ຂ່າວດ່ວນ

ຂ່າວອື່ນໆ

random

ຄະນະປະຈໍາສະພາແຫ່ງຊາດ ພິຈາລະນາບັນຫາສໍາຄັນ ປະຈໍາເດືອນສິງຫາ


 ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ປະຈໍາເດືອນສິງຫາ 2016 ໄດ້ຈັດຂຶ້ນແຕ່ວັນທີ 1-3 ສິງຫາ 2016 ນີ້ ຢູ່ສະພາແຫ່ງຊາດ ເພື່ອພິຈາລະນາ ແລະ ຮັບຟັງບັນຫາສໍາຄັນຕ່າງໆຈໍານວນໜຶ່ງ ໂດຍພາຍໃຕ້ການເປັນ ປະທານຂອງທ່ານນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ, ມີບັນດາຫົວໜ້າຄະນະກໍາມາທິການຕ່າງໆ ແລະ ພາກກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມໄດ້ຄົ້ນຄວ້າພິຈາລະນາ ແລະ ຮັບຟັງການລາຍງານຕ່າງໆ ເປັນຕົ້ນແມ່ນຮັບຟັງການລາຍງານກ່ຽວກັບ ການປັບປຸງຮ່າງລັດຖະບັນຢັດ ຂອງປະທານປະເທດ ວ່າດ້ວຍພົນລະເມືອງກິດຕິມະສັກ, ລາຍງານກ່ຽວກັບການສັງລວມແຜນການຕິດຕາມກວດກາ ຂອງກໍາມາທິການຕ່າງໆ, ບົດລາຍ ງານຄວາມຄືບໜ້າ ຂອງການກະກຽມຮ່າງກົດໝາຍຈໍານວນ 14 ສະບັບ ທີ່ຈະນໍາເຂົ້າພິຈາລະນາຢູ່ກອງປະຊຸມສະໄໝສາມັນ ເທື່ອທີ I ຂອງສະພາແຫ່ງຊາດ ຊຸດທີ VIII, ລາຍງານແຜນການສ້າງ ແລະ ປັບປຸງກົດໝາຍ ປະຈໍາປີ 2017 ຮັບຟັງລາຍງານຜົນການຕິດຕາມກວດກາ ຂົງເຂດເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ລາຍງານກ່ຽວກັບ ການກະກຽມກອງປະຊຸມສາກົນ ແລະ ການແຕ່ງຕັ້ງຄະນະມິດຕະພາບສະມາຊິກລັດຖະສະພາ ລະຫວ່າງ ສະພາແຫ່ງຊາດແຫ່ງ ສປປ ລາວ ກັບລັດຖະສະພາຕ່າງປະເທດ, ພິຈາລະນາບົດລາຍງານ ຂອງປະທານສານປະຊາຊົນສູງສຸດ ກ່ຽວກັບ ພຶດຕິກໍາຂອງລັດຖະກອນຕຸລາການຂອງສານປະຊາຊົນເຂດ 1 ແຂວງໄຊຍະບູລີ, ພິຈາລະນາໜັງສືສະເໜີ ປະທານສານປະຊາຊົນສູງສຸດ ກ່ຽວກັບ ການແຕ່ງຕັ້ງຍົກຍ້າຍປະທານສານປະຊາຊົນທ້ອງຖິ່ນ ແລະ ຫົວໜ້າກົມຈັດຕັ້ງພະນັກງານສານປະຊາຊົນສູງສຸດ, ຮ່າງມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການຄຸ້ມຄອງພະນັກງານຜ່ານປະຕູດຽວ, ພິຈາລະນາຮ່າງມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍລະບຽບການບໍລິການເອກະສານຜ່ານປະຕູດຽວ, ພິຈາລະນາ ມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍລະບຽບການຄຸ້ມຄອງ ການນໍາໃຊ້ທຶນຊ່ວຍເຫລືອຫລ້າ ພ້ອມທັງ ພິຈາລະນາວຽກງານກົງຈັກການຈັດຕັ້ງ ແລະ ບຸກຄະລາກອນພາຍໃນສະພາແຫ່ງຊາດ ແລະ ພິຈາລະນາບົດລາຍງານການສ້າງແຜນງົບປະມານ ປະຈໍາປີ 2017

[post_ad]
ຄະນະປະຈໍາສະພາແຫ່ງຊາດ ພິຈາລະນາບັນຫາສໍາຄັນ ປະຈໍາເດືອນສິງຫາ Reviewed by pk on 7:26:00 PM Rating: 5

Contact Form

Name

Email *

Message *

Powered by Blogger.