ຂ່າວດ່ວນ

ຂ່າວອື່ນໆ

random

ຣັດ​ເຊຍ ລົງ​ນາມ​ສັນຍາ​ກ່ຽວ​ກັບ​ການຂຸດ​ຄົ້ນ​ນ້ຳມັນ-ແກ​​ັສ ຢູ່​ໃນ​ກູ​ບາ

ຂ່າວສານ AFP ລາຍ​ງານວ່າ ກຸ່ມ​ບໍລິສັດ​ນ້ຳມັນ-ແກ​​ັສແຫ່ງ​ຊາດ Rosneft ຂອງ​ຣັດເຊຍ ແຈ້ງ​ໃຫ້​ຮູ້​ວ່າ ໄດ້​ລົງ​ນາມໃນສັນຍາ​ສະບັບ​ໜຶ່ງກັບ​ກຸ່ມ​ບໍລິ​ສັດ​ນ້ຳມັນ-ແກ​​ັສແຫ່ງ​ລັດ Cupet ຂອງ​ກູ​ບາ ເພື່ອ​ແກ້​ໄຂການ​ຂຸດ​ຄົ້ນ​ນ້ຳມັນ-ແກ​​ັສ ຢູ່​ໃນບໍ່​ນ້ຳມັນ Varadero ໃນ​ແຂວງ ມາ​ຕານ​ຊາ​​ສ (ພາກ​ເໜືອ​ກູ​ບາ).
Rosneft ແລະ Cupet ຈະຮ່ວມ​ກັນ​ຄົ້ນ​ຄ້ວ​​າ​ການ​ພັດທະນາ ແລະ ເງື່ອນໄຂ​ການ​ຂຸດ​ຄົ້ນ ໃນຫຼຸມ​ນ້ຳມັນ​ໜຶ່ງທີ່​ຂຶ້ນ​ກັບ​ບໍ່ນ້ຳມັນ Varadero ເພື່ອ​ກຳນົດ​ຮູບ​ການເພື່ອ​ຍົກ​ສູງ​ປະ​ສິດທິ​ຜົນ​ໃນ​ການຜະລິດ.
ສັນຍາ​ດັ່ງກ່າວ ເປັນ​ສ່ວນໜຶ່ງ​ໃນ​ຂໍ້​ຕົກລົງທີ່​ໄດ້​ຮັບ​ການລົງ​ນາມ​ໃນ​ໂອກາດ​ການ​ຢ້ຽມຢາມ​ກູ​ບ ຂອງ​ປະທານາທິບໍດີ ຣັດເຊຍ ວາ​ລາ​ດີ​ເມຍ ປູ​ຕິນ ເມື່ອ​ເດືອນ​ກໍລະກົດ ປີ 2014 ຊຶ່ງພົວພັນ​ເຖິງ​ການ​ພັດທະນາ​ບໍ່​ນ້ຳມັນ​ຈຳນວນ​ໜຶ່ງທີ່​ໄດ້​ຮັບການຂຸດ​ຄົ້ນ​ຢູ່​ໃນ​ກູ​ບາ.
Rosneft ໃຫ້​ຮູ້​ວ່າ ປະລິ​ມາ​ນ້ຳມັນ​ສະ​ສົມທີ່​ໄດ້​ຮັບ​ການ​ຢັ້ງຢືນຂອງ​ກູ​ບາ ຄາດ​ວ່າ​ມີ​ປະມານ 125 ລ້ານ​ບາ​ເຣນ ປະລິມານ​ສະສົມ​ທີ່​ບົ່ມ​ຊ້ອນ​ຢູ່​ເຂດ​ນອກ​ຝັ່ງ​ທະເລ ຢູ່​ທີ່​ປະມານ 20.000 ຕື້ບາເຣນ.
ຣັດ​ເຊຍ ລົງ​ນາມ​ສັນຍາ​ກ່ຽວ​ກັບ​ການຂຸດ​ຄົ້ນ​ນ້ຳມັນ-ແກ​​ັສ ຢູ່​ໃນ​ກູ​ບາ Reviewed by makarow on 6:49:00 PM Rating: 5

Contact Form

Name

Email *

Message *

Powered by Blogger.