ຂ່າວດ່ວນ

ຂ່າວອື່ນໆ

random

ນະຄອນຫຼວງຕ້ອງເພີ່ມທະວີການຄວບຄຸມລາຄາສີນຄ້າໃນໄລຍະປີໃໝ່ໃຫ້ດີ


ດັ່ງທີ່ຮູ້ນໍາກັນແລ້ວວ່າວັນສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ 2017 ກໍຫຍັບມໍ່ເຂົ້າມາທຸກມື້ ແລ້ວ ແລະ ປັດຈຸບັນຊຶ່ງມີຫລາຍສໍານັກງານອົງການບໍລິສັດຫ້າງຮ້ານ ແລະ ຫຼາຍຄອບຄົວຕ່າງກໍພວມກະກຽມສະຫຼອງວັນຂຶ້ນປີໃໝ່ດັ່ງກ່າວໃຫ້ມີຄວາມເບີກບານມ່ວນຊື່ນ ແລະ ບັນຫາທີ່ຫລາຍຄົນເປັນຫວ່ງໃນຊ່ວງໄລຍະນີ້ກໍແມ່ນລາຄາສີນຄ້າອຸປະໂພກ-ບໍລິໂພກໃນທ້ອງຕະຫລາດຊຶ່ງຜ່ານການຕິດຕາມກວດກາເບິ່ງລາຄາສີນຄ້າປະເພດຊີ້ນປາໝາກໄມ້ ແລະ ພຶດພັກຕ່າງໆຢູ່ຕະຫລາດໃຫຍ່ຫລາຍແຫ່ງໃນະຄອນ
ຫລວງວຽງຈັນ ໃນປັດຈຸບັນເຖິງວ່າລາຄາຈະຍັງຢູ່ໃນເກີນປົກກະຕິແຕ່ຖ້າຫາກພາກສ່ວນກ່ຽວຂ້ອງຖືເບົາຕໍ່ການຕິດຕາມກວດກາ ແລະ ຄວບຄຸມລາຄາແລ້ວກໍຈະເປັນຊ່ອງຫວ່າງໃຫ້ຊາວຄ້າຂາຍສວຍໂອກາດຂຶ້ນລາຄາກໍເປັນໄດ້ດັ່ງທີ່ເຄີຍເປັນມາຊຶ່ງອາດສົ່ງຜົນກະທົບໂດຍກົງຕໍ່ຜູ້ທີ່ມີລາຍຮັບຕໍ່າຢ່າງຫລີກລ້ຽງບໍ່ໄດ້ ແລະ ເພື່ອຮັບປະກັນໃຫ້ຜູ້ບໍລິໂພກໄດ້ຮັບຄວາມເປັນທຳທາງດ້ານລາຄາປະລິມານ ແລະ ຄຸນນະພາບດັ່ງນັ້ນຂະແໜງອຸດສາຫະກຳ ແລະ ການຄ້າຕ້ອງໄດ້ເພີ່ມທະວີຄຸ້ມຄອງລາຄາສິນຄ້າໃຫ້ດີຂຶ້ນໂດຍສະເພາະແມ່ນສິນຄ້າບໍລິໂພກເຊັ່ນ: ຊິ້ນປາ ແລະ ພືດຜັກຕ່າງໆເພື່ອສະກັດກັ້ນການສວຍໂອກາດຂຶ້ນລາຄາ ແລະ ສາມາດຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກໄດ້ພຽງພໍບໍ່ມີຜົນກະທົບຮ້າຍແຮງຕໍ່ການດຳລົງຊີວິດປະຈຳວັນຂອງປະຊາຊົນ ແລະ  ສິ່ງສຳຄັນແມ່ນຄວນແຕ່ງຕັ້ງພະນັກງານໜູນວຽນກັນລົງໄປສົມທົບກັບຫ້ອງການອຸດສາຫະກຳ ແລະ ການຄ້າເມືອງຄະນະຄຸ້ມຄອງ ແລະ ຈັດສັນຕະຫຼາດເພື່ອພ້ອມກັນຈັດຕັ້ງປະຕິບັດລະບຽບການຄຸ້ມຄອງລາຄາສິນຄ້າໃຫ້ມີປະສິດທິຜົນໂດຍສະເພາະແມ່ນການຕິດຕາມລາຄາສິນຄ້າເປັນປະຈຳເພື່ອເຮັດແນວໃດບໍ່ໃຫ້ມີການສວຍໂອກາດດັ່ງທີ່ເຄີຍເປັນມາ.  (ຂ່າວຫນັງສືພິມລາວພັດທະນາ)
ນະຄອນຫຼວງຕ້ອງເພີ່ມທະວີການຄວບຄຸມລາຄາສີນຄ້າໃນໄລຍະປີໃໝ່ໃຫ້ດີ Reviewed by makarow on 8:33:00 PM Rating: 5

Contact Form

Name

Email *

Message *

Powered by Blogger.