ຣັດເຊຍ ປະກາດຕອບໂຕ້ຕໍ່ຄຳສັ່ງຂ້ຳບາດຄັ້ງໃໝ່ຂອງ ອາເມລິກາ
ຂ່າວສານ Reuters ລາຍງານວ່າ ໂຄສົກກະຊວງການຕ່າງປະເທດຣັດເຊຍ ມາເຣຍ ຊາຄາໂຣວາ ຖະແຫຼງເມື່ອວັນທີ 28 ທັນວານີ້ວ່າ ຣັດເຊຍ ພ້ອມທີ່ຈະຕອບໂຕ້ຕໍ່ຄຳສັ່ງປິດລ້ອມໃໝ່ຂອງ ສ ອາເມຣິກາ ນາງ ຊາຄາໂຣວາ ເອີ້ນຄຳສັ່ງປິດລ້ອມໃໝ່ດັ່ງກ່າວວ່າ ເປັນ “ການເກາະຜິດທີ່ໄດ້ຮັບການຊີ້ນຳຈາກທຳນຽບຂາວ”.
ໃນວັນດຽວກັນ ສື່ສານໃນ ສ ອາເມຣິກາ ໃຫ້ຮູ້ວ່າ ອຳນາດການປົກຄອງຂອງປະທານາທິບໍດີ ສ ອາເມຣິກາ ບາຣັກ ໂອບາມາ ພວມກະກຽມການປະກາດບັນດາມາດຕະການຕອບໂຕ້ ໂດຍມຸ່ງໄປທີ່ຣັດເຊຍ ຍ້ອນການແຊກແຊງຂອງຣັດເຊຍ ເຂົ້າໃນການເລືອກຕັ້ງໃນ ສ ອາເມຣິກາ ເມື່ອບໍ່ດົນມານີ້.
ໜັງສືພິມ Washington Post ອ້າງຕາມຄຳເວົ້າຂອງເຈົ້າໜ້າທີ່ຜູ້ບໍ່ປະສົງອອກນາມໃຫ້ຮູ້ວ່າ ບາດກ້າວຕ່າງໆດັ່ງກ່າວ ຈະໄດ້ນຳອອກມາປະກາດໃນອາທິດນີ້ ຊຶ່ງປະກອບດ້ວຍຄຳສັ່ງຂວ້ຳບາດທາງດ້ານເສດຖະກິດ ແລະ ຕິຕຽນດ້ານການທູດ.
ກ່ອນໜ້ານັ້ນ ປະທານາທິບໍດີ ໂອບາມາ ໄດ້ກ່າວຫາປະທານາທິບໍດີຣັດເຊຍ ວາລາດີເມຍ ປູຕິນ ວ່າ ເປັນຜູ້ຊີ້ນຳໃນການໂຈມຕີທາງເຄືອຂ່າຍອິນເຕີເນັດ ເພື່ອລັກເອົາຈົດໝາຍເອເລັກໂຕຣນິກຂອງພັກເດໂມແກຣດ ຊຶ່ງຊຸມຊົນສືບລາຊະການລັບຂອງ ສ ອາເມຣິກາ ເວົ້າວ່າ ເພື່ອເປັນການຊ່ວຍເຫຼືອທ່ານ ໂດນາລ ທຣັມ ຜູ້ສະໝັກຮັບເລືອກຕັ້ງຈາກພັກຣີພັບບຣີກັນ ໃຫ້ຊະນະການເລືອກຕັ້ງທີ່ຫາຜ່ານມານັ້ນ.
ຣັດເຊຍ ປະກາດຕອບໂຕ້ຕໍ່ຄຳສັ່ງຂ້ຳບາດຄັ້ງໃໝ່ຂອງ ອາເມລິກາ
Reviewed by makarow
on
7:51:00 PM
Rating:
Reviewed by makarow
on
7:51:00 PM
Rating:


