ອາຟະການິດສະຖານ ກາຍເປັນສະມາຊິກ WTO
ວັນທີ 29 ກໍລະກົດທີ່ຜ່ານມາ ອາຟະການິດສະຖານ ໄດ້ກາຍເປັນສະມາຊິກອັນດັບທີ 164 ຂອງອົງການການຄ້າໂລກ (WTO) ຢ່າງເຕັມສ່ວນ ຫຼັງຈາກທີ່ໄດ້ສຳເລັດເອກະສານການເຈລະຈາແກ່ຍາວມາເປັນເວລາ 12 ປີ. ອາຟະການິດສະຖານ ໄດ້ຍື່ນຄຳຮ້ອງຂໍເປັນສະມາຊິກ WTO ເມື່ອປີ 2004 ແລະ ຂະບວນການເຈລະຈາເຂົ້າເປັນສະມາຊິກຂອງອົງການນີ້ໄດ້ສິ້ນສຸດລົງເມື່ອເດືອນພະຈິກ ປີ 2015 ບັນດາສະມາຊິກຂອງ WTO ໄດ້ຮັບຮອງການຮັບເອົາອາຟະການິດສະຖານ ຢູ່ໃນກອງປະຊຸມລັດຖະມົນຕີ WTO ຊຶ່ງຈັດຂຶ້ນທີ່ນະຄອນຫຼວງໄນໂຣບີ (ປະເທດເຄນຢາ) ເມື່ອວັນທີ 17 ທັນວາ 2015. ອາຟະການິດສະຖານ ເປັນປະເທດທີ 9 ໃນກຸ່ມບັນດາປະເທດພັດທະນາຊັກຊ້າ ທີ່ເຂົ້າເປັນສະມາຊິກ WTO ນັບແຕ່ອົງການນີ້ ໄດ້ຮັບການສ້າງຕັ້ງເມື່ອປີ 1995 ເປັນຕົ້ນມາ. WTO ໄດ້ຮັບການສ້າງຕັ້ງເມື່ອວັນທີ 1 ມັງກອນ 1995 ໂດຍມີຕົ້ນກຳເນີດ ກໍ່ຄືສັນຍາຮ່ວມກ່ຽວກັບພາສີອາກອນ ແລະ ການຄ້າ (GATT) ເມື່ອປີ 1947 ຊຶ່ງເປັນອົງການຈັດຕັ້ງສາກົນພຽງອົງການດຽວ ທີ່ປະຕິບັດພາລະບົດບາດຕິດຕາມກວດກາການເຄື່ອນໄຫວໃນຂົງເຂດການຄ້າໂລກ ດ້ວຍຈຸດປະສົງຕົ້ນຕໍກໍ່ຄື ຮັບປະກັນການຄ້າເສລີ ແລະ ຍຸຕິທຳຢູ່ໃນເງື່ອນໄຂແກ້ງແຍ່ງ. WTO ຮັບປະກັນການຄຸ້ມຄອງການປະຕິບັດສັນຍາຕ່າງໆຂອງ WTO ເວທີປາໄສການເຈລະຈາກ່ຽວກັບການຄ້າ ແກ້ໄຂກໍລະນີພິພາດກ່ຽວກັບການຄ້າ ຕິດຕາມກວດການະໂຍບາຍການຄ້າຂອງປະເທດຕ່າງໆ ຊ່ວຍເຫຼືອດ້ານເຕັກນິກ ແລະ ເຝິກຊ້ອມໃຫ້ແກ່ບັນດາປະເທດພວມພັດທະນາ ຮ່ວມມືກັບອົງການຈັດຕັ້ງອື່ນໆຂອງສາກົນ.
[post_ad]
ອາຟະການິດສະຖານ ກາຍເປັນສະມາຊິກ WTO
Reviewed by pk
on
8:07:00 PM
Rating:
Reviewed by pk
on
8:07:00 PM
Rating:


