ຈີນປະກາດສືບຕໍ່ປາບປາມການສໍ້ລາດບັງຫຼວງ
ຕາມຂ່າວຈາກປັກກິ່ງ ເມື່ອວັນ ທີ 28 ທັນວານີ້ ທ່ານເລຂາທິການໃຫຍ່ພັກກອມມູນິດຈີນ ສີ ຈິ້ນຜິງ ໄດ້ເປັນປະທານກອງປະຊຸມຂອງກົມການເມືອງ ຄະນະບໍລິຫານງານສູນກາງພັກກອມມູນິດຈີນ ເພື່ອຄົ້ນຄວ້າກ່ຽວກັບຄວາມຊື່ສັດຢູ່ພາຍໃນພັກ ແລະ ຕ້ານການສໍ້ລາດບັງຫຼວງ ກອງປະຊຸມດັ່ງກ່າວເນັ້ນໜັກວ່າ ໃນປີ 2017 ທີ່ຈະມາເຖິງນີ້ ພັກກອມມູນິດຈີນ ຈະສືບຕໍ່ປັບປຸງການດຳເນີນຊີວິດການເມືອງພາຍໃນພັກຢ່າງເຂັ້ມງວດ ເພີ່ມທະວີວຽກງານການຕິດຕາມກວດກາພາຍໃນພັກ ລົງເລິກການປະຕິຮູບອົງປະກອບການຕິດຕາມກວດກາແຫ່ງຊາດ ເພີ່ມທະວີການຕິດຕາມກວດກາສະພາບການ ການປະຕິບັດກົດລະບຽບ ແລະ ຄວາມຮັບຜິດຊອບ ຫັນບັນຍາກາດພາຍໃນພັກໃຫ້ໂປ່ງໃສຂາວສະອາດ.
ຄຽງຄູ່ກັນນັ້ນ ພັກກອມມູນິດຈີນ ກໍ່ຢືນຢັນເຖິງຄວາມຕັດສິນໃຈຍູ້ໃຫ້ການສໍ້ລາດບັງຫຼວງຖອຍໄປ ແລະ ຄວບຄຸມສະພາບການສໍ້ລາດບັງຫຼວງ ລົງເລິກການກໍ່ສ້າງຄວາມຊື່ສັດ ແລະ ຕ້ານການສໍ້ລາດບັງຫຼວງຢູ່ໃນພັກ ຈາກນັ້ນກໍ່ເປັນການຊ່ວຍໃຫ້ປະຊາຊົນເຫັນໄດ້ເຖິງປະສິດທິຜົນຕົວຈິງຂອງນະໂຍບາຍຂອງພັກ.
ຈີນປະກາດສືບຕໍ່ປາບປາມການສໍ້ລາດບັງຫຼວງ
Reviewed by makarow
on
7:53:00 PM
Rating:
Reviewed by makarow
on
7:53:00 PM
Rating:


