ບາງທັດສະນະ ຂອງຜູ້ປະກອບການ ແລະ ສົ່ງອອກຜະລິດຕະພັນກະສິກໍາລາຍໃຫຽ່ຂອງ ສປປ.ລາວ
ບາງທັດສະນະ ຂອງຜູ້ປະກອບການ ແລະ ສົ່ງອອກຜະລິດຕະພັນກະສິກໍາລາຍໃຫຽ່ຂອງ ສປປ.ລາວ
ການຜະເຊີນໜ້າກັບບັນດາຄູ່ແຂ່ງທາງຕະຫຼາດໃນຍຸກເຊື່ອມໂຍງສະໄໝໃໝ່
ຈະເຮັດໃຫ້ຜູ້ປະກອບການ ແລະ ຫົວໜ່ວຍການຜະລິດຂະໜາດກາງ-ຂະໜາດນ້ອຍ
ກໍຄືນັກທຸລະກິດຂອງ ສປປ.ລາວ ຕ້ອງພົບພໍ້ກັບບັນຫາທ້າທາຍດ້ານຕົ້ນທຶນການຜະລິດສູງ
ຈິ່ງອາດເສຍໂອກາດໃຫ້ປະເທດອື່ນຍ້ອນສູ້ລາຄາຕໍ່າບໍ່ໄດ້
ໃນນີ້ຖ້າຫາກບໍ່ມີການແກ້ໄຂຢ່າງເປັນລະບົບ ເປັນຂັ້ນຕອນ ແລະ
ຖືກຕ້ອງຕາມນະໂຍບາຍຂອງພັກ-ລັດຖະບານ ກໍຈະສ້າງຄວາມຫຽຸ້ງຍາກແບບຕ່ອງໂສ້
ເຊິ່ງຈະກະທົບໃສ່ຕານ່າງການຜະລິດ
ນັບແຕ່ຂັ້ນພື້ນຖານຮ້ານຫຽ້າຂຶ້ນມາຮອດພາກທຸລະກິດທີ່ຕິດພັນທັງພາກປະຊາຊົນ ແລະ
ພາກລັດຖະບານ.
ນີ້ຄືນຶ່ງໃນທັດສະນະຂອງທ່ານ
ຫຼຸມຄໍາ ວົງໄຊ ປະທານບໍລິສັດລາວອຸດສາຫະກໍາ-ກະສິກໍາຈໍາກັດ
ນຶ່ງໃນນັກທຸລະກິດລະດັບແຖວໜ້າຂອງ ສປປ.ລາວ
ຜູ້ກິ້ງເກືອກລີເລືອຢູ່ກັບຖານການຜະລິດຕິດພັນຊຸມຊົນ ຜູ້ສົ່ງອອກສາລີກະປ໋ອງ
ຜັກທຽມໂທນດອງ ແລະ ຜະລິດຕະພັນໝາກຕາວແປຮູບ ຮວມເຖິງພືດພັນການກະເສດອື່ນໆ
ພິເສດແມ່ນຜະລິດຕະພັນນໍ້ານົມສາລີບ້ານເກິນ ນໍ້າໝາກນັດບ້ານເກິນ
ເຊິ່ງຖືເປັນເຄື່ອງດື່ມເພື່ອສຸຂະພາບທີ່ໄດ້ຈາກວັດຖຸດິບປອດສານພິດ ແລະ ສົດໃໝ່
ຈາກໄຮ່-ສວນ ໂດຍຮວມເອົາຄູ່ຮ່ວມທຸລະກິດທີ່ເປັນຊາວສວນປູກສາລີ ປູກໝາກນັດ ປະມານ
3.000 ຄອບຄົວ ຢູ່ແຂວງວຽງຈັນ ແລະ ບັນດາແຂວງອ້ອມຂ້າງ ໂດຍຜ່ານການສະໜອງແນວພັນ
ແລະ ຄໍາແນະນໍາວິທີການປູກແບບປອດສານພິດແກ່ຊາວກະສິກອນ
ເພື່ອສົ່ງຂາຍເຂົ້າປ້ອນໂຮງງານທີ່ບໍລິຫານຈັດການໂດຍຄົນລາວ ແລະ
ປຸງແຕ່ງດ້ວຍສີມືແຮງງານລາວ 100%.
ທ່ານ ຫຼຸມຄໍາ ເປີດເຜີຍໃຫ້ຮູ້ວ່າ 90%
ຂອງຜະລິດຕະພັນໃນບໍລິສັດລາວອຸດສາຫະກໍາ ກະສິກໍາຈໍາກັດ
ແມ່ນອັດຕາສ່ວນສົ່ງອອກເພື່ອຄ້າຂາຍກັບ 17 ປະເທດ ແລະ
ຄູ່ຄ້າລາຍໃຫຽ່ກໍແມ່ນປະເທດອັງກິດ ຮວມເຖິງບັນດາປະເທດເອີຣົບ ແລະ
ຕ້ອງປະຕິບັດຕາມຫຼັກການຄ້າຂາຍເປັນລະບົບຜ່ານທະນາຄານ ແລະ
ມີການກວດສອບຄຸນະພາບຕາມມາດຕະຖານສາກົນ
ເຊິ່ງຮຽກຮ້ອງເຖິງຄວາມພ້ອມຂອງນັກທຸລະກິດລາວ
ດ້ານເງິນທຶນສໍາຮອງເພື່ອຜະລິດສິນຄ້າໄວ້ຕອບສະໜອງຕະຫຼາດໃຫ້ທັນການ
ຂະນະທີ່ການຊໍາລະສະສາງຕ້ອງຜ່ານຂັ້ນຕອນທີ່ລະອຽດ ຊັບຊ້ອນ ແລະ ອາດຊັກຊ້າ
ຍ້ອນຫຼາຍຂະບວນການກວດສອບ ນີ້ຖືວ່າເປັນສິ່ງທ້າທາຍຂອງຜູ້ຜະລິດສົ່ງອອກ
ສ່ວນການຕອບສະໜອງດ້ານວັດຖຸດິບ ກໍຮຽກຮ້ອງເຖິງການຜະລິດ (ປູກ-ລ້ຽງ) ທີ່ສະອາດ
ປອດໄພ ໃນນັ້ນຕ້ອງນໍາໃຊ້ຝຸ່ນຊີວະພາບ 100% ຕ້ອງສ້າງແຮງດຶງດູດໃຈໃຫ້ຊາວກະສິກໍາ
ຕ້ອງປັບປຸງ ພັດທະນາຮອບດ້ານເພື່ອໃຫ້ການຜະລິດມີຕົ້ນທຶນຕໍ່າ
ຂະນະດຽວກັນພວກເຮົາກໍຈໍາເປັນຕ້ອງນໍາເຂົ້າວັດຖຸອຸປະກອນຕ່າງໆທີ່ເປັນອົງປະກອບ
ສໍາຄັນຂອງຊາວກະສິກໍາ ນີ້ຄືສາເຫດຂອງຕົ້ນທຶນການຜະລິດ.
ປະທານບໍລິສັດອຸດສາຫະກໍາລາວ
ກະສິກໍາຈໍາກັດ ໃຫ້ຂໍ້ຄິດເຫັນຕື່ມອີກວ່າ ພວກເຮົາມີທິດທາງ
ນະໂຍບາຍຂອງພັກ-ລັດຖະບານ ໃນການພັດທະນາ ແລະ ສົ່ງເສີມການຜະລິດເປັນສິນຄ້າ
ມີສະພາບດິນດີ ເນື້ອທີ່ກະສິກໍາພ້ອມ ມີແຮງງານພ້ອມ
ແຕ່ພວກເຮົາຍັງຂາດຮູບປະທໍາໃນການສົ່ງເສີມການຜະລິດກະສິກໍາທີ່ໝາຍເຖິງການຜະລິດ
ຝຸ່ນຊີວະພາບຢູ່ພາຍໃນ ການພັດທະນາແນວພັນທີ່ແຂງແຮງ
ການກໍາຈັດວັດຊະພືດຢ່າງຖືກວິທີ ປອດໄພ ແລະ ທົ່ວເຖິງ
ການກຽມພ້ອມຮັບມືໄພພິບັດທາງທໍາມະຊາດ ການສ້າງລະບົບຊົນລະປະທານຢ່າງແທດເໝາະ ແລະ
ອື່ນໆ ເຊິ່ງຈຸດນີ້ຕ້ອງແມ່ນພາກລັດເປັນຜູ້ລົງເລິກໃນການດໍາເນີນງານ
ແຕ່ກໍຮຽກຮ້ອງເຖິງງົບປະມານຈໍານວນມະຫາສານ
ຫາກຕ້ອງການສ້າງຖານການຜະລິດເພື່ອສົ່ງອອກໃຫ້ສາມາດກ້າວຂຶ້ນທີ່ເປັນນຶ່ງໃນບັນດາ
ປະເທດທີ່ມີທ່າແຮງ ແລະ ຄວາມພ້ອມ ກໍຕ້ອງລົງທຶນໃສ່ ແລະ ນໍາຄືນໃຫ້ໄດ້ຜົນງານ ແລະ
ໝາກຜົນໂຕຈິງ ຫຼື ເອີ້ນວ່າ
ຜົນສໍາເລັດຂອງໂຄງການທີ່ບໍ່ເປັນພຽງໂຕອັກສອນເທົ່ານັ້ນ.
ຢ່າງໃດກໍດີ ສໍາລັບທິດທາງ ຫຼື
ແຜນງານຂອງພັກ ແລະ ລັດຖະບານ ຖືວ່າແມ່ນນະໂຍບາຍທີ່ຖືກຕ້ອງສອດຄ່ອງທີ່ສຸດ
ແມ່ນສິ່ງເອື້ອອໍານວຍ ຫຼື ບ່ອນອີງທີ່ດີທີ່ສຸດ
ເຊິ່ງຖ້າໄດ້ຮັບການຜັນຂະຫຽາຍໂດຍຂະແໜງການກ່ຽວຂ້ອງຢ່າງແຂງແຮງ
ກໍຈະກາຍເປັນເຄື່ອງມື ແລະ ປັດໄຈໃນການສ້າງຄວາມເຂັ້ມແຂງເພື່ອກ້າວຂຶ້ນເປັນແຫຼ່ງ
ຫຼື ຖານການຜະລິດກະສິກໍາສົ່ງອອກທີ່ບໍ່ນ້ອຍໜ້ານາໆປະເທດ ແລະ
ນີ້ກໍຖືເປັນຂັ້ນໄດສໍາຄັນຂອງການດໍາເນີນທຸລະກິດດ້ານການປູກ-ການລ້ຽງ
ໂດຍນໍາໃຊ້ຊັບພະຍາກອນທໍາມະຊາດຂອງລາວທີ່ຕໍ່ຍອດມາຈາກການພັດທະນາເຕັກໂນໂລຊີ
ໂດຍນັກວິຊາການລາວ ເພື່ອສົ່ງເສີມໃຫ້ຄົນລາວເປັນເຈົ້າຂອງທຸລະກິດ
ເປັນແຮງງານຜະລິດທີ່ເປັນມິດຕໍ່ສິ່ງແວດລ້ອມ
ເພື່ອສົ່ງອອກຈິ່ງຈະຖືເປັນການພັດທະນາເສດຖະກິດ-ສັງຄົມທີ່ມີຄວາມຍືນຍົງ.
ໂດຍ: ເຜິ້ງຄໍາ
ບາງທັດສະນະ ຂອງຜູ້ປະກອບການ ແລະ ສົ່ງອອກຜະລິດຕະພັນກະສິກໍາລາຍໃຫຽ່ຂອງ ສປປ.ລາວ
Reviewed by makarow
on
2:30:00 AM
Rating:
Reviewed by makarow
on
2:30:00 AM
Rating:



