ຂ່າວດ່ວນ

ຂ່າວອື່ນໆ

random

ຫາລືວຽກງານຜະລິດຢ່າງພາລາໃນທົ່ວປະເທດ

 

ວັນທີ 26 ທັນວານີ້ກະຊວງກະສິກຳ ແລະ ປ່າໄມ້ໄດ້ຈັດກອງປະຊຸມສຳມະນາບັນຫາ ແລະ ກາລະໂອກາດຢາງພາລາລາວຂຶ້ທີ່ນະ ຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ລຽນ ທິແກ້ວລັດຖະມົນຕີກະຊວງດັ່ງກ່າວ ແລະ ມີຮອງປະທານກຳມາທິການເສດຖະກິດເຕັກໂນໂລຊີ ແລະ ສີ່ງແວດລ້ອມຂອງສະພາແຫ່ງຊາດຮອງເຈົ້າແຂວງ ແລະ ບໍລິສັດຢ່າງພາລາເຂົ້າຮ່ວມນຳດ້ວຍ.

          ທ່ານລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ກ່າວວ່າ: ເພື່ອປຶກສາຫາລືບັນຫາທີ່ຜູ້ປະກອບການ ແລະ ຊາວສວນຢາງພາລາພວມປະເຊີນຢູ່ໃນປັດຈຸບັນ ເປັນຕົ້ນລາຄາຢາງພາລາຕົກຕ່ຳກີດຢາງແລ້ວ
ຂາຍບໍ່ອອກຕະຫລາດຮອງຮັບບໍ່ໜັ້ນທ່ຽງທ່າອ່ຽງການຫັນປ່ຽນເນື້ອທີ່ດິນສວນໄປປູກພືດຊະນິດອື່ນເຊັ່ນ: ປູກກ້ວຍ,ໜາກນອດ ແລະ ອື່ນໆ ເພື່ອແກ້ໄຂສະພາບການຕ່າງໆໃນສະເພາະໜ້າ ແລະ ຍາວນານແນໃສ່ສ້າງຄວາມໜັ້ນໃຈໃຫ້ແກ່ຊາວສວນຢາງມີຄວາມອຸ່ນອ່ຽນທຸ່ນທ່ຽງ ແລະ ສືບຕໍ່ປູກຢາງພາລາຕໍ່ໄປເພື່ອເຮັດໃຫ້ປະຊາຊົນມີລາຍຮັບທີ່ໜັ້ນທ່ຽງຢຸດຕິການຖາງປ່າເຮັດໄຮ່ທັງເປັນການປະກອບສ່ວນສຳຄັນເຮັດໃຫ້ເນື້ອທີ່ປົກຫຸ້ມຂອງປ່າເພີ່ມຂຶ້ນເຖິງຢ່າງໃດກໍຕາມສະພາບການປູກຢາງພາລາໃນເມື່ອກ່ອນແມ່ນປູກແບບກະແຈກກະຈາຍແຕ່ພາຍຫລັງມີກົດໜາຍສົ່ງເສີມການລົງທືນນັບແຕ່ປີ 2004 ເປັນຕົ້ນມານັກລົງທຶນ ແລະ ຜູ້ປະກອບການທັງພາຍໃນ ແລະ ຕ່າງປະ ເທດໄດ້ເຂົ້າມາລົງທຶນໃສ່ການປູກຢາງພາລາຫລາຍຮູບແບບເປັນຕົ້ນຮູບແບບບໍລິສັດຮ່ວມມືຕາມສັນຍານັບແຕ່ຂອດການປູກຈົນເຖິງຂັ້ນຕອນການປຸງແຕ່ງເບື້ອງຕົ້ນມາຮອດປະຈຸບັນທົ່ວປະເທດມີໂຮງງານປຸງແຕ່ງຢາງພາລາທີ່ຂຶ້ນທະບຽນທັງໜົດ 24 ແຫ່ງເນື້ອທີ່ປູກຢາງຫລາຍກວ່າ 280.000 ເຮັກຕາຕາມຂໍ້ມູນໃນປີ 2014 ໃນນີ້ພາກເໜືອກວມຫລາຍກວ່າ 110.000 ເຮັກຕາພາກກາງ 38.000 ເຮັກຕາ ແລະ ພາກໃຕ້ 48.000 ເຮັກຕາ ແລະ ຖາຫາກໄດ້ປາດຢາງໝົດທຸກຕົ້ນໃນເນື້ອທີ່ດັ່ງກ່າວຄາດວ່າແຕ່ລະປີຈະໄດ້ຮັບຜົນຜະລິດຫຼາຍກວ່າ 3 ແສນໂຕນແຕ່ຍ້ອນບັນຫາຕະຫຼາດ ແລະ ລາຄາຂອງຢ່າງພາ ລາຊຶ່ງບໍ່ພຽງແຕ່ຢູ່ລາວເຮົາທເທົ່ານັ້ນແຕ່ຍັງເປັນບັນຫາໃນພາກພື້ນ ແລະ ໃນໂລກອີກດ້ວຍ,ເພາະສະ ນັ້ນໃນກອງປະຊຸມຄັ້ງນີ້ຈຶ່ງໄດ້ເຊື້ອຊວນເອົານັກຄົ້ນຄວ້າຜູ້ຊ່ຽວຊານຜູ້ວາງນະໂຍບາຍ ແລະ ນັກທຸລະກິດຜູ້ທີ່ມີບົດຮຽນ ແລະ ປະສົບການຈາກ ສປຈີນ ,ໂດຍສະເພາະແມ່ນບໍລິສັດຢາງພາລາຢູນນານລາວມາຮ່ວມປຶກສາຫາລືແລກປ່ຽນຄວາມຄິດເຫັນ ແລະ ປະສົບການນຳກັນເພື່ອສາມາດແກ້ໄຂບັນຫາກ່ຽວກັບຢ່າງພາລາໃນປັດຈຸບັນ ແລະ ອະນາຄົດ, ພ້ອມນັ້ນຍັງຈະໄດ້ຮັບຟັງກ່ຽວກັບສະພາບການຜະລິດຢາງພາລາຢູ່ລາວສະພາບການກະກຽມສ້າງຕັ້ງ ແລະເຄື່ອນໄຫວຂອງສະມາຄົມຢາງ ພາລາຂອງລາວສະພາບຕະຫລາດຢາງພາລາພາກພື້ນ ແລະ ສາກົນການນຳໃຊ້ຢາງພາລາທຳມະຊາດ ແລະ ຢາງທຽມ ເຂົ້າໃນການຜະລິດເປັນຜະລິິດຕະພັນ ແລະ ການນຳໃຊ້ວັດຖຸດິບທີ່ສາມາດທົດແທນກັນໄດ້ ລວມເຖິງບົດຮຽນການດຳເນີນທຸລະກິດຢາງພາລາຂອງບໍລິສັດດັ່ງກ່າວຕະຫລອດ 60 ປີຜ່ານມາເພື່ອແນໃສ່ສົ່ງເສີມຜູ້ຜະລິດຢ່າງພາລາຢູ່ປະເທດເຮົາມີທາງອອກດີຂຶ້ນ. (ຫນຫງສືພິມລາວພັດທະນາ)
ຫາລືວຽກງານຜະລິດຢ່າງພາລາໃນທົ່ວປະເທດ Reviewed by makarow on 1:46:00 AM Rating: 5

Contact Form

Name

Email *

Message *

Powered by Blogger.