ຄະນະກໍາມາທິການແຫ່ງຊາດ ເພື່ອການພັດທະນາຊັບພະຍາກອນມະນຸດ ໄຂກອງປະຊຸມຄົບຄະນະ ຄັ້ງທີ V
ກອງປະຊຸມຄົບຄະນະ ຄັ້ງທີ V
ຂອງຄະນະກໍາມາທິການແຫ່ງຊາດ ເພື່ອພັດທະນາຊັບພະຍາກອນມະນຸດ ກະຊວງສຶກສາທິການ
ແລະກີລາ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 27 ທັນວາ 2016 ທີ່ໂຮງແຮມລ້ານຊ້າງ
ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານນາງ ແສງເດືອນ ຫຼ້າຈັນທະບູນ
ລັດຖະມົນຕີກະຊວງສຶກສາທິການ ແລະກີລາ ມີຄະນະກໍາມາທິການແຫ່ງຊາດ ເພື່ອພັດທະນາຊັບພະຍາກອນມະນຸດ ຄະນະປະສານງານບັນດາກະຊວງ ອົງການທຽບເທົ່າ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານລັດຖະມົນຕີກະຊວງສຶກສາທິການ
ແລະກີລາ ໄດ້ກ່າວຢູ່ທີ່ປະຊຸມວ່າ
ກອງປະຊຸມໃນຄັ້ງນີ້ມີຄວາມສໍາຄັນຍິ່ງສໍາລັບຂະແໜງການສຶກສາ
ເພື່ອຄົ້ນຄວ້າກ່ຽວກັບວິທີປະຕິບັດ ວິທີການຜັນຂະຫຽາຍ ແລະ
ປະຕິບັດຍຸດທະສາດການພັດທະນາຊັບພະຍາກອນມະນຸດແຫ່ງຊາດ ແຕ່ນີ້ຮອດປີ 2025
ເຊິ່ງແມ່ນນະໂຍບາຍຂອງພັກ ແລະ ລັດຖະບານໃນໄລຍະ 10 ປີ ແຕ່ການຈັດຕັ້ງຜັນຂະຫຽາຍ
ແລະ ປະຕິບັດຍຸດທະສາດັ່ງກ່າວຍັງບໍ່ເປັນຮູບປະທໍາ ແລະ
ບໍ່ທັນເປັນເອກະພາບລະຫວ່າງຂະແໜງການຕ່າງໆນັບແຕ່ສູນກາງລົງຮອດທ້ອງຖິ່ນ
ໂດຍສະເພາະແມ່ນການປະຕິບັດແຜນງານການພັດທະນາຊັບພະຍາກອນມະນຸດ 5 ປີ (2016-2020)
ແລະ ແຜນແຕ່ລະປີໃຫ້ເປັນລະອຽດ ແລະ ສາມາດປະຕິບັດໄດ້
ເຊິ່ງແຜນງານດັ່ງກ່າວນີ້ຕ້ອງອີງໃສ່ສະພາບບັນຫາ ແລະ ນິຕິກໍາທີ່ມີແລ້ວ
ໂດຍກວມເອົາທຸກຂະແໜງການທີ່ສໍາຄັນ
ຕ້ອງກໍານົດແຈ້ງກ່ຽວກັບບຸກຄະລາກອນຢູ່ແຕ່ລະຂະແໜງການ
ທັງນີ້ເພື່ອເຮັດໃຫ້ຮັບປະກັນແກ່ການປະຕິບັດຍຸດທະສາດດັ່ງກ່າວໃຫ້ມີປະສິດທິຜົນ
ເພື່ອຜົນປະໂຫຽດຂອງຊາດ.
ຜ່ານການຄົ້ນຄວ້າ ພິຈາລະນາ
ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ແລະ ສ້າງສັນ
ບັນດາຄະນະຜູ້ແທນກອງປະຊຸມກໍມີຄວ່າມເປັນເອກະພາບກັນຮັບຮອງເອົາຮ່າງຍຸດທະສາດການພັດທະນາຊັບພະຍາກອນມະນຸດແຫ່ງຊາດ
ຮອດປີ 2025 ສະບັບປັບປຸງ
ພ້ອມທັງຮ່າງແຜນປະຕິບັດງານການພັດທະນາຊັບພະຍາກອນມະນຸດປີ 2016-2020 ແລະ
ຂອບການຕິດຕາມ ແລະ ປະເມີນຜົນ
ພ້ອມທັງນໍາເອົາດໍາລັດຂອງນາຍົກລັດຖະມົນຕີວ່າດ້ວຍການຈັດຕັ້ງປະຕິບັດ ແລະ
ການເຄື່ອນໄຫວຂອງຄະນະກໍາມາທິການແຫ່ງຊາດ ເພື່ອພັດທະນາຊັບພະຍາກອນມະນຸດ
ຂໍ້ຕົກລົງວ່າດ້ວຍການແບ່ງໜ້າທີ່ຄວາມຮັບຜິດຊອບຂອງຄະນະກໍາມາທິການແຫ່ງຊາດ
ເພື່ອພັດທະນາຊັບພະຍາກອນມະນຸດໃນແຕ່ລະຂັ້ນໄປຈັດຕັ້ງຜັນຂະຫຽາຍເຂົ້າໃນວຽກງານໂຕຈິງໃຫ້ປາກົດຜົນເປັນຈິງເທື່ອລະກ້າວ.
ຂ່າວ/ພາບ: ເທບພະວົງ
ຄະນະກໍາມາທິການແຫ່ງຊາດ ເພື່ອການພັດທະນາຊັບພະຍາກອນມະນຸດ ໄຂກອງປະຊຸມຄົບຄະນະ ຄັ້ງທີ V
Reviewed by makarow
on
7:54:00 PM
Rating:
Reviewed by makarow
on
7:54:00 PM
Rating:


