Verizon ຈັດຊື້ເອົາກິດຈະການຂອງ Yahoo ໃນມູນຄ່າ 4,8 ຕື້ໂດລາ
ໃນອາທິດທີ່ຜ່ານມາ Verizon ຊຶ່ງເປັນເຄືອຂ່າຍໂທລະຄົມມະນາຄົມໃຫຍ່ສຸດໃນ ສ ອາເມຣິກາ ໄດ້ປະກາດຢ່າງເປັນທາງການ ເຖິງກໍລະນີການຈັດຊື້ເອົາກິດຈະການຂອງ Yahoo ໃນມູນຄ່າ 4,83 ຕື້ໂດລາສະຫະລັດ ການຊື້ຂາຍດັ່ງກ່າວປະກອບດ້ວຍ ພາກການໂຄສະນາ ເນື້ອໃນການເຄື່ອນໄຫວທຸລະກິດເຄື່ອນທີ່. ລໍແວລ ແມັກອາດາມ ປະທານທັງເປັນຜູ້ອຳນວຍການຝ່າຍບໍລິຫານຂອງ Verizon ເວົ້າວ່າ: ການຈັດຊື້ເອົາ Yahoo ຈະເຮັດໃຫ້ Verizon ຢູ່ໃນທີ່ຕັ້ງແກ້ງແຍ່ງສູງ ຄືກັບວ່າເປັນບໍລິສັດການສື່ສານເຄື່ອນທີ່ຊັ້ນນຳຂອງທົ່ວໂລກ ແລະ ຊ່ວຍຊຸກຍູ້ລາຍຮັບຂອງ Verizon ໃນຂົງເຂດການໂຄສະນາດ້ານເຕັກນິກດີຈີຕາລ. ຫຸ້ນສ່ວນຂອງ Yahoo ຢູ່ໃນ Alibaba ແລະ Yahoo ໃນຍີ່ປຸ່ນ ຈະບໍ່ລວມຢູ່ໃນສັນຍາການຊື້ຂາຍ-ລວມຕົວນັ້ນ Yahoo ມີຫຸ້ນສ່ວນ 15% ຢູ່ໃນ Alibaba ຫຼື ມີມູນຄ່າເທົ່າກັບ 31,2 ຕື້ໂດລາສະຫະລັດ ແລະ ມີຫຸ້ນສ່ວນ 34% ຢູ່ໃນ Yahoo ໃນຍີ່ປຸ່ນ ຫຼື ມີມູນຄ່າເທົ່າກັບ 8,3 ຕື້ໂດລາສະຫະລັດ. ລາຍການປະດິດຄິດແຕ່ງຂອງ Yahoo ທີ່ມີມູນຄ່າປະມານ 1 ຕື້ໂດລາສະຫະລັດ ບໍ່ໄດ້ນອນຢູ່ໃນສັນຍາຊື້ຂາຍດັ່ງກ່າວ ໃນຂະນະດຽວກັນ ສຳນັກງານຂອງ Yahoo ຢູ່ໃນ Sunnyvale ພັດນອນຢູ່ໃນສັນຍາຊື້ຂາຍນັ້ນ. Yahoo ໄດ້ຮັບການສ້າງຕັ້ງເມື່ອປີ 1994 ແລະ ໄດ້ກາຍເປັນໜຶ່ງໃນບັນດາຜູ້ສະໜອງການບໍລິການອິນເຕີເນັດ (Internet) ອັນດັບຕົ້ນໆ ຊ່ວຍໃຫ້ຜູ້ບໍລິໂພກເຂົ້າຫາໂລກຂອງໜ້າເວບໄຊໃນຍຸກທີ່ເປີດຕົວໃໝ່ ຊະຕາກຳຂອງ Yahoo ເລີ່ມຄ່ອຍໆມືດມົນໃນທົດສະວັດທີ່ຜ່ານມາ ເມື່ອບັນດາຂູ່ແຂ່ງທີ່ໜຸ່ມນ້ອຍກວ່າ ເຊັ່ນ: Google ແລະ Facebook ດຶງດູດຜູ້ບໍລິໂພກ ແລະ ຜູ້ໃຫ້ການໂຄສະນາໄດ້ຈຳນວນຫຼາຍ.[post_ad]
Verizon ຈັດຊື້ເອົາກິດຈະການຂອງ Yahoo ໃນມູນຄ່າ 4,8 ຕື້ໂດລາ
Reviewed by pk
on
2:09:00 AM
Rating:
Reviewed by pk
on
2:09:00 AM
Rating:


