ຂ່າວດ່ວນ

ຂ່າວອື່ນໆ

random

ລາວ-ມົງໂກລີ ຮ່ວມກັນສ້າງເງື່ອນໄຂອຳນວຍຄວາມສະດວກ



ລາວ-ມົງໂກລີ ຮ່ວມກັນສ້າງເງື່ອນໄຂອຳນວຍຄວາມສະດວກ ວັນ​ທີ 26 ທັນວາ 2016 ທີ່ກະຊວງ​ການ​ຕ່າງປະເທດ ໄດ້​ມີພິທີ​ເຊັນ​ສັນຍາ​ວ່າ​ດ້ວຍ​ການ​ນຳໃຊ້​ທີ່​ດິນ ແລະ ອາຄານ ເປັນ​ສຳນັກ​ງານ​ການ​ທູດ​ຂອງ​ສອງ​ຝ່າຍ ລະຫວ່າງລັດຖະບານ​ແຫ່ງ ​ສປປ ລາວ ແລະ ລັດຖະບານ​ແຫ່ງ ມົງ​ໂກ​ລີ ຊຶ່ງ​ຕາງໜ້າ​ລັດຖະບານລາວ​ລົງ​ນາມ​ແມ່ນ​ທ່ານ ແສງເພັດ ຮຸ່ງ​ບຸນ​ຍວງ ຮອງ​ລັດ​ຖະ​ມົນຕີ​ກະຊວງ​ການ​ຕ່າງປະເທດ ແລະ ຕາງໜ້າ​ຈາກ​ລັດຖະບານມົງ​ໂກລີ ແມ່ນທ່ານ ລໍ​ດອຍ​ດຳ ບາການ​ຣັກ ເອກ​ອັກ​ຄະ​ລັດ​ຖະ​ທູດວິສາມັນ​ຜູ້​ມີ​ອຳນາດ​ເຕັມແຫ່ງ ມົງ​ໂກ​ລີ ປະຈຳ ​ສປປ ລາວ ໂດຍມີ​ພະນັກງານ​ທັງ​ສອງ​ຝ່າຍ​ທີ່​ກ່ຽວຂ້ອງ ​ເຂົ້າ​ຮ່ວມ​ເປັນ​ພະຍານ.
ການ​ຮ່ວມ​ລົງ​ນາມ​ສັນຍາຄັ້ງ​ນີ້​ ແມ່ນ​ເພື່ອ​ສ້າງ​ເງື່ອນໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ສຳນັກ​ງານ​ການ​ທູດ​ໃນ​ດິນແດນຂອງ​ກັນ ແລະ ກັນ ໃນ​ການ​ປະຕິບັດ​ໜ້າທີ່​ວຽກ​ງານ​ຂອງ​ພະນັກງານ​ທີ່​ປະຈຳ​ຢູ່​ສະຖານທູດ ໃຫ້​ມີປະສິດທິພາບ​ໃນ​ການ​ເຮັດ​ວຽກງານ ທັງ​ນີ້ ເພື່ອ​ເປັນ​ການ​ເພີ່ມທະວີ ແລະ ເສີມ​ຂະຫຍາຍ​ສາຍພົວພັນ​ມິດຕະພາບ ແລະ ການຮ່ວມ​ມືລະຫວ່າງສອງ​ປະເທດ ລາວ-ມົງ​ໂກ​ລີ ໃຫ້​ແໜ້ນ​ແຟ້ນຍິ່ງ​ຂຶ້ນ ບົນ​ພື້ນຖານ​ຜົນ​ປະໂຫຍດຮ່ວມ​ກັນ ແລະ ປາຖະໜາ​ທີ່​ຈະສະໜອງ​ເງື່ອນໄຂ​ອັນ​ເອື້ອ​ອຳນວຍ​ຄວາມ​ສະດວກ ໃຫ້​ແກ່​ສຳນັກ​ງານ​ການ​ທູດ​ຂອງ​ຕົນ​ໃນ​ດິນແດນ​ຂອງ​ກັນ ແລະ ກັນ ແລະ ທັງ​ເປັນ​ການ​ຮັດ​ແໜ້ນ​ສາຍ​ພົວພັນ​ການ​ທູດ​ລະຫວ່າງ ​ສປປ ລາວ ແລະ ມົງ​ໂກ​ລີ ໃຫ້​ແໜ້ນແຟ້ນ​ຍິ່ງໆ​ຂຶ້ນ​ກວ່າ​ເກົ່າ.
ລາວ-ມົງໂກລີ ຮ່ວມກັນສ້າງເງື່ອນໄຂອຳນວຍຄວາມສະດວກ Reviewed by makarow on 6:50:00 PM Rating: 5

Contact Form

Name

Email *

Message *

Powered by Blogger.