ຂ່າວດ່ວນ

ຂ່າວອື່ນໆ

random

ກຸ່ມໄອເອສ ອອກວີດີໂອຂູ່ຂ້າປະທານາທິບໍດີ ຣັດເຊຍ


 ກຸ່ມໄອເອສ ອອກວີດີໂອຂູ່ຂ້າປະທານາທິບໍດີ ຣັດເຊຍ ພ້ອມລະບຸຈະປົດປ່ອຍເຊສເນຍໃຫ້ເປັນລັດອິສລາມ

ກຸ່ມກໍ່ການຮ້າຍຫົວຮຸນແຮງໄອເອສ ຫລືດາອີສ ເຜີຍແຜ່ວີດີໂອຜ່ານ ຢູທູບ ທີ່ມີໃຈຄວາມປະກາດຮຽກຮ້ອງໃຫ້ນັກຮົບນິຮາດ ກໍ່ເຫດຄວາມຮູນແຮງຂື້ນໃນ ຣັດເຊຍ ແລະຍັງຂົ່ມຂູ່ປະທານາທິບໍດີວະດາດີເມຍ ປູຕິນວ່າຈະນຳໄປສັງຫານຜູ້ນຳຣັດເຊຍເຖິງບ້ານ ລວມທັງປະກາດວ່າຈະປົດປ່ອຍສາທາລະນາລັດເຊສເນຍອອກຈາກການເປັນສ່ວນໜຶ່ງຂອງ ຣັດເຊຍ ແລະປ່ຽນພື້ນທີ່ດັ່ງກ່າວໃຫ້ເປັນລັດອິສລາມດ້ວຍ

ວີດີໂອດັ່ງກ່າວຖືກເຜີຍແຜ່ຫລັງເຫດເຮລິຄອບເຕີຂອງຣັດເຊຍຖືກຍິງຕົກໃນຊີເຣຍ ມື້ວານນີ້ (1 ສິງຫາ 2016) ທີ່ເຮັດໃຫ້ມີຜູ້ເສຍຊີວິດ 5 ຄົນ ຊຶ່ງຈົນເຖິງຂະນະນີ້ຍັງບໍ່ມີກຸ່ມໃດອອກມາສະແດງຄວາມຮັບຜິດຊອບ ທັງນີ້ ຣັດເຊຍກຳລັງຢູ່ລະຫວ່າງການເຈລະຈາກັບອາເມລິກາ ໃນປະເດັນທີ່ຈະຍົກລະດັບປະຕິບັດການທາງທະຫານໃນຊີເຣຍ ເພື່ອໂຈມຕີກຸ່ມໄອເອສໃຫ້ຮຸນແຮງຍິ່ງຂື້ນຕື່ມ.


[post_ad]



ກຸ່ມໄອເອສ ອອກວີດີໂອຂູ່ຂ້າປະທານາທິບໍດີ ຣັດເຊຍ Reviewed by makarow on 3:33:00 AM Rating: 5

Contact Form

Name

Email *

Message *

Powered by Blogger.