ລັດຖະບານ ສືບຕໍ່ໂຈະການສຳຫຼວດ-ຂຸດຄົ້ນແຮ່ທາດ
ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ເປີດເຜີຍຕໍ່ນັກຂ່າວວ່າ: ການດຳເນີນກິດຈະການດ້ານບໍ່ແຮ່ ໃນໄລຍະຜ່ານມາ ແມ່ນມີຄວາມຫຍຸ້ງຍາກສົບຄວນ ເນື່ອງຈາກມີບາງບໍລິສັດດຳເນີນການບໍ່ມີປະສິດທິຜົນ ແຕ່ລັດຖະບານກໍ່ໄດ້ມີຄຳສັ່ງໃຫ້ກວດກາແກ້ໄຂ ສຳລັບຂັ້ນຕອນອະນຸມັດດຳເນີນກິດຈະການໃນຂະແໜງບໍ່ແຮ່ ປະກອບມີສອງສັນຍາຄື: ສັນຍາການສຶກສາຊອກຄົ້ນ-ສຳຫຼວດ ແລະ ສັນຍາການຂຸດຄົ້ນ ປັດຈຸບັນມີ 657 ບໍລິສັດໄດ້ຮັບອະນຸຍາດເຂົ້າລົງທຶນຢູ່ ສປປ ລາວ ມີ 942 ກິດຈະການ ໃນນີ້ ສູນກາງອະນຸຍາດມີ 226 ບໍລິສັດ ເຊິ່ງ 80 ບໍລິສັດດຳເນີນການຂຸດຄົ້ນ ແລະ 146 ບໍລິສັດດຳເນີນການຊອກຄົ້ນ-ສຳຫຼວດຢູ່ໃນປັດຈຸບັນນີ້.
ລັດຖະບານ ສືບຕໍ່ໂຈະການສຳຫຼວດ-ຂຸດຄົ້ນແຮ່ທາດ
Reviewed by makarow
on
7:45:00 PM
Rating:
Reviewed by makarow
on
7:45:00 PM
Rating:


