ຕ້ອງເອົາໃຈໃສ່ການພັດທະນາສີມືແຮງງານ ແລະ ຖືເປັນບູລິມະສິດ, ຕ້ອງມີການພັດທະ ນາທາງດ້ານສີມື ແລະ ພັດທະນາຄວາມເຂັ້ມຂອງງານ
ໃນວັນທີ 28 ທັນວາ 2016 ທີ່ຫໍປະຊຸມແຫ່ງຊາດ ໃນໂອກາດທີ່ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມໂອ້ລົມ ໃນກອງປະຊຸມວຽກງານແຮງງານ ແລະ ສະຫວັດດີການສັງຄົມ ເຊິ່ງທ່ານ ນາຍົກ ໄດ້ເນັ້ນໃຫ້ກະຊວງດັ່ງກ່າວ ຖືເອົາວຽກງານພັດທະນາສີມືແຮງງານ ເປັນບູລິມະສິດ ແລະ ຕ້ອງໄດ້ມີການພັດທະນາຢ່າງຮອບດ້ານ ເຊັ່ນ: ພັດທະນາສີມື ແລະ ພັດທະນາ ຄວາມເຂັ້ມຂອງງານ; ພ້ອມດຽວກັນ ຕ້ອງໄດ້ເອົາໃຈໃສ່ປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ, ພະນັກງານບຳນານ, ພະນັກງານນັກຮົບເກົ່າ, ຜູ້ເສຍອົງຄະເສຍສະຫລະ ເພື່ອປະເທດຊາດ ຕ້ອງໄດ້ຮັບນະໂຍບາຍຢ່າງທົ່ວເຖິງ ແລະ ຖືກເປົ້າໝາຍ ໂດຍໃຫ້ເອົາໃຈໃສ່ຕາໜ່າງການເກັບກຳຂໍ້ມູນຢູ່ທ້ອງຖິ່ນ ໃຫ້ຊັດເຈນຂຶ້ນຕື່ມ.
ທ່ານ
ທອງລຸນ ສີສຸລິດ ກ່າວວ່າ: ກະຊວງແຮງງານ ແລະ ສະຫວັດດີການສັງຄົມ
ເປັນກະຊວງໜຶ່ງທີ່ເຮັດຫລາຍໜ້າວຽກຮັບໃຊ້ສັງຄົມໂດຍກົງ ເຊັ່ນ:
ວຽກງານແຮງງານ, ວຽກງານສະຫວັດດີການ ຫລື ວຽກງານນະໂຍບາຍຕ່າງໆ,
ວຽກງານເກັບກູ້ລະເບີດ, ວຽກງານກາແດງ ແລະ ວຽກງານໄພພິພັດ ເຊິ່ງລັດ
ຖະບານຊຸດນີ້ ກໍ່ໄດ້ມອບວຽກໃຫ້ກະຊວງ, ລັດຖະມົນຕີ ແລະ ຮອງລັດຖະມົນຕີ
ທີ່ຮັບຜິດຊອບໂດຍກົງ ທີ່ຂຶ້ນກັບກະຊວງ
ເພື່ອບໍ່ຢາກໃຫ້ມີຂອດລະຫວ່າງກາງໃນການເຮັດວຽກ. ສະນັ້ນ,
ກະຊວງດັ່ງກ່າວຈຶ່ງໄດ້ເຮັດວຽກສະຫວັດດີການສັງຄົມ
ກໍຄືວຽກງານນະໂຍບາຍ, ສະໜອງນະໂຍບາຍຕ່າງໆ ທີ່ພັກ-ລັດວາງອອກ
ໃຫ້ແກ່ພະນັກງານ, ນັກຮົບເກົ່າ, ພະນັກງານບຳນານ, ຜູ້ເສຍອົງຄະ ແລະ
ໃນນັ້ນຍັງມີວຽກງານສະຫວັດ ດີການສັງຄົມທົ່ວໄປ, ໄພພິບັດທຳມະຊາດ,
ແກ້ໄຂບັນຫາທີ່ຫລໍ່ແຫລມ ກ່ຽວກັບແຮງງານ,
ແກ້ໄຂບັນຫາສັງຄົມກ່ຽວກັບການຄ້າມະນຸດ. ນອກຈາກນີ້, ທ່ານ ທອງລຸນ
ສີສຸລິດ ຍັງກ່າວຕື່ມວ່າ: ວຽກງານດ້ານແຮງງານ ຍັງເປັນວຽກງານໜຶ່ງ
ທີ່ໃຫຍ່ນັບມື້ນັບມີຄວາມຕ້ອງການຫລາຍຂຶ້ນ ແລະ
ຖ້າຢາກປ້ອງກັນແຮງງານລາວໃຫ້ໄດ້ເຮັດວຽກຫລາຍເຮັດວຽກດີ
ພວກເຮົາຕ້ອງສ້າງແຮງງານຂອງພວກເຮົາຂຶ້ນມາ
ໃຫ້ພຽງພໍກັບຄວາມຕ້ອງການທາງດ້ານປະລິມານ ແລະ ຄຸນນະພາບ.
ເຊິ່ງທ່ານ ນາຍົກ ໃຫ້ເອົາໃຈໃສ່ ຄື: ວຽກງານດ້ານແຮງງານ
ຕ້ອງເອົາໃຈໃສ່ການພັດທະນາສີມືແຮງງານ ແລະ ຖືເປັນບູລິມະສິດ,
ຕ້ອງມີການພັດທະ ນາທາງດ້ານສີມື ແລະ ພັດທະນາຄວາມເຂັ້ມຂອງງານ;
ເອົາໃຈໃສ່ຄຸ້ມຄອງແຮງງານ ທາງດ້ານປະລິມານ, ຄຸນນະພາບ ແລະ
ກິດຈະກຳຕ່າງໆຂອງຜູ້ຈ້າງງານ, ຄຸ້ມຄອງບໍ່ໃຫ້ມີແຮງງານເຖື່ອນ
ທີ່ເຂົ້າມາໃນປະເທດໃນຮູບແບບຂອງນັກທ່ອງທ່ຽວ;
ເອົາໃຈໃສ່ການຈັດຫາງານ ຕ້ອງມີຕະຫລາດແຮງງານ ແລະ ກົນໄກ;
ພ້ອມທັງມີການປົກປ້ອງຜົນປະໂຫຍດຂອງຜູ້ອອກແຮງງານ
ບໍ່ໃຫ້ຖືກເອົາລັດເອົາປຽບ; ຕ້ອງມີການປະ ສານງານຢ່າງມີປະສິດທິຜົນ
ຖ້າຫາກມີໂຄງການໃດເກີດຂຶ້ນ
ກໍຕ້ອງມີການວາງແຜນໃນຄວາມຕ້ອງການທາງດ້ານແຮງງານ
ກໍຕ້ອງໃຫ້ໂຄງການດັ່ງກ່າວ ແຈ້ງໃຫ້ກະຊວງແຮງງານ,
ພະແນກແຮງງານຂັ້ນແຂວງ ຫລື
ຂັ້ນທ້ອງຖິ່ນຮັບຊາບກັບຄວາມຕ້ອງການທາງດ້ານໃນແຮງງານໃນຂະແໜງການຕ່າງໆ
ແຕ່ຜູ້ໃຊ້ແຮງງານຕ້ອງໄດ້ສ້າງແຮງງານ ຫລື ຝຶກເອງ
ໂດຍກະຊວງແຮງງານ ແລະ ສະຫວັດດີການສັງຄົມ
ຈະເປັນຜູ້ສ້າງເງື່ອນໄຂຄວາມສະດວກທາງດ້ານນະໂຍບາຍຕ່າງໆ ແລະ
ວາງທິດທາງໃຫ້ກ່ຽວກັບການໃຊ້ແຮງງານ.
ຕ້ອງເອົາໃຈໃສ່ການພັດທະນາສີມືແຮງງານ ແລະ ຖືເປັນບູລິມະສິດ, ຕ້ອງມີການພັດທະ ນາທາງດ້ານສີມື ແລະ ພັດທະນາຄວາມເຂັ້ມຂອງງານ
Reviewed by makarow
on
8:04:00 PM
Rating:
Reviewed by makarow
on
8:04:00 PM
Rating:


