ລັດຖະບານເຫັນວ່າຂະແໜງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຕ້ອງໄດ້ສຸມໃສ່ແກ້ໄຂບັນຫາ ແລະຈຸດຄົງຄ້າງຈຳນວນໜື່ງ
ລັດຖະບານເຫັນວ່າຂະແໜງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຕ້ອງໄດ້ສຸມໃສ່ແກ້ໄຂບັນຫາ ແລະຈຸດຄົງຄ້າງຈຳນວນໜື່ງ ເພື່ອນຳເອົາປະເທດຊາດຫລຸດພົ້ນຈາກຄວາມດ້ອຍພັດທະນາ, ສາມາດແກ້ໄຂຄວາມທຸກຍາກຂອງປະຊາຊົນໃນປີ 2020 ແລະ ສູ້ຊົນເຮັດໃຫ້ປະເທດເຮົາມີລາຍຮັບປານກາງໃນປີ 2025. ໂອກາດໂອ້ລົມຕໍ່ກອງປະຊຸມກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດປະຈຳປີ 2016 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ມີຄຳເຫັນວ່າ: ເຖິງວ່າໄລຍະຜ່ານມາພາກ ສ່ວນກະສິກຳ ແລະປ່າໄມ້ຈະສາມາດຍາດໄດ້ຜົນສຳເລັດຫລາຍດ້ານ, ອັດຕາສ່ວນລວມຍອດມູນຄ່າຜະລິດຕະພັນທົ່ວຂະແໜງການເພີ່ມຂື້ນຫລາຍກວ່າ 3 ສ່ວນຮ້ອຍ ເຮັດໃຫ້ ລວມຍອດມູນຄ່າຜະລິດຕະພັນພາຍໃນແຫ່ງຊາດບັນລຸ 23 ສ່ວນຮ້ອຍ, ການຜະລິດເຂົ້າບັນລຸຫລາຍກວ່າ 4 ລ້ານໂຕນ, ການຜະລິດພືດອື່ນໆ, ການລ້ຽງສັດກໍ່ເພີ່ມຂື້ນມີບາງດ້ານລື່ນແຜນການ ແຕ່ໂດຍລວມການຜະລິດກະສິກຳໃນປະເທດເຮົາ ຍັງເປັນກະສິກຳຂະໜາດນ້ອຍ, ກະແຈກກະຈາຍຂື້ນກັບທຳມະຊາດເປັນສ່ວນໃຫ່ຍ, ການຜະລິດຍັງມີສະມັດຕະພາບຕ່ຳ, ມູນຄ່າເພີ່ມບໍ່ສູງ, ເຂດຜະລິດສະເພາະເພື່ອສະໜອງວັດຖຸດິບໃຫ້ແກ່ອຸດສະຫະກຳປຸງແຕ່ງເກີດຂື້ນຍັງບໍ່ຫລາຍ, ສ່ວນການຜະລິດເພື່ອຄ້ຳປະກັນຄວາມໜັ້ນຄົງດ້ານສະບຽງອາ ຫານຍັງບໍ່ໜັກແໜ້ນ. ສະນັ້ນຈີ່ງເລັ່ງທວງໃຫ້ພາກສ່ວນກະສິກໍາ ແລະປ່າໄມ້ຕ້ອງຕ້ອງສຸມໃສ່ແກ້ໄຂໃຫ້ມີປະສິດທິຜົນ
ທ່ານ ທອງລຸນ ສີສຸລິດ ຍົກໃຫ້ເຫັນຕື່ມວ່າ: ວຽກງານກະສິກຳ, ປ່າໄມ້ ແລະພັດທະນາຊົນນະບົດເປັນວຽກແຖວໜ້າຕ້ອງຫັນໃຫ້ເປັນທ່າແຮງທີ່ໄດ້ປຽບຂອງປະເທດ ໃນການຜະ ລິດສະບຽງອາຫານ ແລະ ມີສິນຄ້າກະສິກຳສະອາດປອດສານພິດ, ກຳນົດເຂດການຜະລິດສະເພາະ ໂດຍເນັ້ນໃສ່ສິນຄ້າປາຍແຫລມ, ຈັດຕັ້ງກຸ່ມການຜະລິດ ແລະ ສະເໜີໃຫ້ທ້ອງຖີ່ນເອົາໃຈໃສ່ຫັນເປັນເຂດການຜະລິດຢ່າງລະອຽດຕາມທ່າແຮງຕົວຈິງ ແນໃສ່ສ້າງໃຫ້ການຜະລິດຂະໜາດນ້ອຍ, ກາງ ແລະ ໃຫ່ຍ ຫັນໄປສູ່ອຸດສະຫະກຳທັນສະໄໜເທື່ອລະກ້າວ.
ລັດຖະບານເຫັນວ່າຂະແໜງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຕ້ອງໄດ້ສຸມໃສ່ແກ້ໄຂບັນຫາ ແລະຈຸດຄົງຄ້າງຈຳນວນໜື່ງ
Reviewed by makarow
on
1:39:00 AM
Rating:
Reviewed by makarow
on
1:39:00 AM
Rating:


