ມອບ-ຮັບຫໍສະຫມຸດແຫ່ງຊາດຫລັງໃຫ່ມ
ພິທີມອບ-ຮັບຫໍສະໝຸດແຫ່ງຊາດຫຼັງໃໝ່ ລະຫວ່າງກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແລະ ບໍລິສັດ ຈິດຈະເລີນກໍ່ສ້າງ ຈຳກັດ ໄດ້ຈັດຂຶ້ນໃນວັນທີ 29 ທັນວາ 2016 ນີ້ ໂດຍມີທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແລະ ທ່ານ ສົງຫວັງ ວົງວິໄລ ຜູ້ອຳນວຍການບໍລິສັດ ຈິດຈະເລີນກໍ່ສ້າງ ຈຳກັດ ມີບັນດາຮອງລັດຖະມົນຕີ ກະຊວງ ຖວທ ຜູ້ອຳນວຍການຫໍສະໝຸດແຫ່ງຊາດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ຜູ້ອຳນວຍການບໍລິສັດ ຈິດຈະເລີນກໍ່ສ້າງ ຈຳກັດ ໄດ້ກ່າວວ່າ: ໂຄງການກໍ່ສ້າງຫໍສະໝຸດແຫ່ງຊາດຫຼັງໃໝ່ ໄດ້ເລີ່ມລົງມືກໍ່ສ້າງໃນປີ 2013 ແລະ ໄດ້ສຳເລັດໃນປີ 2016 ເຊິ່ງຫໍສະໝຸດຫຼັງໃໝ່ນີ້ ເປັນການແລກປ່ຽນກັບຫໍສະໝຸດແຫ່ງຊາດຫຼັງເກົ່າ ພ້ອມດ້ວຍເນື້ອທີ່ດິນມີມູນຄ່າຕາມສັນຍາໃນເບື້ອງຕົ້ນ 5 ລ້ານໂດລາສະຫະລັດ ອາຄານຫຼັງໃໝ່ມີຂະໜາດລວງຍາວ 83,1x41,6 ແມັດ ເປັນອາຄານ 4 ຊັ້ນ ແລະ ສູງ 28,9 ແມັດ ອາຄານເບຕົງເສີມເຫຼັກ ແລະ ມີຄວາມປານີດສວຍງາມຕາມການອອກແບບ.
ອາຄານປະກອບມີ: ຂັ້ນໄດຍ່າງ ແລະ ລະບົບລິບ ເຄື່ອງປັບອາກາດ ໄຟຟ້າ ແລະ ນ້ຳປະປາ ພາຍໃນອາຄານ ຫ້ອງປະຊຸມ ຫ້ອງເຮັດວຽກ ຫ້ອງໄວ້ເອກະສານ ຫ້ອງຄົ້ນຄວ້າ ຫ້ອງອ່ານໜັງສື ລະບົບອິນເຕີເນັດ ລະບົບກ້ອງວົງຈອນປິດ ແລະ ລະບົບປ້ອງກັນອັກຄີໄພ ແລະ ອື່ນໆ ນອກອາຄານປະກອບມີ ການຈັດວາງລະບົບໄຟເຍືອງແສງສະຫວ່າງນອກອາຄານ ກໍ່ສ້າງປະຕູໂຂງ ກໍ່ສ້າງຮົ້ວກຳແພງອ້ອມຮອບໂຄງການ ຕິດຕັ້ງໝໍ້ແປງໄຟຟ້າ ແລະ ລະບົບຕາຂ່າຍໄຟຟ້າ ແລະ ອື່ນໆ.
ໃນໂອກາດນີ້ ທ່ານ ບໍ່ແສງຄຳ ວົງດາລາ ໄດ້ກ່າວຮັບໂຄງການດັ່ງກ່າວວ່າ: ຫໍສະໝຸດແຫ່ງຊາດຫຼັງໃໝ່ ເປັນຜົນງານອັນໂດດເດັ່ນ ເພື່ອປະດັບເອ້ດິນແດນ ສປປ ລາວ ຈະເປັນສາງຄັງຄວາມຮູ້ ເພື່ອໃຫ້ນັກຮຽນ ນັກສຶກສາ ກໍ່ຄືລູກຫຼານປະຊາຊົນລາວບັນດາເຜົ່າ ໄດ້ຄົ້ນຄວ້າ ແລະ ສຶກສາຮ່ຳຮຽນເອົາຄວາມຮູ້ດ້ານຕ່າງໆ ມາຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນຊັບພະຍາກອນມະນຸດ ທີ່ເຕັມໄປດ້ວຍຄວາມຮູ້ຄວາມສາມາດ.
ມອບ-ຮັບຫໍສະຫມຸດແຫ່ງຊາດຫລັງໃຫ່ມ
Reviewed by makarow
on
2:19:00 AM
Rating:
Reviewed by makarow
on
2:19:00 AM
Rating:


