ຂ່າວດ່ວນ

ຂ່າວອື່ນໆ

random

ສະຫະປະຊາຊາດ ເຊີນ​ລັດ­ຖະ­ບານຊີ​ຣີ ເຂົ້າ​ຮ່ວມ​ການ​ເຈລະ­ຈາ​ຮອບ​ໃໝ່​ຢ່າງ​ເປັນ​ທາງ​ການ


 ທ່ານ ຣາມ​ຊີ ເອ​ສ​ເຊລ​ດິນ ຮອງ​ທູດ​ພິ­ເສດ​ຂອງ​ອົງ­ການ​ສະຫະ​ປະ­ຊາ​ຊາດ (ສປຊ) ກ່ຽວ​ກັບຊີ​ຣີ ໄດ້​ເຊື້ອ​ເຊີນ​ຢ່າງ​ເປັນທາງການໄປ​ຍັງ​ລັດ­ຖະ­ບານ​ຊີ​ຣີ ເມື່ອວັນ​ທີ 31 ກໍ­ລະ­ກົດ​ທີ່​ຜ່ານ​ມາ ໃນ​ການ​ເຂົ້າ​ຮ່ວມ​ການ​ເຈລະ­ຈາສັນ­ຕິ­ພາບ​ຮອບ​ໃໝ່​ກັບ​ກອງ​ກຳລັງ​ຝ່າຍ​ຄ້ານ ທີ່​ຄາດ​ວ່າ​ຈະ​ມີ​ຂຶ້ນໃນ​ເດືອນ​ສິງ­ຫາ​ນີ້.
ທ່ານ ຣາມ​ຊີ ເວົ້າ​ວ່າ ທ່ານ ໄດ້​ໃຫ້​ຄຳ​ອະ­ທິ­ບາຍ ແລະ ປຶກສາ​ຫາ­ລື​ກັບ​ກັບ​ລັດ­ຖະ­ມົນ­ຕີ​ການຕ່າງ­ປະ­ເທດຊີ​ຣີ ວາ​ລິດ ມູ​ອາ​ລເລມ ກ່ຽວ​ກັບ​ແຜນ­ການ​ເຊື່ອມ​ຕໍ່ການ​ເຈລະ­ຈາ ຂະ​ບວນ​ການຂ້າມ​ຜ່ານ​ທາງ​ດ້ານ​ການ­ເມືອງ ຊຶ່ງ​ສະ­ພາ​ຄວາມ​ໝັ້ນ­ຄົງ ສປຊ ໄດ້​ໃຫ້​ຄວາມ​ເຫັນ​ພ້ອມ ທ່ານ ຣາມ​ຊີ ກໍ່​ເວົ້າ​ວ່າ ລັດ­ຖະ­ມົນ­ຕີການ​ຕ່າງ­ປະ­ເທດ​ຊີ​ຣີ ໄດ້​ຢືນ­ຢັນວ່າ ລັດ­ຖະ­ບານ​ຊີ​ຣີ ມີ​ຈຸດ­ປະ­ສົງເຂົ້າ​ຮ່ວມ​ການ​ເຈລະ­ຈາ​ສັນ­ຕິພາບ ຖ້າ​ຫາ​ກວ່າ​ມີ​ການ​ຈັດ​ຂຶ້ນ.
ຂະ​ບວນ​ການ​ສັນ­ຕິ­ພາບ​ໃນຊີ​ຣີ ທີ່​ໄດ້​ຮັບ​ການ​ສະ­ໜັບ­ສະ­ໜູນຈາກ ສປຊ ນັ້ນ ໄດ້​ຮຽກ­ຮ້ອງໃຫ້​ສ້າງ­ຕັ້ງ​ລັດ­ຖະ­ບານ​ຂ້າມຜ່ານຮ່າງ​ລັດ​ຖະ​ທຳ​ມະ­ນູນ​ໃໝ່ ແລະ ດຳ­ເນີນ​ການ​ເລືອກ​ຕັ້ງ​ຢູ່​ໃນ​ຊີ​ຣີ ກ່ອນ​ກາງ​ປີ 2017 ແຕ່​ເຖິງ​ຢ່າງໃດ​ກໍ່​ຕາມ ຄວາມຂັດ​ແຍ່ງ​ຢູ່​ໃນການ​ເຈລະ­ຈາ​ສັນ­ຕິ­ພາບ​ກ່ຽວ​ກັບຊີ​ຣີ ທີ່​ໃຫ້­ການ​ອຸ­ປະ­ຖຳ​ໂດຍ ສປຊ ນັ້ນ ​ກໍ່​ຄື​ອະ­ນາ­ຄົດ​ທາງ​ດ້ານ​ການເມືອງ​ຂອງ​ປະ­ທາ­ນາ­ທິ­ບໍ­ດີ ບາ​ຊາ ອາ​ລ ອັສ​ຊັດ.[post_ad]
ສະຫະປະຊາຊາດ ເຊີນ​ລັດ­ຖະ­ບານຊີ​ຣີ ເຂົ້າ​ຮ່ວມ​ການ​ເຈລະ­ຈາ​ຮອບ​ໃໝ່​ຢ່າງ​ເປັນ​ທາງ​ການ Reviewed by makarow on 2:02:00 AM Rating: 5

Contact Form

Name

Email *

Message *

Powered by Blogger.