ການຜະລິດສະບຽງອາຫານເປັນສິນຄ້າ ຕ້ອງສະອາດ ປອດສານພິດ
ກອງປະຊຸມກະສິກຳ-ປ່າໄມ້
ແລະ ພັດທະນາຊົນນະບົດ ປະຈຳປີ 2016 ໄດ້ຈັດຂຶ້ນລະຫວ່າງວັນທີ 27-28 ທັນວາ
2016 ທີ່ສູນ (ICTC) ພາຍໃຕ້ການເປັນປະທານຂອງທ່ານ ລຽນ ທິແກ້ວ
ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ເປັນກຽດເຂົ້າຮ່ວມໂດຍທ່ານ ທອງລຸນ
ສີສຸລິດ ນາຍົກລັດຖະມົນຕີ ມີບັນດາລັດຖະມົນຕີ ຮອງລັດຖະມົນຕີ
ບັນດາຮອງເຈົ້າແຂວງ ກົມ ສູນ ພ້ອມພະແນກການທີ່ກ່ຽວຂ້ອງທົ່ວປະເທດ.ທ່ານ ລຽນ ທິແກ້ວ ກ່າວວ່າ: ໃນປີ 2016 ນີ້ ມີແຜນການສູ້ຊົນຜະລິດເຂົ້າເປືອກໃນທົ່ວປະເທດ ໃຫ້ໄດ້ຜົນຜະລິດ 4,2 ລ້ານໂຕນ ເທົ່າກັບ 100% ຂອງແຜນການທີ່ວາງໄວ້ ຜ່ານການຈັດຕັ້ງປະຕິບັດ ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກຫຼາຍດ້ານ ການປ່ຽນແປງດິນຟ້າອາກາດ ສະພາບອາກາດໜາວ ການລະບາດຂອງຕັກແຕນຝູງໄມ້ປ່ອງ ຢູ່ບັນດາແຂວງພາກເໜືອ ແລະ ສະພາບການນ້ຳຖ້ວມ ນ້ຳປ່າໄຫຼຊຸໃນຫຼາຍໆແຂວງກໍ່ຕາມ ແຕ່ຍ້ອນການເຄື່ອນໄຫວຊຸກຍູ້ຕິດຕາມ ແລະ ສົ່ງເສີມໃນແຕ່ລະພາກສ່ວນຂອງກະຊວງກະສິກຳ ແລະ ປ່າໄມ້ ຕໍ່ການຜະລິດລະດູແລ້ງ ແລະ ລະດູຝົນ ໂດຍຕິດພັນກັບວຽກງານ 3 ສ້າງ ເຫັນວ່າໄດ້ມີຂະບວນການຟົດຟື້ນ ແຕ່ສູນກາງຮອດທ້ອງຖິ່ນ ເຊິ່ງເຫັນໄດ້ຈາກການຜະລິດເຂົ້າຕົວຈິງທົ່ວປະເທດ ມີເນື້ອທີ່ປັກດຳໄດ້ທັງໝົດ 975.215 ເຮັກຕາ ສະເພາະການຜະລິດເປັນສະບຽງອາຫານຫຼັກທີ່ພົ້ນເດັ່ນແມ່ນພືດຜັກປະເພດຕ່າງໆ ປະຕິບັດໄດ້ 1.700.400 ໂຕນ ບັນລຸໄດ້ 100% ສາລີຫວານໄດ້ 27.950 ໂຕນ ເຜືອກມັນໄດ້ 330.900 ໂຕນ ແລະ ໝາກໄມ້ປະຕິບັດໄດ້ 1.333.830 ໂຕນ ທຽບໃສ່ແຜນການແມ່ນປະຕິບັດໄດ້ລື່ນແຜນ ແລະ ມີສ່ວນແຮໄວ້ ສຳລັບຊີ້ນ ໄຂ່ ແລະ ປາ ແມ່ນໄດ້ໃນລະດັບ 65 ກິໂລຕໍ່ຄົນຕໍ່ປີ ສ່ວນດ້ານການຜະລິດເປັນສິນຄ້າ ເນັ້ນໃສ່ສົ່ງເສີມຜະລິດຕະພັນ ແລະ ສິນຄ້າທີ່ໄດ້ປຽບ ແລະ ທີ່ເປັນຄວາມຕ້ອງການຂອງປະເທດອ້ອມຂ້າງ ເປັນຕົ້ນແມ່ນສາລີແຂງ ປະຕິບັດໄດ້ 1,2 ລ້ານໂຕນ ອ້ອຍ 2,1 ລ້ານໂຕນ ຢາສູບ 66.800 ໂຕນ ມັນຕົ້ນ 2,4 ລ້ານໂຕນ ຖົ່ວດິນ 66.970 ໂຕນ ຖົ່ວເຫຼືອງ 18.340 ໂຕນ ໝາກເດືອຍ 271.000 ໂຕນ ສ່ວນການສົ່ງອອກເຂົ້າສານໄປຕ່າງປະເທດ ທັງໝົດ 20.051 ໂຕນ ໃນນັ້ນ ການສົ່ງອອກເຂົ້າຫອມສະຫວັນໄປ ສປ ຈີນ ໄດ້ 4 ພັນໂຕນ.
ກອງປະຊຸມຄັ້ງນີ້ ຈະໄດ້ສຸມໃສ່ຄົ້ນຄວ້າບາງບັນຫາ ຕົ້ນຕໍແມ່ນສຸມໃສ່ຄົ້ນຄວ້າ 4 ໜ້າວຽກ ຕົ້ນຕໍຂອງແຜນງານຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ 8 ໜ້າວຽກຕົ້ນຕໍຂອງການລ້ຽງສັດ ພ້ອມດຽວກັນນັ້ນ ບັນດາຂະແໜງການຂອງສູນກາງ ຍັງຈະຄົ້ນຄວ້າຜັນຂະຫຍາຍ 13 ນະໂຍບາຍກ່ຽວກັບເຂົ້າ-ພືດ ແລະ 8 ນະໂຍບາຍກ່ຽວກັບການລ້ຽງສັດໃຫ້ເປັນຮູບປະທຳ ຄົ້ນຄວ້າຜັນຂະຫຍາຍ 9 ແຜນງານ ແລະ 42 ແຜນດຳເນີນງານກ່ຽວກັບຍຸດທະສາດການພັດທະນາປ່າໄມ້ແບບຍືນຍົງ ເປັນຕົ້ນ ການຍົກລະດັບຄວາມປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 70% ຟື້ນຟູປ່າເສື່ອມໂຊມໃຫ້ໄດ້ 6 ລ້ານເຮັກຕາ ແລະ ປູກໄມ້ໃຫ້ໄດ້ 5 ແສນເຮັກຕາ ໃນປີ 2020 ນອກນັ້ນ ຍັງຄົ້ນຄວ້າຜັນຂະຫຍາຍຂໍ້ຕົກລົງກ່ຽວກັບຈຸດສຸມພັດທະນາ ທີ່ເປັນບຸລິມະສິດ 2016-2020 ເຂົ້າໃນແຜນ 2017 ຂອງທົ່ວປະເທດ ແລະ ຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດ ຄົ້ນຄວ້າຜັນຂະຫຍາຍ ຈັດຕັ້ງປະຕິບັດ 9 ວຽກງານກະສິກຳປ່າໄມ້ ທີ່ຕິດພັນໂດຍກົງກັບວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.
ໃນໂອກາດດຽວກັນນີ້ ທ່ານນາຍົກລັດຖະມົນຕີ ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງໄດ້ເນັ້ນໜັກເຖິງບັນຫາທີ່ສຳຄັນ ໂດຍສະເພາະ ທິດພັດທະນາສຳລັບປີ 2017 ແລະ ຊຸມປີຕໍ່ໜ້າ ຕົ້ນຕໍແມ່ນວຽກກະສິກຳ-ປ່າໄມ້ ແລະ ພັດທະນາຊົນນະບົດເປັນວຽກແຖວໜ້າ ເປັນທ່າແຮງອັນໄດ້ປຽບຂອງປະເທດໃນການຜະລິດສະບຽງອາຫານ ເປັນສິນຄ້າກະສິກຳສະອາດ ປອດສານພິດ ຖ້າເຮັດໄດ້ຄືແນວນັ້ນແມ່ນຈະເຮັດໃຫ້ປະເທດເຮົາມີການປ່ຽນແປງໃໝ່ ແລະ ເຮັດໃຫ້ທົ່ວໂລກສົນໃຈ ແລະ ຫັນການຜະລິດມີຈຸດສຸມ ມີການກຳນົດເຂດການຜະລິດສະເພາະ ຫັນໄປສູ່ອຸດສາຫະກຳປຸງແຕ່ງກະສິກຳ ເຮັດໃຫ້ກະສິກຳຕ້ອງເປັນກະສິກຳສະອາດແທ້ ເປັນສີຂຽວ ຕ້ອງກຳນົດສິນຄ້າປາຍແຫຼມ ຈັດຕັ້ງກຸ່ມຜະລິດ ເຮັດໃຫ້ການຜະລິດໃຫຍ່ ເອົາໃຈໃສ່ເປັນພິເສດໃນການສົ່ງເສີມຫົວໜ່ວຍທຸລະກິດ ການຂຸດຄົ້ນແຫຼ່ງທຶນມານຳໃຊ້ເຂົ້າໃນການຜະລິດກະສິກຳ ປັບປຸງຕ່ອງໂສ້ການຜະລິດກະສິກຳຕິດພັນກັບການປຸງແຕ່ງແຕ່ຫົວທີ ຕ້ອງມີການປະສານງານໃຫ້ໄວ ເມື່ອພົບບັນຫາການຜະລິດສິນຄ້າເຂົ້າເພື່ອສົ່ງອອກໄປຕ່າງປະເທດນັ້ນ ຕ້ອງຮັບປະກັນດ້ານຄຸນະພາບ ໄດ້ມາດຖານ ຈັດຕັ້ງກຸ່ມຜະລິດນຳໃຊ້ແນວພັນເຂົ້າດຽວກັນ ພ້ອມນີ້ກໍ່ໃຫ້ຊ່ວຍຊາວສວນຢາງພາລາ.
ການຜະລິດສະບຽງອາຫານເປັນສິນຄ້າ ຕ້ອງສະອາດ ປອດສານພິດ
Reviewed by makarow
on
6:48:00 PM
Rating:

