ຕຳແລ້ວໜີ
ໃນວັນທີ 01/8/2016 ເວລາ 00:25 ນາທີ ໄດ້ຮັບແຈ້ງເຫດເຂົ້າເບີ 1624 ວ່າມີລົດຕຳກັນແລ້ວໜີ ທີ່4 ແຍກໄຟແດງ ບ້ານດົງນາໂຊກ ເມືອງ ສີໂຄດຕະບອງ ນວຈ ທີມກູ້ຊີບ-ກູ້ໄພນະຄອນຫຼວງຈື່ງໄດ້ອອກກວດສອບເຫດພົບເຫັນຜູ້ບາດເຈັບ 2 ຄົນ ຕາມການສອບຖາມຜູ້ບາດເຈັບໄດ້ບອກວ່າ: ລົດທັງສອງແມ່ນມາໃນທາງດຽວກັນ ທາງປາກທ້າງ ສີໄປຫາໝູ່ຢູ່ T2 ແລ້ວລົດໃຫຍ່ຄັນທັງກ່າວແມ່ນຂີ່ມາດ້ວຍຄວາມໄວ ຕຳເຂົ້າຈັງໆ ເຮັດໃຫ້ປ້າຍລົດນັ້ນບາດຂາ ແລ້ວລົດໃຫຍ່ກໍ່ຫຼົບໜີ ແຕ່ປ້າຍລົດໃຫຍ່ຄັນດັ່ງກ່າວແມ່ນຕົກໃນທີ່ເກີດເຫດ. ( ປ້າຍລົດໃຫຍ່ ຫກ1888 ກຳແພງນະຄອນ ) ຄົນທີ 1 ແມ່ນມີບາດແຜເປີດທີ່ ຂາຊ້າຍ ແລະ ບາດແຜຖະຫຼອກຕາມໃບໜ້າ ( ຍີງ ) ຄົນທີ 2 ບາດແຜຖະຫຼອກຕາມຕົນໂຕ ( ຊາຍ ) ດັ່ງນັ້ນທີມກູ້ຊີບ-ກູ້ໄພນະຄອນຫຼວງຈຶ່ງໄດ້ປະຖົມພະຍາບານແລ້ວເຄື່ອນຍ້າຍນຳສົ່ງໂຮງໝໍ 150 ຕຽງ
ແຈ້ງເຫດສຸກເສີນ1624 020 22441624 020 23449090ີ
[post_ad]
ຕຳແລ້ວໜີ
Reviewed by pk
on
12:54:00 AM
Rating:
Reviewed by pk
on
12:54:00 AM
Rating:





