້ອນ ຈະສະໜອງໃຫ້ແກ່ຕວກກີ ໃນຂະນະທີ່ 47 ຕື້ແມັດກ້ອນທີ່ຍັງເຫຼືອ ຈະໄດ້ສົ່ງໄປຍັງສູນແຫ່ງໜຶ່ງ ທີ່ຕັ້ງຢູ່ໃນເຂດຊາຍແດນ ເກຣັກ-ຕວກກີ ເພື່ອສົ່ງໄປຍັງເອີຣົບ.
ເຖິງຢ່າງໃດກໍ່ຕາມ ຝ່າຍຣັດເຊຍ ໄດ້ງົດການເຈລະຈາກ່ຽວກັບໂຄງການດັ່ງກ່າວ ຊຶ່ງເປັນສ່ວນໜຶ່ງໃນມາດຕະການຂວ້ຳ ບາດ ເພື່ອຕອບໂຕ້ຕໍ່ກໍລະນີທີ່ຕວກກີຍິງເຮືອບິນຂອງຣັດເຊຍ ຕົກຢູ່ໃນຊີຣີ ເມື່ອເດືອນພະຈິກ 2015.
[post_ad]
ຣັດເຊຍ-ຕວກກີ ເຫັນດີຜັນຂະຫຍາຍທໍ່ສົ່ງແກັສ “ສາຍ ຕວກກີ”
Reviewed by makarow
on
2:47:00 AM
Rating:
Reviewed by makarow
on
2:47:00 AM
Rating:


