ກອງປະຊຸມວຽກງານກະສິກຳ, ປ່າໄມ້ແລະພັດທະນາຊົນນະບົດ ປະຈຳປີ 2016
ກອງປະຊຸມວຽກງານກະສິກຳ, ປ່າໄມ້ແລະພັດທະນາຊົນນະບົດ ປະຈຳປີ 2016 ຈັດຂື້ນໃນວັນທີ 27/12/2016, ທີ່ສູນຝຶກອົບຮົມການຮ່ວມມືສາກົນ ແລະການຝຶກອົບຮົມ ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ທ່ານ ລຽນ ທິແກ້ວ, ລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້ ພ້ອມດ້ວຍຮອງລັດຖະມົນຕີ ແລະບັນ ດາຮອງເຈົ້າແຂວງໃນຂອບເຂດທົ່ວປະເທດ. ໂອກາດກ່າວໄຂກອງປະຊຸມຢ່າງເປັນທາງການທ່ານ ລຽນ ທິແກ້ວ, ລັດຖະມົນຕີກະຊວງ ກະສິກຳ ແລະ ປ່າໄມ້ ໄດ້ແຈ້ງໃຫ້ຮູ້ກ່ຽວກັບສະພົ້ນເດັ່ນການຈັດຕັ້ງປະຕິບັດວຽກງານກະສິກຳ,ປ່າໄມ້ ແລະ ພັດທະນາຊົນນະບົດໃນໜຶ່ງປີຜ່ານມາ ເປັນຕົ້ນດ້ານການຜະລິດ ສະບຽງອາຫານໃນທົ່ວປະເທດສາມາດສູ້ຊົນຜະລິດເຂົ້າເປືອກໄດ້ 4,2 ລ້ານໂຕນ ເທົ່າກັບຮ້ອຍສ່ວນຮ້ອຍຂອງແຜນການທີ່ວາງໄວ້, ພືດສະບຽງອາຫານ ໄດ້ເລັ່ງໃສ່ພືດທີ່ຊົມໃຊ້ເປັນສະບຽງອາຫານຫຼັກ ພົ້ນເດັ່ນແມ່ນພືດຜັກປະເພດຕ່າງໆປະຕິບັດໄດ້ 1.700.400 ໂຕນ ບັນລຸໄດ້ 100%, ສາລີຫວານປະຕິບັດໄດ້ 27.950 ໂຕນ, ເຜືອກມັນຕ່າງໆ 330.900 ໂຕນ ແລະ ໝາກໄມ້ຕ່າງໆ ປະຕິບັດໄດ້ 1.333.830 ໂຕນ ທຽບໃສ່ແຜນການປະຕິບັດໄດ້ລື່ນແຜນ ແລະ ມີສ່ວນແຮໄວ້. ສຳລັບຊີ້ນ, ໄຂ່ ແລະປາ ປະຕິບັດໄດ້ໃນລະດັບ 65 ກິໂລ/ຄົນ/ປີຕາມແຜນການ. ດ້ານການຜະລິດເປັນສິນຄ້າເນັ້ນໃສ່ສົ່ງເສີມຜະລິດຕະພັນ ແລະສິນຄ້າທີ່ໄດ້ປຽບ ແລະທີ່ເປັນຄວາມຕ້ອງການຂອງປະເທດອ້ອມຂ້າງ ລວມເຖິງວຽກງານດ້ານຕ່າງໆ, ສະນັ້ນເພື່ອເປັນການຜັນຂະຫຍາຍຈັດຕັ້ງປະຕິບັດມະຕິຂອງປະຊຸມສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາການລັດແກ້ຕົວເລກມະຫາພາກແຜນໄລຍະ 4 ປີ ນັບແຕ່ 2017 ຫາ 2020 ຂອງແຜນພັດທະນາເສດຖະກິດແຫ່ງຊາດ ສະໄໝສາມັນເທື່ອ 2 ຊຸດທີ VIII ແລະ ຜັນຂະຫຍາຍຈັດຕັ້ງປະຕິບັດດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດແຫ່ງຊາດ ປະຈຳປີ 2017 ໃຫ້ເປັນຮູບປະທຳ ກອງປະຊຸມຄັ້ງນີ້ຈີ່ງເປັນເວທີສຳຄັນເພື່ອປຶກສາຫາລືບັນດາສີ່ງທ້າທາຍຕ່າງໆ ແນໃສ່ເຮັດໃຫ້ບັນດາຄາດໜາຍສູ້ຊົນເຫລົ່ານັ້ນມີປະສິດທິຜົນສູງ.
ໃນກອງປະຊຸມຄັ້ງນີ້ຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດ ຖະມົນຕີ ເພື່ອເປັນທິດຊີ້ນຳໃຫ້ການເຄື່ອນໄຫວບັດຈັດຕັ້ງປະຕິວຽກງານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດໄດ້ຮັບການຜັນຂະຫຍາຍໃຫ້ເຂົ້າສູ່ລວງເລິກ ໂດຍສະເພາະການເຕົ້າໂຮມກຳລັງແຮງສັງລວມທັງຊາດ, ຂະແໜງການກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດລຶບລ້າງຄວາມທຸກຍາກທົ່ວປະເທດຜັນຂະຫຍາຍເປັນແຜນການ ແລະ ມາດຕະການຈັດຕັ້ງປະຕິບັດແທດກັບຕົວຈິງ, ຕິດຕາມກວດກາຊຸກຍູ້ປະຕິບັດໃຫ້ມີໜາກຜົນຕົວຈິງ.
ກອງປະຊຸມວຽກງານກະສິກຳ, ປ່າໄມ້ແລະພັດທະນາຊົນນະບົດ ປະຈຳປີ 2016
Reviewed by makarow
on
1:44:00 AM
Rating:
Reviewed by makarow
on
1:44:00 AM
Rating:




