ຂ່າວດ່ວນ

ຂ່າວອື່ນໆ

random

ລ້ານ​ຊ້າງ ຊະ­ນະ ປກສ 5-2 ນຳ​ໜ້າ​ ລາວ ​ພຣີ​ເມຍ ​ລີກ


ສະ­ໂມ­ສອນ ​ລ້ານ​ຊ້າງ​ ຢູ​ໄນ​ເຕັດ ຍັງ​ຄົງ​ຮັກ­ສາ​ມາດ­ຕະ­ຖານ​ການ​ຫຼິ້ນ​ໄວ້​ສະ​ໝ່ຳສະ­ເໝີ ຫຼັງ​ຈາກ​ບຸກ​ໄປ​ເອົາ​ຊະ­ນະ​ສະ​ໂມສອນ ​ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ (ປກສ) ເອ​ຟ​ຊີ ໄດ້​ເຖິງ​ຖິ່ນ 5-2 ສົ່ງ​ຜົນໃຫ້​ລ້ານ​ຊ້າງ​ຍັງ ເປັນ​ທີມ​ນຳ​ໜ້າ​ຂອງ​ຕາ­ຕະ­ລາງ ໃນ​ການ​ແຂ່ງ­ຂັນກີລາ­ເຕະບານ ​ລາວ ພຣີ​ເມຍ ​ລີກ ລະ­ດູ​ການ 2016 ຮອບ​ຂາກັບ ສ່ວນ​ສະ­ໂມ­ສອນ​ ລາວ​ໂຕ​ໂຢ​ຕ້າ​ ເຮັດໄດ້​ພຽງ​ບຸກ​ໄປ​ສະ­ເໝີ​ສະ​ໂມສອນ ​ຊີ​ເອ​ສຊີ ຈຳ­ປາ 1-1.
ສະ­ຫຼຸບ​ຜົນ​ການ​ແຂ່ງ­ຂັນ​­ເຕະບານ ລາວ ​ພຣີ​ເມຍ ​ລີກ 2016 ຮອບ​ຂາ​ກັບ​ຄື: ວັນ​ເສົາ 30 ກໍ­ລະ­ກົດ 2016 ມີ​ແຂ່ງ­ຂັນ 3 ຄູ່ ສະ­ໂມ­ສອນ ​ວີ​ເອ​ັ​ສວີ​ ຢູ​ໄນ​ເຕັດ ຊະ­ນະ ສະ­ໂມ­ສອນ ເອ​ສຣາ 2-0 ສະ­ໂມ­ສອນ ມຊ ຊະ­ນະ ​ສະ­ໂມ­ສອນ​ ກອງ­ທັບ 4-2 ແລະ ສະ­ໂມ­ສອນ ຊີ​ເອ​ັສ​ຊີ ຈຳ­ປາ ສະ­ເໝີ ສະ­ໂມ­ສອນ ​ລາວ​ໂຕ​ໂຢ​ຕ້າ 1-1 ສ່ວນ​ວັນ​ອາທິດ 31 ກໍ­ລະ­ກົດ 2016 ມີແຂ່ງ­ຂັນ 4 ຄູ່ ສະ­ໂມ­ສອນ​ ໄຊ​ທາ­ນີ ​ຊິ​ຕີ້ ສະ­ເໝີ ສະ​ໂມສອນ​ ຊ້າງ​ນ້ອຍ 0-0 ສະ­ໂມ­ສອນ ປກສ ເສຍ​ໃຫ້​ສະ­ໂມ­ສອນ ​ລ້ານ​ຊ້າງ ຢູ​ໄນ​ເຕັດ 2-5 ສະ­ໂມ­ສອນ ໄອ​ດີ​ຊີ ຈຳ­ປາ​ສັກ ຊະນະ ​ສະ­ໂມ­ສອນ ອິ​ສ​ເຕີນ​ ສະ​ຕຣາ 2-1 ແລະ ສະ­ໂມ­ສອນ ສະ­ຫວັນ ຢູ​ໄນ​ເຕັດ ຊະ­ນະ ສະ­ໂມ­ສອນ ໄຟ­ຟ້າ​ລາວ 2-1.

[post_ad]
ລ້ານ​ຊ້າງ ຊະ­ນະ ປກສ 5-2 ນຳ​ໜ້າ​ ລາວ ​ພຣີ​ເມຍ ​ລີກ Reviewed by makarow on 2:08:00 AM Rating: 5

Contact Form

Name

Email *

Message *

Powered by Blogger.