ຂ່າວດ່ວນ

ຂ່າວອື່ນໆ

random

ລັດຖະບານ ຈະສູ້ຊົນໃຫ້ປະຊາຊົນ ໄດ້ຊົມໃຊ້ໄຟຟ້າລາຄາຖືກ



 ຕະຫລອດໄລຍະ ຫລາຍປີທີ່ຜ່ານມາ ລັດຖະບານ ໄດ້ສຸມໃສ່ການພັດທະນາ ໂຄງການໄຟຟ້າ ທັງພະລັງງານນ້ຳ ແລະ ພະລັງງານຈາກຖ່ານຫີນເຊິ່ງປັດຈຸບັນ ສຳເລັດແລ້ວກວ່າ 40 ແຫ່ງ ແລະ ມີກຳລັງຕິດຕັ້ງກວ່າ 6.000 ເມກາວັດ, ພ້ອມນັ້ນ ໄດ້ສະໜອງໃຫ້ປະຊາຊົນ ໃນທົ່ວປະເທດ ໄດ້ຊົມໃຊ້ກວ່າ90% ຂອງຄອບຄົວທັງໝົດ. ຢ່າງໃດກໍຕາມ ຍັງເຫັນວ່າປະຊາຊົນລາວ ໄດ້ຊົມໃຊ້ກະແສໄຟຟ້າ ທີ່ມີລາຄາຂ້ອນຂ້າງສູງ ເພາະທຸກໂຄງການ ລ້ວນແຕ່ເປັນການລົງທຶນ ຂອງຕ່າງປະເທດ ແລະ ມີໄລຍະສຳປະທານ ໄລຍະຍາວ, ແຕ່ລັດຖະບານ ກໍໄດ້ມີຄວາມພະຍາຍາມສູ້ຊົນ ໃຫ້ປະຊາຊົນ ໄດ້ຊົມໃຊ້ໄຟຟ້າໃນລາຄາທີ່ຖືກລົງ ໃນອະນາຄົດ.

ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ໃຫ້ຄວາມກະຈ່າງແຈ້ງ ກ່ຽວກັບເລື່ອງນີ້ ຕໍ່ນັກຂ່າວເມື່ອບໍ່ດົນມານີ້ວ່າ: ເນື່ອງຈາກ ພັກ-ລັດຖະບານ ໄດ້ມີນະໂຍບາຍພັດທະ ນາ ຂະແໜງໄຟຟ້າ ເພື່ອປະກອບສ່ວນເຂົ້າໃນ ການພັດທະນາ ເສດຖະກິດ-ສັງຄົມ ໃຫ້ຈະເລີນກ້າວໜ້າ ຈຶ່ງໄດ້ອະນຸຍາດ ໃຫ້ຕ່າງປະເທດ ເຂົ້າມາລົງທຶນກໍ່ສ້າງ ແລະ ສຳປະທານ ເປັນເວລາຫລາຍປີ ພໍສົມຄວນ. ສະນັ້ນ ຫາກເມື່ອໂຄງການໄຟຟ້າແຫ່ງຕ່າງໆ ສິ້ນສຸດໄລຍະ ການສຳປະທານ ແລະ ຢູ່ໃນການຄຸ້ມຄອງບໍລິການໂດຍກົງ ຂອງລັດຖະບານ, ລວມທັງການກຳເນີດເກີດຂຶ້ນ ຂອງພາກອຸດສາຫະກຳ ທີ່ນຳໃຊ້ໄຟຟ້າ ແບບຖາວອນ ແລະ ໝັ້ນຄົງ ຈຳນວນຫລາຍ ໃນທົ່ວປະເທດ, ເວລານັ້ນ ການຊົມໃຊ້ໄຟຟ້າຂອງປະຊາຊົນ ກໍຈະມີລາຄາທີ່ຖືກລົງ.
ຂປລ:
ລັດຖະບານ ຈະສູ້ຊົນໃຫ້ປະຊາຊົນ ໄດ້ຊົມໃຊ້ໄຟຟ້າລາຄາຖືກ Reviewed by makarow on 1:07:00 AM Rating: 5

Contact Form

Name

Email *

Message *

Powered by Blogger.