ກອງປະຊຸມເຈົ້າຫນ້າທີ່ອາວຸໂສເສດຖະກິດອາຊຽນ ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ
ກອງປະຊຸມເຈົ້າຫນ້າທີ່ອາວຸໂສເສດຖະກິດອາຊຽນເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຈັດຂຶ້ນໃນວັນທີ 1-2 ສິງຫານີ້ ທີ່ໂຮງແຮມດອນຈັນພາເລດ, ນະຄອນຫລວງ ວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ລາວຮົວ ເຈີຈິງ, ຫົວຫນ້າກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ, ທັງເປັນຫົວຫນ້າເຈົ້າໜ້າອາວຸໂສເສດຖະກິດອາຊຽນ. ມີເຈົ້າຫນ້າທີ່ອາວຸໂສເສດຖະກິດອາຊຽນຈາກ 10 ປະເທດສະມາຊິກອາຊຽນ ແລະ ກອງເລຂາອາຊຽນເຂົ້າຮ່ວມ. ກອງປະຊຸມຈະໄດ້ພິຈາລະນາບັນດາເອກະສານສຳຄັນທີ່ຈະສະເໜີຕໍ່ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 48 ແລະ ກອງປະຊຸມອື່ນຯ ທີ່ປິ່ນອ້ອມ ເປັນຕົ້ນ ບົດລາຍງານຂອງເຈົ້າຫນ້າທີ່ອາວຸໂສເສດຖະກິດອາຊຽນຕໍ່ກອງປະຊຸມສະພາເຂດການຄ້າເສລີອາຊຽນ (AFTA) ຄັ້ງທີ 30, ກອງປະຊຸມກອງປະຊຸມສະພາເຂດລົງທຶນອາຊຽນ (AIA) ຄັ້ງທີ 19, ກອງປະຊຸມລັດຖະມົນຕີເສດຖະກິດ ກຳປູເຈ່ຍ, ລາວ, ມຽນມາ ແລະ ຫວຽດນາມ (CLMV) ກອງປະຊຸມລັດຖະມົນຕີລະຫວ່າງແມ່ນໍ້າຂອງກັບຍິປຸ່ນ ແລະ ກອງປະຊຸມພົບປະລະຫວ່າງລັດຖະມົນຕີເສດຖະກິດອາຊຽນກັບປະເທດຄູ່ເຈລະຈາອື່ນຯ. ນອກຈາກນີ້ ກອງປະຊຸມຈະສຸມໃສ່ປຶກສາຫາລືເພື່ອກະກຽມເນື້ອໃນສຳຄັນຫລາຍຢ່າງທີ່ຕິດພັນກັບຄວາມຄືບຫນ້າໃນການຈັດຕັ້ງປະຕິບັດແລະຜັນຂະຫຍາຍແຜນປະຕິບັດງານອາຊຽນ 2015, ການວາງແຜນແລະກຳຫນົດທິດທາງການຈັດຕັ້ງປະຕິບັດແຜນງານປະຊາຄົມເສດຖະກິດອາຊຽນ 2025.[post_ad]
ກອງປະຊຸມເຈົ້າຫນ້າທີ່ອາວຸໂສເສດຖະກິດອາຊຽນ ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ
Reviewed by pk
on
12:45:00 AM
Rating:
Reviewed by pk
on
12:45:00 AM
Rating:


