ຮັບຮອງຫຼາຍບັນຫາ ໃນການພັດທະນາຕະຫຼາດທຶນ

ກອງປະຊຸມຄະນະກຳມະການຄຸ້ມຄອງຫຼັກຊັບ (ຄຄຊ) ຄັ້ງທີ III ປະຈຳປີ 2016 ໄດ້ຈັດຂຶ້ນໃນວັນທີ 27 ທັນວາ 2016 ທີ່ຫ້ອງປະຊຸມທະນາຄານແຫ່ງ ສປປ ລາວ ໂດຍເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ປະທານ ຄຄຊ ມີທ່ານ ສົມພາວ ໄຟສິດ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ຮອງປະທານ ຄຄຊ ບັນດາສະມາຊິກ ຄຄຊ ຫົວໜ້າສຳນັກງານ ຄຄຊ ພ້ອມຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໃນຄັ້ງນີ້ ໄດ້ມີການລາຍງານບົດສະຫຼຸບການເຄື່ອນໄຫວວຽກງານ ແລະ ງົບປະມານຂອງສຳນັກງານ ຄຄຊ ປະຈຳປີ 2016 ແລະ ທິດທາງແຜນການປີ 2017 ຜ່ານແຜນງົບປະມານຂອງຕະຫຼາດຫຼັກຊັບລາວ ປີ 2017.
ທ່ານນາງ ຈັນສະໝອນ ຈັນທະຈັກ ຫົວໜ້າສຳນັກງານ ຄຄຊ ກໍ່ໄດ້ນຳສະເໜີວາລະການປຶກສາຫາລື ການຂໍອະນຸມັດອອກຈຳໜ່າຍຫຼັກຊັບຢູ່ຕະຫຼາດຫຼັກຊັບລາວຂອງ 2 ບໍລິສັດຄື: ບໍລິສັດ ພູສີກໍ່ສ້າງ ແລະ ພັດທະນາມະຫາຊົນ ແລະ ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ ພ້ອມດຽວກັນນັ້ນ ໄດ້ຜ່ານຮ່າງຂໍ້ຕົກລົງຂອງ ຄຄຊ ຈຳນວນ 4 ສະບັບຄື: ຂໍ້ຕົກລົງວ່າດ້ວຍການຊື້-ຂາຍຫຼັກຊັບໂດຍບໍ່ວາງເງິນມັດຈຳລ່ວງໜ້າ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງລາຍຮັບ-ລາຍຈ່າຍຂອງສຳນັກງານ ຄຄຊ ຂໍ້ຕົກລົງວ່າດ້ວຍການຈັດຊື້ຂອງສຳນັກງານ ຄຄຊ ແລະ ຂໍ້ຕົກລົງວ່າດ້ວຍການກວດກາພາຍໃນສຳນັກງານ ຄຄຊ ພ້ອມທັງບັນຫາອື່ນໆ ເປັນຕົ້ນ ການແຕ່ງຕັ້ງປ່ຽນແທນຄະນະ ຄຄຊ ທີ່ເຂົ້າຮັບບຳນານ ແລະ ການແຕ່ງຕັ້ງຄະນະກະກຽມບໍລິສັດ ລັດວິສາຫະກິດລາວໂທລະຄົມມະນາຄົມ ເປັນບໍລິສັດມະຫາຊົນ.
ທ່ານ ສົມພາວ ໄຟສິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ກ່າວວ່າ: ເຖິງວ່າຕະຫຼາດຫຼັກຊັບລາວ ຫາກໍ່ສ້າງຕັ້ງຂຶ້ນໄດ້ພຽງແຕ່ 6 ປີ ແລະ ໄດ້ດຳເນີນໃນທ່າມກາງສະພາບການເສດຖະກິດສາກົນ ມີການຜັນປ່ຽນຢ່າງສະຫຼັບສັບຊ້ອນ ແຕ່ຕະຫຼາດທຶນລາວກໍ່ເຫັນວ່າມີຄວາມສະຖຽນລະພາບພໍສົມຄວນ ສຳເລັດການສ້າງກົດໝາຍວ່າດ້ວຍຫຼັກຊັບ ແລະ ນິຕິກຳລຸ່ມກົດໝາຍວ່າດ້ວຍຫຼັກຊັບ ຈຳນວນ 41 ສະບັບ ເພື່ອເປັນພື້ນຖານໃຫ້ແກ່ການຄຸ້ມຄອງວຽກງານຫຼັກຊັບ ໄດ້ຫັນວິສາຫະກິດເປັນມະຫາຊົນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບຈຳນວນ 5 ບໍລິສັດ ສາມາດລະດົມທຶນໄດ້ເຖິງ 10.128 ຕື້ກີບ ເຊັນ MOU ຮ່ວມກັບບັນດາ ຄຄຊ ຂອງ ສສ ຫວຽດນາມ ໄທ ແລະ ສປ ຈີນ ສຳເລັດການສ້າງແຜນຍຸດທະສາດການພັດທະນາຕະຫຼາດທຶນຂອງ ສປປ ລາວ ແຕ່ປີ 2016-2025 ແລະ ອື່ນໆອີກ.
ໃນໂອກາດນີ້ ທ່ານຮອງນາຍົກລັດຖະມົນຕີ ປະທານ ຄຄຊ ໄດ້ໃຫ້ການຊີ້ນຳວ່າ: ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານຄຸ້ມຄອງຫຼັກຊັບ ໃຫ້ໜັກແໜ້ນເຂັ້ມແຂງກວ່າເກົ່າ ພາຍຫຼັງສິ້ນສຸດກອງປະຊຸມຄະນະກຳມະການຄຸ້ມຄອງຫຼັກຊັບຄັ້ງນີ້ແລ້ວ ມອບໃຫ້ຮອງປະທານຄະນະກຳມະການ ຄຄຊ ແລະ ສຳນັກງານ ຄຄຊ ເຊິ່ງເປັນຜູ້ຕາງໜ້າໃຫ້ພາກສ່ວນກ່ຽວຂ້ອງຕ່າງໆ ໃນການພັດທະນາຕະຫຼາດທຶນ ຈົ່ງຮີບຮ້ອນປະສານສົມທົບຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມຄັ້ງນີ້ ເປັນໜ້າວຽກລະອຽດ ແລະ ພ້ອມທັງຈັດຕັ້ງປະຕິບັດບັນດາມາດຕະການແກ້ໄຂຕໍ່ບັນຫາຄົງຄ້າງ ດ້ວຍຈິດໃຈເປັນເຈົ້າການມີຄວາມຮັບຜິດຊອບສູງໃນການຈັດຕັ້ງປະຕິບັດ ກໍ່ໃຫ້ມີການຕິດຕາມກວດກາ ແລະ ສະຫຼຸບຖອດຖອນບົດຮຽນແຕ່ລະໄລຍະຢ່າງເໝາະສົມ ເພື່ອໃຫ້ການຈັດຕັ້ງປະຕິບັດມີປະສິດທິຜົນສູງ.(ຂ່າວໜັງສືພິມວຽງຈັນໃຫ່ມ)
ຮັບຮອງຫຼາຍບັນຫາ ໃນການພັດທະນາຕະຫຼາດທຶນ
Reviewed by makarow
on
6:46:00 PM
Rating:

